ເສດຖະກິດແຂວງຫຼວງນໍ້າທາ ຂະຫຍາຍຕົວ 6,9 %

72

ປີ 2023 ເສດຖະກິດ ແຂວງຫຼວງນໍ້າທາ ຂະຫຍາຍຕົວ 6,9%, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍໃສ່ຫົວຄົນໄດ້ 42 ລ້ານກວ່າກີບ. ສຳລັບປີ 2024 ແມ່ນສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວຢູ່ໃນລະດັບ 7,6%.

ກອງປະຊຸມຄົບຄະນະ ເປີດກວ້າງ ຄັ້ງທີ 14 ຂອງຄະນະບໍລິຫານງານພັກແຂວງ ຫຼວງນໍ້າທາ ສະໄໝທີ VIII ໄດ້ຈັດຂຶ້ນໃນວັນທີ 4 -5 ມັງກອນ 2024 ໂດຍການເຂົ້າຮ່ວມຂອງ ສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງ ຫຼວງນໍ້າທາ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະບໍລິຫານງານພັກເມືອງ 5 ເມືອງ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ສອງກອງບັນຊາ ປກຊ – ປກສ ແຂວງເຂົ້າຮ່ວມ.

อาจเป็นรูปภาพของ 1 คน และ ข้อความ

ສະຫາຍ ບຸນມາ ພັນດາວົງ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ ໄດ້ຜ່ານຮ່າງ ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງແຂວງປະຈຳປິ 2023ວ່າ: ຕະຫຼອດໄລຍະ 1 ປີ ຜ່ານມາ ຄະນະພັກ, ອົງການປົກຄອງແຕ່ລະຂັ້ນໄດ້ເອົາໃຈໃສ່ຊີ້ນຳ-ນໍ້າພາ ແລະ ຈັດຕັ້ງປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ , ຄະນະພັກທຸກຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ -ນຳພາແນວຄິດ ໃຫ້ພະນັກງານລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ເຮັດໃຫ້ແຂວງຫຼວງນໍ້າທາ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ປອດໄພ.

อาจเป็นรูปภาพของ หนึ่งคนขึ้นไป, แท่นบรรยาย และ ข้อความ

ປັດຈຸບັນທົ່ວແຂວງ ມີສະມາຊິກພັກທັງໜົດ 14.247 ສະຫາຍ(ຍິງ 4.061 ສະຫາຍ), ສະມາຊິກພັກສຳຮອງ 1.069 ສະຫາຍ, ອັນໃດເຮັດໃຫ້ສະມາຊິກພັກ, ມີຫຼັກໝັ້ນທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ມີການພັດທະນາ ເຮັດໃຫ້ເສດຖະກິດໄດ້ຮັບການພັດທະນາ, ຂະຫຍາຍຕົວຕໍ່ເນື່່ອງ ສະເລ່ຍໃນລະດັບ 6,9 % ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ 8.781 ຕື້ກວ່າກີບ; ໃນນີ້ກະສິກໍາ, ປ່າໄມ້ ແລະ ການປະມົງ ບັນລຸໄດ້ 4. 617 ຕື້ກວ່າກີບ, ອຸດສະຫະກຳ ບັນລຸໄດ້ 2.600 ຕື້ກວາກີບ ແລະ ການບໍລິການບັນລຸໄດ້ 1.512 ຕື້ກວ່າກີບ, ພາສີຜະລິດຕະພັນ ບັນລຸໄດ້ 50,53 ຕື້ກີບ, ສະເລ່ຍໃສ່ຫົວຄົນປະຕິບັດໄດ້ 2.459 ກວ່າໂດລາສະຫະລັດ ຫຼື ເທົ່າກັບ 42 ລ້ານກວ່າກີບ/ຄົນ/ ປີ.

ພ້ອມນີ້ກໍໄດ້ເອົາໃຈໃສ່ຕິດຕາມຊຸກຍູ້ການຜະລິດຂອງປະຊາຊົນ ເພື່ອຄໍ້າປະກັນສະບຽງອາຫານ ແລະ ສີນຄ້າ, ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດເຂດຈຸດສຸມ.

ສໍາລັບທິດທາງ ຄາດໝາຍສູ້ຊົນ ປີ 2024 ຮັບປະກັນເຮັດໃຫ້ແຂວງຫຼວງນໍ້າທາ ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ປອດໄພ, ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວຢູ່ໃນລະດັບ 7,6% ລວມຍອດຜະລິດຕະພັນພາຍໃນໃຫ້ບັນລຸໄດ້ 11.402 ຕື້ກວ່າກີບ, ສະເລ່ຍລາຍຮັບຕໍ່ຫົວຄົນ ໃຫ້ບັນລຸໄດ້ 2.946 ກ່ວາໂດລາສະຫະລັດ, ສູ້ຊົນຂຸດຄົ້ນລາຍຮັບເຂົ້າງົບປະມານໃຫ້ໄດ້ 1.584 ຕື້ກວ່າກີບ.

ໃນກອງປະຊຸມ ບັນດາສະຫາຍ ໄດ້ພ້ອມກັນຕີລາຄາ ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງແຂວງ ປະຈຳປີ 2023 ທິດທາງແຜນການຄາດໝາຍສູ້ຊົນ ປະຈຳປີ 2024, ຜ່ານຮ່າງສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກແຂວງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍຍົກໃຫ້ເຫັນດ້ານດີ-ຜົນງານ, ດ້ານອ່ອນ-ຂໍ້ຄົງຄ້າງ, ຊອກວິທີແກ້ໄຂດ້ານອ່ອນ, ຂໍ້ຄົງຄ້າງ, ຄະນະບໍລິຫານງານພັກແຂວງ, ຫົວໜ້າພະແນກການຈະໄດ້ດຳເນີນຊິວິດການເມືອງ ຜ່ານບົດສຳຫຼວດຕົນເອງ, ລົງຄະແນນໃຫ້ຄະນະບໍລິຫານງານພັກແຂວງ, ບັນດາຫົວໜ້າພະແນກການ.

ຂ່າວ: ອຸ້ມ ສົມນໍ່ວັນ