ໂຮງຮຽນຫ້ອມສະຫວັນ ມຸ່ງໝັ້ນຈັດໂຮງຮຽນໃຫ້ເປັນສະຖານທີ່ ປອດຄວັນຢາສູບ

121

ໂຮງຮຽນຫ້ອມສະຫວັນ ເປັນໂຮງຮຽນລ້ຽງເດັກອະນຸບານ, ປະຖົມ, ມັດທະຍົມສົມບູນ ຕັ້ງຢູ່ບ້ານຈຽມປາງ ເຂດບ້ານຫ້ອມ ເມືອງຫາຍຟອງ ນະຄອນຫຼວງ ວຽງຈັນ ມີຄູ – ອາຈນ 48 ທ່ານ, ມີນັກຮຽນທັງໝົດ 1.287 ຄົນ ( ຍິງ 663 ຄົນ ), ມີຫ້ອງຮຽນທັງໝົດ 33 ຫ້ອງ. ເປັນໂຮງຮຽນແຫ່ງໜຶ່ງທີ່ມີຊື່ສຽງ ແລະ ມີຜົນງານພົ້ນເດັ່ນຫຼາຍຢ່າງຍາດມາໄດ້ຫຼາຍລາງວັນ ບໍ່ວ່າຈະເປັນການແຂ່ງຂັນສິລະປະ, ປະກວດແຕ້ມຮູບ, ປະກວດຮູບເງົາສັ້ນ ແລະ ອື່ນໆ. ທາງດ້ານວິຊາການຍັງໄດ້ປະກາດເປັນໂຮງຮຽນຕົວແບບຄຸນນະພາບທາງດ້ານສຶກສາ ໃນສົກຮຽນປີ 2022 – 2023 ທີ່ຜ່ານມາອີກດ້ວຍ, ຫຼ້າສຸດໂຮງຮຽນ ຫ້ອມສະຫວັນ ປະກາດຈຸດຢືນ ເປັນໂຮງຮຽນປອດຢາສູບໄຟຟ້າ 100%.

อาจเป็นรูปภาพของ 5 คน, ผู้คนกำลังบาสเกตบอล และ ข้อความ

ໂຮງຮຽນຫ້ອມສະຫວັນ ຖືເອົາວຽກງານວິຊາການເປັນວຽກງານສໍາຄັນ ໂດຍທາງໂຮງຮຽນໄດ້ຈັດນິເທດພາຍໃນ ແລະ ພາຍນອກ, ໄດ້ຝຶກອົບຮົມພາຍໃນໂຮງຮຽນ ກ່ຽວກັບການນໍາໃຊ້ຫຼັກສູດໃໝ່ ແຕ່ອະນຸບານໄດ້ເອົາໃຈໃສ່ຮູບແບບການສິດສອນຕັ້ງແຕ່ໄລຍະຂອງການແຜ່ລະບາດຂອງໂຄວິດ – 19, ພ້ອມກັນນີ້ ໂຮງຮຽນຍັງໃຫ້ ຄວາມສໍາຄັນຕໍ່ຄຸນນະພາບໃນການຮຽນ – ການສອນ ພ້ອມທັງມີແຜນສ້າງຄູປະສົບການທຸກຊັ້ນຮຽນ.

อาจเป็นรูปภาพของ ข้อความ

ກິດຈະກໍານັກຮຽນເປັນອີກວຽກງານໜຶ່ງທີ່ສໍາຄັນ ເພື່ອເຮັດໃຫ້ນັກຮຽນມີສຸຂະພາບແຂງແຮງ ແລະ ໄດ້ຮຽນຮູ້; ທາງໂຮງຮຽນຍັງສົ່ງເສີມຜູ້ທີ່ມີພອນສະຫວັນ ແລະ ໄດ້ຮຽນຮູ້ປະສົບການໃນການດໍາລົງຊີວິດຕົວຈິງ ໂດຍນໍາໃຊ້ 6 ກິດຈະກໍາຫຼັກສູດຂອງກະຊວງ ພ້ອມທັງນໍາພານັກຮຽນເຂົ້າຮ່ວມແຂ່ງຂັນສິລະປະວັນນະຄະດີລະດັບນາໆຊາດ ແລະ ລະດັບນະຄອນຫຼວງວຽງຈັນ ສາມາດຍາດໄດ້ຫຼາກຫຼາຍລາງວັນ ທັງພາຍໃນ ແລະ ຕ່າງປະເທດ.

อาจเป็นรูปภาพของ 3 คน และ ข้อความ

ຜ່ານການພັດທະນາໂຮງຮຽນຫ້ອມສະຫວັນ ເປັນລະບົບຢ່າງຕໍ່ເນື່ອງ ພາຍໃຕ້ການຊີ້ນໍານໍາພາຂອງພະແນກສຶກສາທິການ ແລະ ກີລານະຄອນຫຼວງ ວຽງຈັນ ແລະ ຫ້ອງການສຶກສາ ແລະ ກີລາເມືອງຫາດຊາຍຟອງຈຶ່ງເຮັດໃຫ້ໂຮງຮຽນຫ້ອມສະຫວັນ ໄດ້ຖືກຮັບຮອງເປັນໂຮງຮຽນປະຖົມຕົວແບບຄຸນນະພາບນະຄອນຫຼວງວຽງຈັນ. ຫຼ້າສຸດໃນວັນທີ 22 ທັນວາ 2023 ໂຮງຮຽນຫ້ອມສະຫວັນ ປະກາດຈຸດຢືນ ເປັນໂຮງຮຽນ ປອດຢາສູບໄຟຟ້າ 100% ໂດຍການຈັດກິດຈະກຳໃຫ້ ຄວາມຮູ້ກ່ຽວກັບຢາສູບ ແລະ ຢາສູບໄຟຟ້າຂຶ້ນ ເຊິ່ງນັກຮຽນ ຄູ – ອາຈານ ຈະບໍ່ສົນ ບໍ່ຫຍຸ້ງກ່ຽວ ແລະ ບໍ່ສູບຢາສູບ.

อาจเป็นรูปภาพของ 2 คน และ ข้อความ

ກິດຈະກຳໃນຄັ້ງນີ້ ນ້ອງໆ ນັກຮຽນຊັ້ນ ມ 6 ແລະ ມ 7 ໄດ້ມີການສະແດງວີດີໂອເຜີຍແຜ່ຜົນຮ້າຍຂອງຢາສູບ ສ້າງໂດຍນັກຮຽນເອງ, ກິດຈະກຳຖາມ – ຕອບ ແລະ ການປູກຕົ້ນໄມ້ແຫ່ງຈິດສຳນຶກ ທີ່ນັກຮຽນຂຽນຂໍ້ຄວາມປະຕິຍານຈະບໍ່ຫຍຸ້ງກ່ຽວກັບຢາສູບ ຫຼື ຢາສູບໄຟຟ້າ ເຊິ່ງເປັນການເອົາໃຈໃສ່ທາງດ້ານການສະກັດກັ້ນປາກົດການຫຍໍ້ທໍ້ ການເສບຕິດ, ການສູບຢາ ແລະ ພົວພັນສິ່ງເສບຕິດອື່ນໆຂອງນັກຮຽນ ເພື່ອມຸ່ງໝັ້ນຈັດໂຮງຮຽນໃຫ້ເປັນສະຖານທີ່ ປອດຄວັນຢາສູບ 100%.

ພາຍໃນງານໄດ້ມີການຈັດກິດຈະກຳໃຫ້ຄວາມຮູ້ກ່ຽວກັບຢາສູບ ແລະ ຢາສູບໄຟຟ້າ ເຊິ່ງມີການເຕັ້ນເປີດພິທີ, ສະແດງວິດີໂອເຜີຍແຜ່ຜົນຮ້າຍຂອງຢາສູບ ສ້າງໂດຍນັກຮຽນເອງ, ກິດຈະກຳຖາມ – ຕອບ ແລະ ຈົບທ້າຍດ້ວຍການປູກຕົ້ນໄມ້ແຫ່ງຈິດສຳນຶກ ທີ່ນັກຮຽນຂຽນຂໍ້ ຄວາມປະຕິຍານຈະບໍ່ຫຍຸ້ງກ່ຽວກັບຢາສູບ ຫຼື ຢາສູບໄຟຟ້າ ຮ່ວມກັບນັກຮຽນຊັ້ນ ມ 6 ແລະ ມ 7 ຈຳນວນ 115 ນ້ອງ.

ໂຮງຮຽນຫ້ອມສະຫວັນ ຍັງເອົາໃຈໃສ່ທາງດ້ານການສະກັດກັ້ນປາກົດການຫຍໍ້ທໍ້ ການເສບຕິດ, ການສູບຢາ ແລະ ພົວພັນສິ່ງເສບຕິດອື່ນໆຂອງນັກຮຽນ. ອີງໃສ່ບັນຫາປັດຈຸບັນໃນກຸ່ມໄວໜຸ່ມລາວທີ່ການສູບຢາສູບໄຟຟ້າກຳລັງລະບາດ ທາງໂຮງຮຽນເຫັນໄດ້ເຖິງບັນຫາຈຶ່ງໄດ້ສ້າງໂຄງການ ໂຮງຮຽນປອດຄວັນຢາສູບ, ທັງນີ້ແມ່ນເພື່ອແນໃສ່ໃຫ້ຄູ ແລະ ນັກຮຽນມີຄວາມຮູ້, ຄວາມເຂົ້າໃຈກ່ຽວກັບອັນຕະລາຍຂອງຢາສູບໄຟຟ້າ, ຈັດສະຖານທີ່ໃຫ້ມີສະພາບແວດລ້ອມທີ່ດີປອດຄວັນຢາສູບ ແລະ ສ້າງກຸ່ມຕົວແທນນັກຮຽນມັດທະຍົມ ເພື່ອເຄື່ອນໄຫວໃຫ້ຄວາມຮູ້ແກ່ຮຸ່ນນ້ອງ ແລະ ໝູ່ເພື່ອນ.