ເລີ່ມເດືອນນີ້ເປັນຕົ້ນໄປ ບໍລິສັດໃດບໍໄດ້ລົງທະບຽນ ຈະບໍສາມາດດຳເນີນການນຳເຂົ້າ-ສົ່ງອອກໄດ້

267

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການສະບັບເລກທີ3239/ຫອຄ ລົງວັນທີ 29 ທັນວາ 2023 ກ່ຽວກັບມາດຕະການຄຸ້ມຄອງການນໍາເຂົ້າ ຫຼື ສົ່ງອອກ ສິນຄ້າຂອງ ສປປ ລາວໂດຍອີງໃສ່ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການກະຊວງອຸດສາຫະກຳ ແລະການ ຄ້າ ເລກທີ 2072/ອຄ, ລົງວັນທີ 15 ພະຈິກ 2023; ຄໍາແນະນໍາ ວ່າດ້ວຍການຈັດຕັ້ງຜັນຂະຫຍາຍ ມະຕິຕົກລົງ ສະບັບເລກທີ 19/ກມພສ ແລະ ນິຕິກໍາຜັນຂະຫຍາຍຂອງລັດຖະບານ ໃນຂະແໜງອຸດສາຫະກຳ ແລະ ການຄ້າ ເລກທີ 2329/ອຄ, ລົງວັນທີ 11ທັນວາ 2023.

No photo description available.
ເພື່ອເປັນການຈັດຕັ້ງ ແລະ ຜັນຂະຫຍາຍພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຂະແໜງອຸດສາຫະກຳ ແລະ ການຄ້າ ໃນການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ, ຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ອອກແຈ້ງການ ລະບຸໄວ້ດັ່ງນີ້:

1. ເລີ້ມແຕ່ວັນທີ 01 ມັງກອນ 2024 ເປັນຕົ້ນໄປ, ວິສາຫະກິດນຳເຂົ້າ-ສົ່ງອອກໃດທີ່ຍັງບໍ່ທັນສຳເລັດການລົງທະບຽນເປັນຜູ້ນຳເຂົ້າ ແລະ ສົ່ງອອກ ແລະ ຢັ້ງຢືນແຈ້ງລົງທະບຽນ ເປີດ ຫຼື ຫັນບັນຊີສະເພາະການນຳເຂົ້າ-ສົ່ງອອກ ຈະບໍ່ສາມາດດຳເນີນການນຳເຂົ້າ-ສົ່ງອອກໄດ້.

May be an image of text
2. ມອບໃຫ້ ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ ສົມທົບ ເຈົ້າໜ້າທີ່ພາສີປະຈຳດ່ານ ແລະ ທະນາຄານ ແຫ່ງ ສປປ ລາວ ສາຂາພາກ ຊຸກຍູ້ໃຫ້ວິສາຫະກິດນຳເຂົ້າ-ສົ່ງອອກ ທີ່ຂື້ນກັບແຂວງຕົນ ຮີບຮ້ອນລົງທະບຽນເປັນຜູ້ນຳເຂົ້າ-ສົ່ງອອກ ຜ່ານເວັບໄຊ https://www.leidc.gov.la ຫຼືhttps://www.imex-enterprise.laoconnect.la ແລະ ແຈ້ງຢັ້ງຢືນລົງທະບຽນເປີດ ຫຼື ຫັນບັນຊີສະເພາະການນຳເຂົ້າ-ສົ່ງອອກ ນໍາກົມຄຸ້ມຄອງເງິນຕາຕ່າງປະເທດ, ທະນາຄານ ແຫ່ງ ສປປ ລາວ ຫຼື ທະນາຄານ ແຫ່ງສປປ ລາວ ສາຂາພາກ ເພື່ອໃຫ້ສາມາດສືບຕໍ່ນຳເຂົ້າ ຫຼື ສົ່ງອອກ ສິນຄ້າໄດ້ ຫຼັງຈາກວັນທີ 31 ທັນວາ 2023.