ເຕັກນິກການສ້າງທີມເວີກ ເພື່ອຂັບເຄື່ອນອົງກອນ

77

ທ່າມກາງຄວາມຫຍຸຸ້ງຍາກທາງດ້ານເສດຖະກິດ ແລະ ການແຂ່ງຂັນທີ່ເຂັ້ມຂຸ້ນນັບມື. ການສ້າງທີມໃຫ້ເກີດຂຶ້ນໃນອົງກອນ ຈະຊ່ວຍຂັບເຄື່ອນອົງກອນກ້າວໄປຂ້າງໜ້າໄດ້ຢ່າງເຂັ້ມແຂງ ແລະ ຍືນຍົງ.

ມື້ນີ້ຜູ້ຂຽນໄດ້ນຳເອົາເຕັກນິກການສ້າງທີມເວີກທີ່ເຂັ້ມແຂງມານຳສະເໜີ ເພື່ອປັບໃຊ້ໃນອົງກອນ ເພື່ອບັນລຸເປົ້າໝາຍຜົນສຳເລັດໃນປີ 2024

อาจเป็นรูปภาพของ 2 คน

▶ ສ້າງຄວາມເຂົ້າໃຈກ່ອນເລີ່ມງານ:

ການນໍາພາອົງກອນໄປສູ່ ຄວາມສໍາເລັດນັ້ນ ຜູ້ນໍາອົງກອນຈໍາເປັນຕ້ອງເຂົ້າໃຈ ຄວາມໝາຍຂອງການດໍາເນີນການ ແລ້ວຈິ່ງນໍາຄວາມຮູ້ເຫຼົ່ານັ້ນໄປເຜີຍແຜ່ໃຫ້ກັບຄົນເຮັດວຽກໄດ້ຮັບຮູ້ ເພື່ອໃຫ້ເກີດຄວາມເຂົ້າໃຈກົງກັນ ບໍ່ແມ່ນເຂົ້າໃຈພຽງຄວາມໝາຍ ແຕ່ສະມາຊິກທຸຸກຄົນ ໃນທີມຕ້ອງເຂົ້າໃຈຈຸດປະສົງຂອງການເຮັດວຽກກ່ອນ ແລ້ວຈິ່ງຄ່ອຍຕັດສິນໃຈເຮັດວຽກນັ້ນໄປພ້ອມໆກັນ ຫຼື ອາດກ່າວໄດ້ວ່າ ວິທີນີ້ ເປັນການປຸກໃຈຄົນເຮັດວຽກ ກ່ອນທີ່ພວກເຮົາຈະເລີ່ມເຮັດວຽກແທ້ໆ ເມື່ອຄົນເຮັດວຽກເຂົ້າໃຈຢ່າງຖ່ອງແທ້ແລ້ວ ການເຮັດວຽກເປັນທີມກໍຈະແຂງແກ່ນຂຶ້ນ ແລະ ມີປະສິດທິພາບຫຼາຍຂຶ້ນຢ່າງເຫັນໄດ້ຊັດ.

▶ ບົດບາດ ແລະ ເປົ້າໝາຍທີ່ຊັດເຈນ

ທີມຈະເຂັ້ມແຂງ ແລະ ສາມາດເຮັດວຽກໄດ້ຢ່າງເຕັມເມັດເຕັມໜ່ວຍ ກໍຕໍ່ເມື່ອຄົນເຮັດວຽກທຸກຄົນຄິດຄືກັນ ຫຼື ຢ່າງໜ້ອຍຄິດໃຫ້ຄ້າຍກັນຫຼາຍທີ່ສຸດ ທີມຈິ່ງຈະແຂງແກ່ນຂຶ້ນ ແລະ ເຮັດວຽກໄດ້ກົງຈຸດປະສົງຂຶ້ນ ໂດຍທີມຕ້ອງກໍານົດເປົ້າໝາຍທີ່ຊັດເຈນ, ສາມາດເຂົ້າເຖິງ ແລະ ຈັບຕ້ອງໄດ້ ອີກທັງສາມາດປະຕິບັດຕົວຈິງ ບໍ່ແມ່ນເປັນພຽງທີ່ຖືກກ່າວອ້າງຂຶ້ນມາເທົ່ານັ້ນ. ເພື່ອນຮ່ວມງານຂອງພວກເຮົາຕ້ອງເຂົ້າໃຈຢ່າງແທ້ຈິງ, ພວກເຮົາຕ້ອງສາມາດອະທິບາຍໄດ້ວ່າ ງານແຕ່ລະຊິ້ນມີວິທີການເຮັດແນວໃດ ເມື່ອເຂົ້າໃຈກົງກັນແລ້ວ ງານທີ່ທີມຊ່ວຍກັນເຮັດກໍຈະສໍາເລັດຜົນໄດ້ງ່າຍຂຶ້ນ ແລະ ການຕ້ອງຜະເຊີນກັບອຸປະສັກກໍຈະໜ້ອຍລົງ. ດັ່ງນັ້ນ, ການທີ່ຈະມີທີມເຮັດວຽກທີ່ແຂງແກ່ນໄດ້ນັ້ນ ເປົ້າໝາຍ ແລະ ບົດບາດຂອງສະມາຊິກຕ້ອງຊັດເຈນ ບໍ່ເກີດ ຄວາມສັບສົນ ເມື່ອຕ້ອງປະຕິບັດຕົວຈິງ.

▶ ກ້າເປີດໃຈສະແດງຄວາມຄິດເຫັນ

ທີມເຮັດວຽກທີ່ເຂັ້ມແຂງເລີ່ມຕົ້ນຈາກການເຮັດວຽກ ຮ່ວມກັນດ້ວຍບັນຍາກາດທີ່ເປັນກັນເອງ, ອົບອຸ່ນ, ມີ ຄວາມກະຕືລືລົ້ນ ແລະ ທຸກຄົນຊ່ວຍກັນສ້າງສັນຜົນງານຢ່າງຈິງໃຈ ແລະ ບໍ່ມີສັນຍານຂອງຄວາມຂັດແຍ່ງ ເຮັດໃຫ້ເຫັນການສະແດງອອກເຖິງ ຄວາມເປັນນໍ້າໜຶ່ງໃຈດຽວກັນ, ການຮູ້ສຶກເຫັນອົກເຫັນໃຈກັນຂອງຄົນໃນທີມ ຈະຊ່ວຍໃຫ້ການສ້າງທີມເວີກ ເພື່ອຂັບເຄື່ອນອົງກອນນັ້ນລາບລື່ນ ແລະ ກ້າວໜ້າໄປໄດ້ຢ່າງວ່ອງໄວ ເຊິ່ງການສ້າງທີມທີ່ເກີດຂຶ້ນຈາກ ຄວາມໄວ້ວາງໃຈກັນ, ສະມາຊິກຕ້ອງມີ ຄວາມໄວ້ວາງໃຈກັນ, ສື່ສານກັນຢ່າງເປີດເຜີຍຈິງໃຈ, ບໍ່ມີຄວາມລັບຕໍ່ກັນ, ກ້າສະແດງຄວາມຄິດເຫັນຕໍ່ທີມຢ່າງເປີດເຜີຍ ແລະ ບໍ່ຕ້ອງຢ້ານວ່າ ຄວາມຄິດຂອງພວກເຮົາຈະບໍ່ມີປະໂຫຍດ. ຄົນເຮັດວຽກບາງຄົນມັກຈະຄິດວ່າ ສຽງຂອງພວກເຮົາເປັນພຽງສຽງນ້ອຍໆ ອາດຈະບໍ່ມີຄວາມສໍາຄັນຕໍ່ທີມ ໃນການສ້າງທີມເວີກທີ່ເຂັ້ມແຂງນັ້ນ ບໍ່ວ່າຈະເປັນສຽງນ້ອຍ ຫຼື ໃຫຍ່ ກໍຄວນເວົ້າອອກໄປ ເພາະຄວາມຄິດເຫັນຂອງພວກເຮົາອາດຈະຊ່ວຍຈຸດປະກາຍ ຄວາມຄິດໃຫ້ກັບທີມຂອງພວກເຮົາໄດ້ຢ່າງບໍ່ຮູ້ຕົວ.

▶ການພັດທະນາສັກກະຍະພາບຂອງທີມ

ຕ້ອງຍອມີຮັບວ່າ ການເຮັດວຽກເປັນທີມນັ້ນ ສ່ວນໜຶ່ງອາດຈະມີອຸປະສັກຢູ່ທີ່ສັກກະຍະພາບຂອງສະມາຊິກ ໃນທີມ, ປະຕິເສດບໍ່ໄດ້ວ່າ ຄວາມສາມາດທີ່ບໍ່ເທົ່າກັນຂອງແຕ່ລະຄົນ ເຮັດໃຫ້ທີມກ້າວເດີນໄປໄດ້ຊ້າ. ດັ່ງນັ້ນ, ຫົວໜ້າທີມຈິ່ງຕ້ອງສໍາຫຼວດ ແລະ ຮຽນຮູ້ກ່ຽວກັບສະມາຊິກໃນທີມ, ມີຄົນເຮັດວຽກຄົນໃດແດ່ທີ່ຍັງເຮັດວຽກໄດ້ຊ້າ ດ້ວຍເຫດໃດລາວຈິ່ງເຮັດວຽກໄດ້ຊ້າ, ເປັນເພາະຕິດຂັດກັບບັນຫາໃດ ຫຼື ບໍ? ຖ້າຫາກມີໃຫ້ຊ່ວຍເຮັດການແກ້ໄຂ ເມື່ອສະມາຊິກທຸກຄົນໃນທີມມີຄວາມຮູ້ຄວາມສາມາດ ໃນລະດັບທີ່ໃກ້ຄຽງກັນແລ້ວ ການເຮັດວຽກກໍຈະໄວຂຶ້ນ ແລະ ໃນຂະນະດຽວກັນ ເພື່ອໃຫ້ເກີດສັກກະຍະພາບໃນການເຮັດວຽກເປັນທີມ ພວກເຮົາຄວນສ້າງແຮງຈູງໃຈໃນການເຮັດຽກ ແລະ ທັດສະນະຄະຕິດ້ານບວກໃຫ້ກັບທີມ ນໍາມາເຊິ່ງຄວາມມຸ່ງໝັ້ນໃນການເຮັດວຽກໃຫ້ປະສົບ ຄວາມສໍາເລັດ.

ທີ່ມາ: h.jobsdb