ທະນາຄານໂລກ ເຕືອນເສດຖະກິດໂລກປີ 2024 ຂະຫຍາຍຕົວຕໍ່າສຸດໃນຮອບ 30

44

ທະນາຄານໂລກ ຫຼື WB ອອກບົດລາຍງານ “ການຄາດຄະເນເສດຖະກິດໂລກ” ໂດຍລະບຸວ່າເສດຖະກິດໂລກຈະຂະຫຍາຍຕົວພຽງແຕ່ 2,4% ໃນປີນີ້, ຊ້າລົງເປັນປີທີສາມຕິດຕໍ່ກັນ, ກ່ອນທີ່ຈະຂະຫຍາຍຕົວ 2,7% ໃນປີຫນ້າ.

ຫາກບໍ່ນັບການທີ່ເສດຖະກິດໂລກຫົດຕົວໃນປີ 2020 ຍ້ອນການລະບາດຂອງພະຍາດ ໂຄວິດ – 19 ການເຕີບໂຕຂອງເສດຖະກິດໂລກໃນປີນີ້ຈະຕ່ຳທີ່ສຸດນັບແຕ່ວິກິດການການເງິນໂລກ ໃນປີ 2009.

อาจเป็นรูปภาพของ แสงอาทิตย์ลับขอบฟ้า, ตึกระฟ้า, อาคาร และ หอคอย

ທັງນີ້ເສດຖະກິດໂລກເຕີບໂຕ 2,6% ໃນປີ 2023 ແລະ 3,0% ໃນປີ 2022, ຫຼັງຈາກເຕີບໂຕ 6,2% ໃນປີ 2021, ເຊິ່ງເປັນການຟື້ນຕົວຂຶ້ນພາຍຫຼັງການລະບາດໂຄວິດ – 19 ສິ້ນສຸດລົງ.

ທະນາຄານໂລກເຕືອນວ່າ ຊ່ວງເຄິ່ງປີທຳອິດຂອງຊຸມປີ 2020 ຊຶ່ງໝາຍເຖິງປີ 2020-2024 ຈະເປັນເຄິ່ງທົດສະວັດທີ່ຂະຫຍາຍຕົວຕ່ຳທີ່ສຸດໃນຮອບ 30 ປີ ໂດຍການເຕີບໂຕໃນໄລຍະ 5 ປີດັ່ງກ່າວ ຕ່ຳກວ່າໃນໄລຍະວິກິດການການເງິນໂລກປີ 2008-2009 ແລະ ວິກິດການການເງິນອາຊີໃນທ້າຍທົດສະວັດ 1990 ລວມທັງຊ່ວງທີ່ເສດຖະກິດຊະລໍຕົວທາງເສດຖະກິດໃນຕົ້ນທົດສະວັດ 2000.

ລາຍງານຍັງລະບຸວ່າ ເຖິງວ່າເສດຖະກິດໂລກສາມາດປັບຕົວໄດ້ໃນປີກາຍນີ້, ທ່າມກາງຄວາມສ່ຽງຂອງເສດຖະກິດຖົດຖອຍ ແຕ່ຄວາມເຄັ່ງຕຶງດ້ານພູມສາດການເມືອງທີ່ເພີ່ມຂຶ້ນ ຈະເປັນປັດໄຈທີ່ທ້າທາຍໃນໄລຍະໃກ້ໆນີ້ ເຮັດໃຫ້ເສດຖະກິດຂອງປະເທດສ່ວນໃຫຍ່ຈະຂະຫຍາຍຕົວຊ້າລົງໃນປີນີ້ ແລະ ປີໜ້າ ເມື່ອທຽບກັບທົດສະວັດທີ່ຜ່ານມາ.

ທະນາຄານໂລກເຕືອນວ່າ ຫາກບໍ່ມີການປັບປ່ຽນຄັ້ງໃຫຍ່ ທົດສະວັດ 2020 ຈະກາຍເປັນທົດສະວັດຂອງໂອກາດທີ່ສູນເສຍໄປ. ໃນຂະນະທີ່ ເສດຖະກິດຂອງບັນດາປະເທດກຳລັງພັດທະນາຈະປະສົບກັບຄວາມຫຍຸ້ງຍາກທີ່ສຸດ ໂດຍຄາດວ່າຈະເຕີບໂຕພຽງແຕ່ 3,9% ໃນປີນີ້ ໂດຍຕໍ່າກວ່າຄ່າສະເລ່ຍ ໃນທົດສະວັດທີ່ຜ່ານມາ1%.

ນອກນີ້ຍັງຄາດວ່າໃນທ້າຍປີນີ້ ປະມານ 1/4 ຂອງປະຊາກອນຂອງປະເທດກຳລັງພັດທະນາ ແລະ 40% ຂອງປະເທດທີ່ມີລາຍໄດ້ຕ່ຳ ຈະຕົກຢູ່ໃນຄວາມທຸກຍາກຫຼາຍກວ່າກ່ອນການລະບາດຂອງພະຍາດໂຄວິດ-19 ໃນປີ 2019.