5 ຂັ້ນຕອນ ການບໍລິຫານຄົນໃຫ້ມີປະສິດທິພາບ

90

ສະບາຍດີປີໃໝ່!

ວັນເວລາຜ່ານໄປໄວ ປານສາຍນໍ້າໄຫຼ ປີ 2023 ຜ່ານໄປ ປີ2024 ກ້າວເຂົ້າມາແທນທີ່. ຫຼາຍຄົນອາດບັນລຸຜົນຕາມທີ່ວາງແຜນໄວ້ ແຕ່ກໍອາດມີຫຼາຍວຽກຫຼາຍແຜນ ຕ້ອງສືບຕໍ່ອົດທົນສູ້ຕໍ່ໄປ ເພາະຜົນສຳເລັດບໍ່ເກີດຂຶ້ນໃນຍາມໜຶ່ງຍາມດຽວ.

ເປີດຫົວຄໍລຳ ສະບັບແລກແຮກໝານປີໃໝ່ ຂໍນຳສະເໜີ 5 ຂັ້ນຕອນ ການບໍລິຫານຄົນໃຫ້ມີປະສິດທິພາບ ເພາະບຸກຄະລາກອນຄືຫົວໃຈຫຼັກທີ່ຈະພາອົງກອນກ້າວສູ່ຜົນສຳເລັດ.

อาจเป็นรูปภาพของ 4 คน, ชุดสูท และ สำนักงาน

ໃນຊີວິດການເຮັດວຽກ ຖ້າຫາກວັນໜຶ່ງມີໂອກາດໄດ້ກ້າວຂຶ້ນໄປເປັນຜູ້ບໍລິຫານ ຫຼື ຫົວໜ້າ ທັກສະສໍາຄັນທີ່ຄວນຕ້ອງມີ ນອກຈາກການເຮັດໜ້າທີ່ຂອງຕົວເອງໃຫ້ດີທີ່ສຸດແລ້ວ ນັ້ນຄືການບໍລິຫານຄົນ ເພາະມີລູກນ້ອງທີ່ຕ້ອງເບິ່ງແຍງ, ຮັບຜິດຊອບ. ທັງນີ້, ກໍເພື່ອໃຫ້ລະບົບການເຮັດວຽກຂອງບໍລິສັດ ຫຼື ອົງກອນນັ້ນໆເປັນໄປຢ່າງຄ່ອງຕົວ ແຕ່ເນື່ອງຈາກຄວາມແຕກຕ່າງຂອງຕົວບຸກຄົນ ບາງຄັ້ງຈຶ່ງພົບວ່າມັນເປັນເລື່ອງທີ່ຍາກບໍ່ໜ້ອຍ. ຢ່າງໃດກໍຕາມ, ວັນນີ້ຜູ້ຂຽນຂໍສັງລວມເອົາເຄັດລັບການບໍລິຫານຄົນໃຫ້ມີປະສິດທິພາບ ດັ່ງນີ້:

■ ສື່ສານກັນໃຫ້ຊັດເຈນ: ການສື່ສານ ນັບເປັນເລື່ອງທີ່ມີຄວາມສຳຄັນຫຼາຍທີ່ສຸດເລື່ອງໜຶ່ງ ໃນການບໍລິຫານຄົນ ເພາະຫຼາຍຄັ້ງທີ່ຫົວໜ້າ ແລະ ລູກນ້ອງສື່ສານກັນບໍ່ເຂົ້າໃຈ ສົ່ງຜົນໃຫ້ເຮັດວຽກຜິດພາດ ຫຼື ຊໍ້າຊ້ອນ ໂດຍບໍ່ຈໍາເປັນ ຈົນຕ້ອງເສຍເວລາມານັ່ງແກ້ໄຂກັນໃນພາຍຫຼັງ.

■ ຢ່າເຈົ້າກີ້ເຈົ້າການຫຼາຍເກີນໄປ: ບໍ່ຕ້ອງເຮັດໜ້າທີ່ເໝືອນເປັນຜູ້ຄຸມທີ່ຄອຍສັ່ງສອນຄົນນັ້ນຄົນນີ້ເຮັດໃຫ້ຢ່າງທີ່ໃຈຕົວເອງຕ້ອງການ ພຽງແຕ່ມອບໝາຍວຽກ ແລະ ຄອຍດູແລແບບຫ່າງໆກໍພໍ ເພາະການໄປຈໍ້າຈີ້ຫຼາຍເກີນໄປ ອາດເຮັດໃຫ້ພະນັກງານເກີດຄວາມຕຶງຄຽດ, ກົດດັນ ແລະ ຮູ້ສຶກອຶດອັດ ເມື່ອຕ້ອງມາເຮັດວຽກ ໂດຍປ່ອຍໃຫ້ພວກເຂົາໄດ້ເຮັດຕາມໜ້າທີ່ຂອງຕົວເອງໄປຈະດີກວ່າ.

■ ຮັບຟັງຄວາມເຫັນຂອງພະນັກງານ: ເມື່ອໃດກໍຕາມທີ່ພະນັກງານຂອງເຈົ້າຢາກສະແດງຄວາມຄິດເຫັນ ຫຼື ເຂົ້າມາຂໍຄໍາປຶກສາ ຈົ່ງເປີດໃຈຮັບຟັງ ລວມທັງເປີດໂອກາດໃຫ້ເຂົາໄດ້ສົນທະນາກັນຢ່າງເຕັມທີ່ ຢ່າເຮັດເປັນບໍ່ສົນໃຈ, ເມີນເສີຍ ຫຼື ເບິ່ງວ່າມັນເປັນສິ່ງນ້ອຍໆ ເພາະຢ່າງໃດແລ້ວລາວກໍເປັນຄົນຂອງເຈົ້າ, ຜູ້ເຊິ່ງຄອຍຊ່ວຍເຫຼືອ ແລະ ເຮັດໃຫ້ວຽກເດີນໜ້າຕໍ່ໄປໄດ້. ສະນັ້ນ, ໃຫ້ຮັບຟັງລາວເໝືອນທີ່ລາວຕອບຮັບຟັງເຈົ້າສະເໝີ.

■ ກ່າວຍ້ອງຍໍ: ທຸກໆຄັ້ງທີ່ພະນັກງານຂອງເຈົ້າສ້າງຜົນງານອອກມາດີໃຫ້ກ່າວຍ້ອງຍໍຊົມເຊີຍ ເພື່ອສ້າງກໍາລັງໃຈໃນການເຮັດວຽກໃຫ້ກັບລາວ ແລະ ທີ່ສໍາຄັນຍັງເຮັດໃຫ້ພະນັກງານຮູ້ສຶກວ່າທີ່ທຸ່ມເທທັງກາຍ ແລະ ໃຈ ໄປກັບງານນັ້ນບໍ່ເສຍໄປລ້າໆ ເພາະຢ່າງນ້ອຍເຈົ້າກໍເຫັນຄວາມສໍາຄັນໃນຕົວຂອງລາວຢູ່.

■ ຢ່າດ່ວນຕັດສິນ: ໃນບາງຄັ້ງທີ່ພະນັກງານຂອງເຈົ້າເກີດເຮັດໃນສິ່ງທີ່ນອກເໜືອ ຫຼື ແຕກຕ່າງຈາກທີ່ເຈົ້າມອບໝາຍໄປ ຢ່າຟ້າວຕັດສິນວ່າລາວບໍ່ຟັງຄໍາສັ່ງ ໃຫ້ລອງຖາມເຫດຜົນກ່ອນວ່າເປັນຫຍັງຈຶ່ງເຮັດແບບນັ້ນ ແລ້ວລອງພິຈາລະນາໃນມູມກັບກັນ ຖ້າຫາກຕົວເຈົ້າຕົກຢູ່ໃນສະຖານະການດຽວກັບລາວ ເຈົ້າຈະເຮັດແນວໃດ ບາງເທື່ອກໍອາດເໝືອນກັນກໍໄດ້ ເຊິ່ງຜົນການເຮັດວຽກຂອງພະນັກງານເຈົ້າ ມັນບໍ່ໄດ້ກໍ່ໃຫ້ເກີດຄວາມເສຍຫາຍຫຍັງຫຼາຍ ກໍຢ່າຖືເປັນເລື່ອງໃຫຍ່ ແລະ ສະແດງຄວາມເຫັນໃຈ ເພື່ອໃຫ້ລາວມີກໍາລັງໃຈຈະເຮັດວຽກອັນນັ້ນຕໍ່ໄປໃຫ້ດີຂຶ້ນ.