LDB BANK ສະໜັບສະໜູນ 150 ລ້ານກີບໃຫ້ກັບ W.I.G ສານຕໍ່ຄວາມຝັນໃນຮອບສຸດທ້າຍທີ່ແອັດສະປາຍ

85

ທະນາຄານ ພັດທະນາລາວ ຈໍາກັດ ຫຼື LDB BANK ເຫັນເຖິງຄວາມສໍາຄັນໃນການພັດທະນາບານເຕະເດັກນ້ອຍລາວ ຫຼ້າສຸດໄດ້ມອບເງິນສະໜັບສະໜູນຈໍານວນ 150.000.000 ກີບໃຫ້ກັບ W.I.G NAGA ສະໂມສອນບານເຕະເຍົາວະຊົນລາວ ທີ່ສ້າງຜົນງານຢ່າງໂດດເດັ່ນໃຫ້ກັບປະເທດຊາດດ້ວຍການຄວ້າແຊັມບານເຕະ TAR Asia Qualifiers ຮອບຄັດເລືອກ ເມື່ອອາທິດທີ່ຜ່ານມາ ພ້ອມຄວ້າສິດໄປຫຼິ້ນຮອບສຸດທ້າຍທີ່ປະເທດແອັດສະປາຍ ໃນເດືອນເມສາ 2024.

ໃນຕອນແລງຂອງວັນທີ 20 ທັນວາ 2023 ທີ່ສໍານັກງານໃຫຍ່ ທະນາຄານ ພັດທະນາລາວ ຈໍາກັດ ຫຼື LDB BANK ໄດ້ມີພິທີມອບເງິນສະໜັບສະໜູນໃຫ້ກັບທີມບານເຕະເຍົາວະຊົນລາວ W.I.G NAGA ໃຫ້ກຽດມອບໂດຍ ທ່ານ ຟອງສະມຸດ ດວງໃຈ ອໍານວຍການໃຫຍ່ ທະນາຄານ ພັດທະນາລາວ ແລະ ໃຫ້ກຽດກ່າວຮັບໂດຍ ທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນ W.I.G NAGA ໂດຍມີ ທ່ານ ຄອນສະຫວັນ ສິດທິໄທ ຮອງປະທານສະຫະພັນບານເຕະນະຄອນຫຼວງວຽງຈັນ ທັງເປັນຫົວໜ້າຄະນະນຳພາທີມຊຸດນີ້ ພ້ອມດ້ວຍຄະນະທັງສອງຝ່າຍ, ຄູຝຶກ ແລະ ນັກກີລາ ເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດດັ່ງກ່າວ ທ່ານ ຟອງສະມຸດ ດວງໃຈ ອໍານວຍການໃຫຍ່ ທະນາຄານ ພັດທະນາລາວ ກ່າວວ່າ: ດັ່ງທີ່ຮູ້ ທະນາຄານພວກເຮົາແມ່ນມີສ່ວນຮ່ວມໃນສັງຄົມຕະຫຼອດໄລຍະທີ່ຜ່ານມາໃນຫຼາຍໆດ້ານບໍ່ວ່າຈະເປັນ ງານບຸນ ແລະ ກິດຈະກໍາຕ່າງໆ ໂດຍສະເພາະກິດຈະກໍາກີລາ ແລະ ມື້ນີ້ກໍເປັນໂອກາດດີໃນການໃຫ້ການສະໜັບສະໜູນ W.I.G NAGA ສະໂມສອນບານເຕະເຍົາວະຊົນ ເພື່ອຈະເປັນບາດກ້າວໃນການຊ່ວຍສົ່ງເສີມ ແລະ ພັດທະນານັກເຕະລາວ ໃຫ້ກາຍເປັນຮຸ່ນສືບທອດຂອງ ທີມຊາດລາວ ໃນອະນາຄົດ.

ຂະນະດຽວກັນ ທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນ W.I.G NAGA ກ່າວວ່າ: ກ່ອນອື່ນຕ້ອງຂໍຂອບໃຈທາງ ທະນາຄານ ພັດທະນາລາວ ທີ່ໄດ້ເຫັນຄວາມສໍາຄັນແກ່ນັກກີລາເຍົາວະຊົນລາວ ເປັນສິ່ງທີ່ເຮັດໃຫ້ພວກເຮົາພູມໃຈທີ່ສຸດ ທີ່ໄດ້ຖືກຕ້ອນຮັບແບບນີ້ເປັນຄັ້ງທໍາອິດ ແລະ ໄດ້ຮັບການຊ່ວຍເຫຼືອຄັ້ງສໍາຄັນ ເພື່ອພັດທະນານັກກີລາເຍົາວະຊົນລາວ ໂດຍສະເພາະແມ່ນເປັນການກຽມພ້ອມໄປແຂ່ງຂັນຮອບສຸດທ້າຍໃນເດືອນເມສາ 2024 ທີ່ປະເທດແອັດສະປາຍ ຄືກັບມື້ທີ່ພວກເຮົາເດີນທາງມາຮອດ ສປປ ລາວ ກໍໄດ້ຖືກຕ້ອນຮັບ ແລະ ໄດ້ຮັບການສະໜັບສະໜູນຈາກທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ແນ່ນອນພວກເຮົາຈະນໍາເອົາການສະໜັບສະໜູນຄັ້ງນີ້ ໄປເກັບຕົວຝຶກຊ້ອມ ຕະຫຼອດຮອດເຖິງການຢູ່ການກິນໃຫ້ດີທີ່ສຸດ ເພື່ອກຽມໄປແຂ່ງຂັນໃນຮອບສຸດທ້າຍທີ່ປະເທດແອັດສະປາຍ ທີ່ຈະໄດ້ພົບກັບສະໂມສອນຍັກໃຫຍ່ໃນເອີຣົບ ແລະ ສ້າງຜົນງານອອກມາໃຫ້ດີທີ່ສຸດ.

ສໍາລັບຜົນງານຂອງ WIG NAGA ໃນຮອບຄັດເລືອກ TAR Asia Qualifiers 2023 ມີເຖິງ 56 ທີມເຂົ້າຮ່ວມຊີງໄຊໃນຮຸ່ນອາຍຸບໍ່ເກີນ 10 ປີ, ແບ່ງອອກເປັນ 8 ກຸ່ມໆລະ 7 ທີມ ໂດຍມີທີມຈາກ ໄທ ເຈົ້າພາບຮອບຄັດເລືອກ, ສປ ຈີນ, ຍີ່ປຸ່ນ, ມາເລເຊຍ, ອິນໂດເນເຊຍ, ສິງກະໂປ, ລາວ ແລະ ໄຕຫວັນ, ສໍາລັບ WIG NAGA ຢູ່ກຸ່ມ C ຮ່ວມກັບ ທີມຈາກໄທ 5 ທີມ ແລະ ທີມຈາກ ສປ ຈີນ 1 ທີມ ລົງສະໜາມຮອບແບ່ງກຸ່ມ 6 ນັດ ຊະນະ 5 ແລະ ສະເໝີ 1 ຜ່ານເຂົ້າຮອບ 32 ທີມກໍສາມາດຊະນະລວດຈົນເຖິງຮອບຊີງຊະນະເລີດພົບກັບ ທີມຈາກອິນໂດເນເຊຍ ກໍສາມາດເອົາຊະນະໄປຂາດລອຍ 4-1 ຄວ້າແຊັມໄປຄອງ ພ້ອມສິດໄປແຂ່ງຂັນຮອບສຸດທ້າຍທີ່ປະເທດສະເປນ ໃນປີ 2024 ໃນຖານະສະໂມສອນຕົວແທນຈາກອາຊີ.
ຂ່າວ-ຮູບ: Larh Creators