ປີ 2024 ເສດຖະກິດຫວຽດນາມ ຈະສືບຕໍ່ສົດໃສ ການລົງທຶນຂອງຕ່າງປະເທດຍັງຈະສູງຂຶ້ນ

33

ໃນວັນທີ 8 ມັງກອນ, ສຳນັກຂ່າວບລູມເບີກ ໄດ້ຄັດສະເໜີຄຳເຫັນຂອງນັກຊ່ຽວຊານທີ່ໄຈ້ແຍກເສດຖະກິດ ຫວຽດນາມ ມີແງ່ຫວັງປະເອີບໃຈໃນປີ 2024.

อาจเป็นรูปภาพของ แสงอาทิตย์ลับขอบฟ้า, ตึกระฟ้า และ คลอง Panama Canal

ທ່ານ Han Teng Chua ນັກຊ່ຽວຊານດ້ານເສດຖະກິດຢູ່ທະນາຄານພັດທະນາ ສິງກະໂປ (DBD Bank) ຖືວ່າ ພື້ນຖານເສດຖະກິດ ຫວຽດນາມ ພວມຟື້ນຟູ. ການລົງທຶນໂດຍກົງຈາກຕ່າງປະເທດ ອາດຈະສືບຕໍ່ເພີ່ມຂຶ້ນ ຍ້ອນຫວຽດນາມ ຍັງສ້າງຄວາມດູດດື່ມໃນການລົງທຶນໃນຊຸມປີຈະມາເຖິງ ໃນສະພາບບັນດາບໍລິສັດພວມຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼີກລ່ຽງ ຄວາມສ່ຽງໃນລະບົບສະໜອງ ດ້ວຍວີທີເປີດກວ້າງການເຄື່ອນໄຫວຜະລິດມາສູ່ ຫວຽດນາມ.

ກ່ຽວກັບການຄາດຄະເນການເຕີບໂຕ, ບລູມເບີກໄດ້ປະກາດການສຳຫຼວດຄັ້ງຫຼ້າສຸດຂອງເວັບໄຊ ຊີ້ໃຫ້ເຫັນວ່າ: ພື້ນຖານເສດຖະກິດ ຫວຽດນາມ ສາມາດບັນລຸລະດັບເຕີບໂຕ 6,3% ໃນໄຕມາດທີ 1 ແລະ 6,5% ໃນໄຕມາດທີ 2 ໃນປີ 2024. ການເຕີບໂຕ GDP ໄດ້ຮັບການຄາດຄະເນວ່າບັນລຸລະດັບ 6% ໃນປີ 2024 ແລະ 6,4% ໃນປີ 2025. ຄາດວ່າ, ລະດັບເງິນເຟີ້ໃນປີ 2024 ຍັງຕ່ຳກວ່າເປົ້າໝາຍຂອງລັດຖະບານແມ່ນແຕ່ 4% ຫາ 4,5%.