ເຊກອງວາງເປົ້າເກັບລາຍຮັບ 2024 ທີ່ 232 ຕື້ກີບ ແຕ່ລາຍຈ່າຍ 299,50 ຕື້

73

ທຸກປີທຸກແຂວງຈະມີຕົວເລກມອບໝາຍສຳລັບການເກັບລາຍຮັບໃນວົງເງິນທີ່ຫຼາຍຂຶ້ນ ອີງຕາມການຂະຫຍາຍຕົວທາງເສດຖະກິດ-ສັງຄົມຂອງແຂວງ ສະເພາະແຂວງເຊກອງ ທ່ານ ຄໍຮູ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງເຊກອງລາຍງານວ່າ: ໃນປີ 2024 ນີ້ແຂວງເຊກອງ ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ທັງໝົດ 232,90 ຕື້ກີບ ທຽບໃສ່ປີ 2023 ເພີ່ມຂຶ້ນ 15,76%. ໃນນີ້, ລາຍຮັບພູດສູນກາງ (ປະຕິບັດຢູ່ທ້ອງຖິ່ນ) ຈໍານວນ 14 ຕື້ກີບ ທຽບໃສ່ປີ 2023 ເພີ່ມຂຶ້ນ 40% ແລະ ລາຍຮັບພູດທ້ອງຖີ່ນ 218,90 ຕື້ກີບ ທຽບໃສ່ປີ 2023 ເພີ່ມຂຶ້ນ 14,49%; ຄຸ້ມຄອງ ແລະ ຄາດຄະເນການປະຕິບັດລາຍຈ່າຍຢູ່ໃນລະດັບ 299,50 ຕື້ກີບ ທຽບໃສ່ປີ 2023 ເພີ່ມຂຶ້ນ 5,69%.

ພ້ອມນີ້, ກໍເພີ່ມທະວີການເຜີຍແຜ່ລະບຽບກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ຕິດພັນກັບວຽກງານລາຍຮັບ, ຍົກສູງຄວາມຮັບຜິດຊອບໃນການຊຸກຍູ້, ຕິດຕາມ, ກວດກາບັນດາຖານລາຍຮັບທີ່ນອນໃນຄວາມຮັບຜິດຊອບຂອງຕົນໃຫ້ຄົບຖ້ວນ ແລະ ຖືກຕ້ອງຕາມຕົວຈິງ; ຫັນເອົາຫົວໜ່ວຍທຸລະກິດເຂົ້າໃນລະບົບຄຸ້ມຄອງລາຍຮັບແບບທັນສະໄໝ, ອອກເລກປະຈໍາຕົວຜູ້ເສຍອາກອນໃຫ້ທັງພາກລັດ ແລະ ເອກະຊົນ, ປະເມີນຫົວໜ່ວຍທີ່ມີເງື່ອນໄຂເຂົ້າໃນລະບົບອາກອນມູນຄ່າເພີ່ມຕາມລະບຽບການ, ກວດກາຕິດຕາມວຽກງານຄ່າທໍານຽມທາງ-ພາສີທີ່ດິນ ແລະ ລາຍຮັບວິຊາການ; ຍົກລະດັບຄຸ້ມຄອງຊັບສິນແຫ່ງລັດເປັນທັນສະໄໝໃຫ້ກວມລວມໃນທຸກຂົງເຂດ, ເພີ່ມທະວີການກວດກາ ຄຸ້ມຄອງນໍາໃຊ້ຊັບສິນຂອງລັດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ເປັນຕົ້ນ ການລັກລອບຂຸດຄົ້ນ ແລະ ເຄື່ອນຍ້າຍຊັບພະຍາກອນທໍາມະຊາດ, ລັກລອບໜີພາສີພາຍໃນ ແລະ ນອກດ່ານພາສີຊາຍແດນ.

May be an image of 1 person, baked beans and text

ປະຕິບັດແຜນລາຍຈ່າຍງົບປະມານໃຫ້ສອດຄ່ອງຕາມສາລະບານງົບປະມານ-ບັນຊີດຽວ, ປັບປຸງກົນໄກຄຸ້ມຄອງລາຍຈ່າຍໃຫ້ຮັດກຸມ, ວ່ອງໄວ ແລະ ເບີກຈ່າຍງົບປະມານຜ່ານລະບົບທັນສະໄໝ; ປະຕິບັດມາດຕະການປະຢັດ ແລະ ຕ້ານການຟຸມເຟືອຍ ແລະ ສຸມໃສ່ການລົງກວດກາຫຼັງຈ່າຍ ຮັບປະກັນການນໍາໃຊ້ງົບປະມານຂອງລັດໃຫ້ມີປະໃນການສິດທິພາບ ແລະ ປະສິດທິຜົນສູງ.

ທ່ານ ຄໍາຮູ້ ອ່ອນມະນີ ໃຫ້ຮູ້ຕື່ມວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2024 ນີ້ ແມ່ນນອນໃນເງື່ອນໄຂສືບຕໍ່ດຳເນີນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ສະສົມມາເປັນເວລາຍາວນານ ຂະແໜງການເງິນທຸກຂັ້ນ ຕ້ອງເປັນເຈົ້າການຂຸດຄົ້ນລາຍຮັບ ຕາມທ່າແຮງບົ່ມຊ້ອນຂອງທ້ອງຖິ່ນ, ຕ້ານສະກັດກັ້ນການຮົ່ວໄຫລຂອງລາຍຮັບງົບປະມານ, ຄຸ້ມຄອງລາຍຈ່າຍຢ່າງປະຢັດ, ຮັດກຸມ, ຖືກຕ້ອງຕາມຂໍ້ກຳນົດ, ລະບຽບການ; ປັບປຸງກົນໄກ ແບບແຜນນຳພາ-ວິທີເຮັດວຽກ ແລະ ບໍລິຫານແຫລ່ງເງິນໃຫ້ມີປະສິດທິຜົນ ເພື່ອເຮັດໃຫ້ກົງຈັກລັດ ສາມາດເຄື່ອນໄຫວວຽກງານເປັນປົກະຕິ; ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາທາງດ້ານເສດຖະກິດ-ການເງິນ ໂດຍສະເພາະແມ່ນຄໍາສັ່ງ ສະບັບເລກທີ 18/ນຍ; ດຳລັດ ສະບັບເລກທີ 205/ລບ; ດໍາລັດ ສະບັບເລກທີ 599/ນຍ ແລະ ນິຕິກໍາອື່ນໆຢ່າງເຂັ້ມງວດ.

ຂ່າວ: ສັນຍາ