ສົ່ງເສີມຄວາມຮູ້ ແລະ ຄວາມສໍາຄັນຂອງການຮັກສາປຶ້ມແບບຮຽນ

88

ປຶ້ມແບບຮຽນ ແລະ ຄູ່ມືຄູມີຄວາມສໍາຄັນຫຼາຍຕໍ່ການຮຽນການສອນ ເພາະວ່າມັນເຕັມດ້ວຍຄວາມຮູ້. ໃນການປົກປັກຮັກສາທີ່ດີ ແລະ ສາມາດນໍາໃຊ້ໄດ້ດົນນານ ຄູທຸກຄົນຄວນແນະນໍາໃຫ້ນັກຮຽນຫໍ່ປຶ້ມ ແລະ ສ້ອມແປງຄືນ ຖ້າຫາກມັນເປ່ເພ.

อาจเป็นรูปภาพของ 9 คน, ต้นไม้ และ ข้อความ

ສູນໂຄສະນາຂ່າວສານການສຶກສາ ແລະ ກີລາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກີລາ ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະ ຕຣາລີ ແລະ ອົງການພັດທະນາສາກົນສະຫະລັດອາເມຣິກາ ( USAID ) ໂດຍຜ່ານແຜນງານບີຄວາ ໄດ້ຜະລິດວີດີໂອໃໝ່ ເພື່ອປູກຈິດສຳນຶກຮັກສາປຶ້ມແບບຮຽນ ເຊິ່ງໄດ້ບອກສິ່ງທີ່ຄວນເຮັດ ແລະ ສິ່ງທີ່ບໍ່ຄວນເຮັດ. ຂໍ້ຄວາມດັ່ງກ່າວແມ່ນແນໃສ່ໃຫ້ຄູສອນຊັ້ນປະຖົມສຶກສາ ໃຫ້ຄໍາແນະນໍາແກ່ນັກຮຽນຂອງເຂົາເຈົ້າກ່ຽວກັບບົດບາດຂອງພວກເຂົາໃນການຮັບຜິດຊອບການຮັກສາປຶ້ມແບບຮຽນຢ່າງຖືກຕ້ອງ, ຄູຄວນອະທິບາຍໃຫ້ນັກຮຽນ ແລະ ພໍ່ແມ່ຮູ້ວິທີການຮັກສາປຶ້ມແບບຮຽນ ໂດຍນຳໃຊ້ຢ່າງລະມັດລະວັງ ແລະ ເປັນເຈົ້າການໃນການເກັບຮັກສາ.

อาจเป็นรูปภาพของ 1 คน และ กำลังอ่านหนังสือ

ວີດີໂອຕອນໃໝ່ ໄດ້ຊຸກຍູ້ໃຫ້ຄູແນະນຳສິ່ງທີ່ຄວນເຮັດ ແລະ ສິ່ງທີ່ບໍ່ຄວນເຮັດໃນການຮັກສາປຶ້ມແບບຮຽນໃຫ້ກັບນັກຮຽນຂອງພວກເຂົາ ເຊັ່ນ: ແນະນໍາໃຫ້ນັກຮຽນເອົາປຶ້ມແບບຮຽນໄປຮຽນຢູ່ເຮືອນ, ບໍ່ໃຫ້ພັບປຶ້ມແບບຮຽນ, ບໍ່ໃຫ້ຂຽນໃສ່ປຶ້ມແບບຮຽນ, ບໍ່ໃຫ້ປຶ້ມຖືກນໍ້າເດັດຂາດ ແລະ ບໍ່ກິນອາຫານເວລາອ່ານປຶ້ມ.

อาจเป็นรูปภาพของ ไดอารี่, หนังสือ และ ข้อความ

ວີດີໂອຍັງໄດ້ຍົກໃຫ້ເຫັນຄໍາແນະນໍາທີ່ເຂົ້າໃຈງ່າຍ ເຊັ່ນ: ຄູຄວນສາທິດວິທີການຫໍ່ປຶ້ມແບບຮຽນໃນເວລາໄຂສົກຮຽນໃໝ່ ແລະ ສ້ອມແປງປຶ້ມທັນທີຖ້າຫາກເປ່ເພ, ຄູກໍຄວນອະທິບາຍໃຫ້ນັກຮຽນບໍ່ໃຫ້ພັບປຶ້ມແບບຮຽນ, ຫ້າມຂຽນໃນປຶ້ມແບບຮຽນ ແລະ ຫ້າມກິນ ຫຼື ດື່ມໃນເວລາອ່ານໜັງສື ເພາະປຶ້ມແບບຮຽນຄວນເກັບຮັກສາໄວ້ຫ່າງຈາກນໍ້າ, ອາຫານ ແລະ ຝຸ່ນ, ນັກຮຽນຕ້ອງເອົາປຶ້ມແບບຮຽນກັບບ້ານ ເພື່ອໃຫ້ເຂົາເຈົ້າສາມາດເຮັດວຽກບ້ານ ແລະ ທົບທວນຄືນບົດຮຽນຂອງເຂົາເຈົ້າໄດ້. ສະນັ້ນ, ສິ່ງສຳຄັນແມ່ນຄູຄວນສາທິດໃຫ້ນັກຮຽນເຫັນ ເພື່ອຮູ້ວິທີເກັບປຶ້ມເຂົ້າໄວ້ໃນຖົງຮຽນຂອງພວກເຂົາຢ່າງລະມັດລະວັງ, ຄູຍັງສາມາດຊ່ວຍນັກຮຽນ ແລະ ພໍ່ແມ່ໃຫ້ເອົາໃຈໃສ່ໃນການເກັບຮັກສາປຶ້ມແບບຮຽນ ໂດຍເກັບໄວ້ໃນບ່ອນທີ່ສະອາດ ແລະ ແຫ້ງ ເຊັ່ນ: ຕູ້ ຫຼື ຊັ້ນວາງຢູ່ເຮືອນ.

อาจเป็นรูปภาพของ 2 คน, ผู้คนกำลังอ่านหนังสือ และ ของเล่นเด็ก

ນັບແຕ່ປີ 2019 ເປັນຕົ້ນມາ ເມື່ອໄດ້ເລີ່ມມີການນຳໃຊ້ຫຼັກສູດສະບັບປັບປຸງໃໝ່, ທຸກໂຮງຮຽນທົ່ວປະເທດແມ່ນໄດ້ຮັບຊຸດປຶ້ມແບບຮຽນ ແລະ ຄູ່ມືຄູ ເຊິ່ງໄດ້ອອກຫຼັກສູດໃໝ່ຂອງຊັ້ນຮຽນໃນແຕ່ລະປີ. ປຶ້ມແບບຮຽນແມ່ນມີຄຸນຄ່າ, ສະນັ້ນ ມັນຕ້ອງໄດ້ຮັບການຮັກສາເປັນຢ່າງດີ ເພື່ອໃຫ້ສາມາດເກັບໄວ້ໃຊ້ໄດ້ຍາວນານ ເພື່ອນ້ອງນັກຮຽນສົກຮຽນໃໝ່ໃນອະນາຄົດໄດ້ໃຊ້ຕໍ່ໄປ.

ວີດີໂອໄດ້ຖືກຖ່າຍທຳຢູ່ໃນໂຮງຮຽນໃນນະຄອນຫຼວງວຽງຈັນ, ຄູ ແລະ ນັກຮຽນໄດ້ຮ່ວມການຖ່າຍທຳເປັນເວລາສອງວັນ ເຊິ່ງພວກເຂົາພູມໃຈຫຼາຍທີ່ໄດ້ປະກອບສ່ວນໃນການຜະລິດວີດີໂອດ້ານການສຶກສາຄັ້ງນີ້.

ວີດີໂອການຮັກສາປຶ້ມແບບຮຽນນີ້ ແມ່ນຈະອອກອາກາດທາງໂທລະພາບການສຶກສາ ແລະ ກີລາ ( ຊ່ອງ Lao ESTV ) ທາງດາວທຽມລາວແຊັດ ຊ່ອງ 8 ແລະ ທາງຊ່ອງ YouTube ວີດີໂອສຳລັບການພັດທະນາຄູTeacher Development Videos.
ທ່ານສາມາດຮັບຊົມໄດ້ທີ່ລິ້ງນີ້: https://youtu.be/3k-6Ac19Dls?si=Q9d1O77NsnVHhp0m.