ຮົງກົງ ລົງນາມໃນອະນຸສັນຍາວ່າດ້ວຍການປັບປຸງສັນຍາການຄ້າເສລີກັບອາຊຽນ

24

ຕາມຂ່າວຊີອາໄອໃຫ້ຮູ້ວ່າ: ວັນທີ 9 ມັງກອນນີ້ ທ່ານຊິ່ວຢີ້ງຮວ້າ ຫົວໜ້າກົມການພັດທະນາການຄ້າ ແລະ ເສດຖະກິດຂອງອົງການປົກຄອງເຂດບໍລິຫານພິເສດຮົງກົງ ສປຈີນ ໄດ້ລົງນາມໃນ “ອະນຸສັນຍາສະບັບທຳອິດວ່າດ້ວຍ ການປັບປຸງສັນຍາການຄ້າເສລີ ລະຫວ່າງຮົງກົງແລະອາຊຽນ.

อาจเป็นรูปภาพของ ตึกระฟ้า และ วิกตอเรียพีค

ອົງການປົກຄອງເຂດບໍລິຫານພິເສດຮົງກົງກ່າວວ່າ: ການລົງນາມໃນອະນຸສັນຍາຈະຊ່ວຍໃຫ້ຍົກສູງຄວາມສາມາດການແຂ່ງຂັນໃນຕະຫຼາດຂອງສິນຄ້າທີ່ກ່ຽວຂ້ອງແລະການຊຸກຍູ້ການຈໍລະຈອນດ້ານການຄ້າ, ສ້າງໂອກາດພັດທະນາການຄ້າຢູ່ຕະຫຼາດອາຊຽນໃຫ້ຫຼາຍກວ່າເກົ່າແກ່ວິສາຫະກິດຮົງກົງ.

ທ່ານຊິ່ວຢີ້ງຮວ້າກ່າວວ່າ: ອາຊຽນແມ່ນຄູ່ການຄ້າສິນຄ້າໃຫຍ່ອັນດັບສອງຂອງຮົງກົງ, ນັບແຕ່ສັນຍາການຄ້າເສລີໄດ້ຮັບການລົງນາມໃນປີ 2017 ເປັນຕົ້ນມາ ຍອດມູນຄ່າການຄ້າສິນຄ້າໄດ້ເພີ່ມຂຶ້ນຫຼາຍ ກວ່າ 38% ໄດ້ບັນລຸປະມານ 1.294 ຕື້ໂດລາຮົງກົງໃນປີ 2022, ເຊື່ອວ່າການຈັດຕັ້ງປະຕິບັດຂອງອະນຸສັນຍາດັ່ງກ່າວຈະຊຸກຍູ້ການພົວພັນດ້ານເສດຖະກິດການຄ້າລະຫວ່າງຮົງກົງແລະປະເທດສະມາຊິກອາຊຽນຕ່າງໆຂຶ້ນສູ່ລະດັບໃໝ່ຕື່ມອີກ.