ເຮັດຂົ້ວໝູໃສ່ຂີງ ກິນເອງແບບແຊບໆຄືຢູ່ຮ້ານ

33

ຂີງເປັນພືດຊະນິດໜຶ່ງ ທີ່ມີລົດຊາດເຜັດຮ້ອນ ເຊິ່ງສາມາດນຳມາປະກອບອາຫານໄດ້ທັງຫວານ ແລະ ຄາວ, ທີ່ສຳຄັນບາງບໍລິສັດນຳເອົາໄປປຸງແຕ່ງເປັນຊາຂີງດື່ມ ເຊິ່ງມີສັບພະຄຸນຫຼາຍຢ່າງ. ແຕ່ມື້ນີ້ເຮົາຈະມາແນະນຳເມນູຂົ້ວໝູໃສ່ ຂີງ ເຊິ່ງເປັນເມນູຫຼາຍຄົນນິຍົມກິນ ໂດຍສະເພາະຮ້ານອາຫານຕາມສັ່ງ.

อาจเป็นรูปภาพของ ผัด

▶ວັດຖຸດິບ: ຊີ້ນໝູ, ຂີງ, ຫົວຜັກທຽມ, ຫົວຫອມບົ່ວ ໃຫຍ່, ໝາກເຜັດ, ເກືອ, ແປ້ງນົວ, ຊັອດຫອຍ, ນໍ້າມັນພືດ, ຫອມບົ່ວໃບ, ພິກໄທດຳ ( ລ້າງຊີ້ນ, ຜັກ, ຂີງ ໃຫ້ສະອາດ ).

▶ຂັ້ນຕອນເຮັດ: ຊອຍຊີ້ນໝູເປັນປ່ຽງນ້ອຍບາງ, ຊອຍຂີງເປັນປ່ຽງບາງແລ້ວຊອຍລວງຍາວ, ທຸບຫົວຜັກທຽມ, ຊອຍໝາກເຜັດ, ຊອຍຫົວຫອມບົ່ວໃຫຍ່, ຊອຍຫອມບົ່ວຍາວປະມານ 1 ຂໍ້ມື, ຈາກນັ້ນກໍຄ້າງໝໍ້ຂາງຂຶ້ນເຮັດໄຟປານກາງ, ເທນໍ້າມັນພືດໃສ່ເລັກໜ້ອຍ ຈາກນັ້ນກໍເອົາກະທຽມ ແລະ ໝາກເຜັດທີ່ທຸບໄວ້ລົງໄປຈຽ ໃຫ້ຫອມແລ້ວນໍາຊີ້ນໝູລົງໄປຂົ້ວແລ້ວເອົາຂີງຊອຍລົງໄປຕື່ມເກືອ, ແປ້ງນົວ ຂົ້ວໃຫ້ຊີ້ນສຸກແລ້ວກໍຕື່ມຫົວຫອມບົ່ວໃຫຍ່ ຊອຍ, ຊັອດຫອຍລົງໄປ ຊີມລົດຊາດຕາມໃຈມັກ ( ຖ້າມັກຫວານສາມາດຢິບນໍ້າຕານໃສ່ເລັກໜ້ອຍ ), ຈາກນັ້ນກໍເອົາພິກໄທດຳ ແລະ ຫອມບົ່ວລົງ ເທົ່ານີ້ກໍສຳເລັດ ແລະ ໄດ້ຂົ້ວໝູໃສ່ຂີງກິນແບບແຊບໆຄືກັບຢູ່ຮ້ານແລ້ວ.