ຄັງສຳຮອງເງິນຕາຕ່າງປະເທດຂອງຈີນ ມີ 3.238 ຕື້ໂດລາ

26

ຂ່າວຊີອາໄອ ລາຍງານວ່າ: ອີງຕາມຕົວເລກຫຼ້າສຸດຂອງອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງລັດຈີນສະແດງໃຫ້ເຫັນວ່າ: ນັບມາຮອດທ້າຍເດືອນທັນວາ 2023 ຍອດຈຳນວນຄັງສຳຮອງເງິນຕາຕ່າງປະເທດຂອງຈີນແມ່ນ 3.238 ຕື້ໂດລາ, ເພີ່ມຂຶ້ນ 66,2 ຕື້ໂດລາ ຄື 2,1% ເມື່ອທຽບໃສ່ທ້າຍເດືອນພະຈິກ 2023, ເພີ່ມຂຶ້ນ 110,3 ຕື້ໂດລາ ຄື 3,5% ເມື່ອທຽບໃສ່ທ້າຍເດືອນທັນວາ 2022.

อาจเป็นรูปภาพของ เงิน และ ข้อความ

ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງລັດຈີນແນະນຳໃຫ້ຮູ້ວ່າ: ໃນເດືອນທັນວາ 2023 ຍ້ອນໄດ້ຮັບຜົນກະທົບຈາກນະໂຍບາຍເງິນຕາ ແລະ ການຄາດຄະເນຂອງກຸ່ມເສດຖະກິດຕົ້ນຕໍ, ເຮັດໃຫ້ຕົວຊີ້ວັດໂດລາສະຫະລັດຫຼຸດຕ່ຳລົງ, ລາຄາຊັບສິນດ້ານການທະນາຄານທົ່ວໂລກໄດ້ເພີ່ມຂຶ້ນໂດຍລວມ. ຍ້ອນອັດຕາແລກປ່ຽນ ແລະ ລາຄາຊັບສິນໄດ້ມີການປ່ຽນແປງ, ເຮັດໃຫ້ຍອດຈຳນວນຄັງສຳຮອງເງິນຕາຕ່າງປະເທດຂອງຈີນໃນເດືອນທັນວາຜ່ານມາເພີ່ມຂຶ້ນ. ເສດຖະກິດຈີນສືບຕໍ່ມີທ່ວງທ່າດີຂຶ້ນ, ການພັດທະນາທີ່ມີຄຸນນະພາບສູງໄດ້ດຳເນີນໄປຢ່າງໜັກແໜ້ນ, ເຊິ່ງຈະເປັນການຄ້ຳປະກັນຕໍ່ຍອດຈຳນວນຄັງສຳຮອງເງິນຕາຕ່າງປະເທດຮັກສາຄວາມໝັ້ນທ່ຽງໂດຍພື້ນຖານ.