ຟີລິບປິນ ຂະຫຍາຍເວລາຫຼຸດພາສີນຳເຂົ້າ ເຂົ້າ

21

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ມາກອສ ຈູເນຍ ປະທານາທິບໍດີຟີລິບປິນ ໄດ້ອະນຸມັດໃຫ້ເພີ່ມເວລາຫຼຸດການນຳເຂົ້າ ເຂົ້າ ແລະ ສິນຄ້າອາຫານປະເພດອື່ນໆ ຈົນຮອດທ້າຍປີຫນ້າ ເພື່ອຮັກສາສະຖຽນລະພາບຂອງລາຄາອາຫານເຫຼົ່ານີ້.

ທັງນີ້ ຟີລິບປິນໄດ້ອະນຸມັດໃຫ້ຫຼຸດພາສີນຳເຂົ້າ ເຂົ້າ ແລະ ສິນຄ້າອາຫານປະເພດອື່ນໆ ມາແຕ່ປີ 2021, ກ່ອນຈະຂະຫຍາຍເວລາຫຼຸດພາສີນຳເຂົ້າ ຈົນມາຮອດປັດຈຸບັນ ເນື່ອງຈາກອັດຕາເງິນເຟີ້ສູງ, ຫຼ້າສຸດຜູ້ນຳຟີລິບປິນ ໄດ້ເຊັນອະນຸມັດໃຫ້ຂະຫຍາຍເວລາອີກໄປຈົນເຖິງທ້າຍປີໜ້າ. ທັງນີ້ ສະພາວະເສດຖະກິດທີ່ເປັນຢູ່ໃນປັດຈຸບັນ ໄດ້ເຮັດໃຫ້ຟີລິບປິນຕັດສິນໃຈເດີນຫນ້າຫຼຸດພາສີນຳເຂົ້າ ເຂົ້າ, ສາລີ ແລະ ຊີ້ນຫມູ ເພື່ອດຶງລາຄາໃຫ້ຢູ່ໃນລະດັບທີ່ເປັນຫນ້າພໍໃຈຂອງຜູ້ບໍລິໂພກ ແລະ ເພື່ອຮັບປະກັນ ຄວາມຫມັ້ນຄົງດ້ານສະບຽງອາຫານ.

ລາຍງານລະບຸວ່າ: ອັດຕາເງິນເຟີ້ຂອງຟີລິບປິນຢູ່ໃນລະດັບ 4,1% ໃນເດືອນພະຈິກ 2023 ສະລໍຕົວລົງເປັນເດືອນທີ 2 ຕິດຕໍ່ກັນແລ້ວ ແຕ່ອັດຕາເງິນເຟີ້ສະເລ່ຍໃນ 11 ເດືອນຂອງປີນີ້ ຢູ່ທີ່ 6,4% ເຊິ່ງສູງກວ່າເປົ້າໝາຍຂອງທະນາຄານກາງຟີລິບປິນຕັ້ງໄວ້ທີ່ 2-4%.