ສຕລ ສືບຕໍ່ອະນຸມັດງົບ 120 ລ້ານກີບໃຫ້ບັນດາແຂວງທົ່ວປະເທດ ຈັດແຂ່ງ 5 ລາຍການໃນປີ 2024

112

ສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ອະນຸມັດງົບປະມານຈຳນວນ 120 ລ້ານກີບໃຫ້ສະຫະພັນບານເຕະ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ສືບຕໍ່ຈັດກິດຈະກຳຕ່າງໆ ໂດຍສະເພາະຈັດການແຂ່ງຂັນ 5 ລາຍການໃນປີ 2024 ພາຍໃນແຕ່ລະແຂວງຂອງໃຜລາວ.

ທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ກ່າວໃນກອງປະຊຸມພັດທະນາກີລາບານເຕະທົ່ວປະເທດ ປະຈໍາປີ 2023 ວ່າ: ໃນປີ 2024 ສຕລ ຈະສືບຕໍ່ໃຫ້ງົບປະມານຈັດການແຂ່ງຂັນ ຈໍານວນ 120 ລ້ານກີບໃຫ້ແກ່ທຸກໆສະຫະພັນບານເຕະແຂວງ ແລະ ນະຄອນຫຼວງວຽງຈັນ ເພື່ອນໍາໄປຈັດການແຂ່ງຂັນ 5 ລາຍການ ຄື:
1.ການແຂ່ງຂັນ ລາວລີກ 2 (ການແຂ່ງຂັນປະຈໍາປີຂອງບັນດາແຂວງ/ນະຄອນຫຼວງ)
2.ການແຂ່ງຂັນລະດັບມັດທະຍົມຕອນຕົ້ນ ປະເພດຊາຍ ພາຍໃນແຂວງ/ນະຄອນຫຼວງ
3.ການແຂ່ງຂັນລະດັບມັດທະຍົມຕອນປາຍ ປະເພດຊາຍ ພາຍໃນແຂວງ/ນະຄອນຫຼວງ
4.ການແຂ່ງຂັນລະດັບມັດທະຍົມຕອນຕົ້ນ ປະເພດຍິງ ພາຍໃນແຂວງ/ນະຄອນຫຼວງ
5.ການແຂ່ງຂັນລະດັບມັດທະຍົມຕອນປາຍ ປະເພດຍິງ ພາຍໃນແຂວງ/ນະຄອນຫຼວງ.

ສໍາລັບຜົນງານພົ້ນເດັ່ນໃນປີ 2023 ສຕລ ຍັງໄດ້ຮ່ວມກັບ ສຕຂ/ນະຄອນຫຼວງວຽງຈັນ ຈັດການແຂ່ງຂັນປະຈຳປີ 2023 ປະກອບມີການແຂ່ງຂັນລາວລີກ 2 ມີທັງໝົດ 9 ແຂວງທີ່ສາມາດຈັດແຂ່ງຂັນໄດ້ ໂດຍມີທັງໝົດ 62 ທີມ ມີນັກກິລາທັງ 1.740 ຄົນ, ນັດແຂ່ງຂັນທັງໝົດ 500 ນັດ, ມີສະໜາມແຂ່ງຂັນ 9 ສະໜາມ ແລະ ຄະນະຄູຝຶກທັງໝົດ 121 ຄົນ, ມັດທະຍົມຕອນຕົ້ນ-ຕອນປາຍ ຍິງ-ຊາຍ ມີທັງໝົດ 246 ທີມຈາກທັງໝົດ 8 ແຂວງ.
ຂ່າວ: Larh Creators; ຮູບຈາກ: ສຕລ