ຣັດເຊຍ ຄຸມເຂັ້ມນະໂຍບາຍການເງິນ ປັບຂຶ້ນອັດຕາດອກເບ້ຍເປັນ 16%

27

ເວບໄຊ https://vtv.vn/ ລາຍງານວ່າ: ທະນາຄານກາງຣັດເຊຍ ໄດ້ປັບຂຶ້ນອັດຕາດອກເບ້ຍຢ່າງວ່ອງໄວ 100 ຈຸດ ຈາກ 15% ເປັນ 16% ຕໍ່ປີ. ນີ້ຄືການເພີ່ມຂຶ້ນຄັ້ງທີ 5 ຕິດຕໍ່ກັນຂອງອັດຕາດອກເບ້ຍພື້ນຖານ ທ່າມກາງອັດຕາເງິ້ນເຟີ້ໄລຍະທ້າຍປີ 2023 ເຊິ່ງຄາດວ່າ ຈະຢູ່ໃກ້ຂີດຈໍາກັດດ້ານເທິງຂອງການຄາດການຄື 7,0-7,5%.

ທັງນີ້, ກໍມີຄໍາຖາມທີ່ເກີດຂຶ້ນວ່າ ຈະເກີດຫຍັງຂຶ້ນກັບເສດຖະກິດຣັດເຊບ ເມື່ອມີການໃຊ້ນະໂຍບາຍການເງິນທີ່ເຂັ້ມງວດຂຶ້ນ.
ນັບຕັ້ງແຕ່ເດືອນກໍລະກົດ ເຖິງປັດຈຸບັນ ອັດຕາດອກເບ້ຍພື້ນຖານຂອງທະນາຄານກາງຣັດເຊຍ ເພີ່ມຂຶ້ນກວ່າ 2 ເທົ່າ ຈາກ 7,5% ເປັນ 16% ຕໍ່ປີ ເຊິ່ງນັກວິເຄາະສ່ວນໃຫຍ່ເຫັນກົງກັນວ່າ ການປັບຂຶ້ນອັດຕາດອກເບ້ຍໃນປັດຈຸບັນ ຈະເປັນຄັ້ງສຸດທ້າຍທີ່ຄາດການວ່າຈະເກີດຜົນ.

ຄວາມສ່ຽງຫຼັກຕໍ່ອັດຕາດອກເບ້ຍໃນປັດຈຸບັນ ຄືລາຄານໍ້າມັນທີ່ຫຼຸດລົງ “ຫາກລາຄານໍ້າມັນ Urals ຫຼຸດລົງໄປທີ່ລະດັບ 45-50 ໂດລາ/ບາເຣວ ພວກເຮົາຈະເຫັນວ່າ ອັດຕາແລກປ່ຽນອ່ອນຄ່າລົງ ແລະ ຄວາມເຊື່ອໝັ້ນໃນສິນຊັບຂອງ ເງິນຣຸບ (ຣູເບີ) ແລະ ຣູເບີ ກໍຈະຫຼຸດລົງອີກ ເຊິ່ງທະນາຄານກາງຣັດເຊຍ ຈະຕ້ອງເສີ່ມສ້າງແຮງຈູງໃຈ ໃນການອອມ ແລະ ເພີ່ມອັດຕາດອກເບ້ຍພື້ນຖານເປັນ 18-20%.

ແຕ່ໃນສະຖານະການພື້ນຖານ, ນັກວິເຄາະຕ່າງກໍເຊື່ອວ່າ 16% ຈະເປັນລະດັບສູງສຸດຂອງອັດຕາດອກເບ້ຍພື້ນຖານໃນຮອບນີ້. ຂະນະດຽວກັນ, ໃນສະຖານະການຄວາມສ່ຽງ ກໍມີການພິຈາລະນາຂຶ້ນອັດຕາດອກເບ້ຍພື້ນຖານເປັນ 17% ໃນການປະຊຸມຄັ້ງຖັດໄປ ຫາກອັດຕາເງິນເຟີ້ ບໍ່ຊະລໍຕົວລົງໃນອີກ 2 ເດືອນຂ້າງໜ້າ.