ໂຄງການໜ້າສົນໃຈ ສຳປະທານທີ່ດິນ 150 ເຮັກຕາ ເພື່ອປູກປ່າ ພັດທະນາເສດຖະກິດສີຂຽວ

172

ໃນວັນທີ 19 ທັນວານີ້ ຢູ່ແຂວງຄຳມ່ວນໄດ້ມີພິທີເຊັນສັນຍາວ່າດ້ວຍການສໍາປະທານເນື້ອທີ່ດິນຈໍານວນ 150 ເຮັກຕາ ເພື່ອປູກປ່າ (ປູກໄມ້ພໍໂລເນຍ) ພັດທະນາເສດຖະກິດສີຂຽວແບບຍືນຍົງ ຕິດພັນກັບການສ້າງສູນເຕັກນິກ ແລະ ພັດທະນາການທ່ອງທ່ຽວທາງກະສິກຳ ຢູ່ເຂດບ້ານນາແສ ເມືອງມະຫາໄຊ ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 19 ທັນວາ 2023 ທີ່ຂະແໜງສົ່ງເສີມການລົງທຶນ ພະແນກແຜນການ ແລະ ການລົງທຶນແຂວງ ລະຫວ່າງອົງການປົກຄອງແຂວງ ເຊິ່ງຕາງໜ້າເຊັນໂດຍທ່ານ ເດດສັກດາ ມະນີຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຝ່າຍບໍລິສັດ ເຊັນໂດຍທ່ານ ໂຮ່ ດຶກ ງ໋ອກ ຜູ້ອຳນວຍການບໍລິສັດ ພັດທະນາເສດຖະກິດສີຂຽວ ຫວຽດ-ລາວ ຈຳກັດ, ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ພ້ອມດ້ວຍບັນດາພະແນກການ, ການນຳຂອງເມືອງເປົ້າໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

May be an image of 14 people and text
ບໍລິສັດ ພັດທະນາເສດຖະກິດສີຂຽວ ຫວຽດ-ລາວ ຈຳກັດ ແມ່ນໄດ້ຮັບການສ້າງຕັ້ງຂຶ້ນພາຍໃຕ້ກົດໝາຍຂອງ ສປປ ລາວ, ມີສຳນັກງານຕັ້ງຢູ່ບ້ານສົມສະນຸກ ເມືອງທ່າແຂກ ແຂວງຄຳມ່ວນ ໂດຍໄດ້ຮັບການອະນຸຍາດສຳປະທານຈາກອົງການປົກຄອງແຂວງຄຳມ່ວນ ໃນເນື້ອທີ່ດິນຈຳນວນ 150 ເຮັກຕາ ຢູ່ເຂດບ້ານນາແສ ເມືອງມະຫາໄຊ ເພື່ອປູກປ່າ (ປູກໄມ້ພໍໂລເນຍ) ເປັນປະເພດໄມ້ທີ່ໃຫຍ່ໄວ ເຊິ່ງໃນເນື້ອທີ່ດັ່ງກ່າວຈະປະກອບມີ ສູນເພາະຊຳ ແລະ ສວນສາທິດປູກໄມ້ ເພື່ອພັດທະນາເສດຖະກິດສີຂຽວແບບຍືນຍົງ ຕິດພັນກັບການສ້າງສູນເຕັກນິກ ແລະ ພັດທະນາການທ່ອງທ່ຽວທາງກະສິກຳ ແລະ ເພື່ອເປັນຕົວແບບໃຫ້ແກ່ການຂະຫຍາຍໂຄງການ ໄປຍັງບ້ານ ແລະ ເມືອງອື່ນໆຕໍ່ໄປ ໂດຍສະເພາະການສົ່ງເສີມການປູກໄມ້ໃນພາກປະຊາຊົນ ໃນຮູບແບບ 2+3 ຄື: ປະຊາຊົນມີ ດິນ ແລະ ແຮງງານ ສ່ວນບໍລິສັດມີທຶນ, ເຕັກໂນໂລຊີ ແລະ ການຕະຫຼາດ.

May be an image of 8 people and text

ເຊິ່ງພາຍຫຼັງທີ່ໄດ້ລົງນາມເຊັນສັນຍາ ແມ່ນຈະໄດ້ເລີ່ມການລົງທຶນກິດຈະການ ໂດຍໃຫ້ສອດຄ່ອງກັບເປົ້າໝາຍຂອງການຈັດຕັ້ງປະຕິບັດວຽກງານຂອງໂຄງການ ໃນນັ້ນແມ່ນຈະໄດ້ແບ່ງອອກເປັນ 4 ໄລຍະຄື: ໄລຍະທີ 1 ແມ່ນດຳເນີນການບຸກເບີກ ເນື່ອທີ່ດິນ ເພື່ອພັດທະນາພື້ນຖານໂຄງລ່າງ ແລະ ແບ່ງດິນສຳປະທານອອກເປັນແຕ່ລະເຂດໂຄງການ, 2 ກໍ່ສ້າງຫ້ອງການບໍລິຫານ ແລະ ພື້ນຖານໂຄງລ່າງອື່ນໆ, 3 ດຳເນີນການພັດທະນາໂຄງການ ແລະ 4 ກໍ່ສ້າງບັນດາກິດຈະການອຳນວຍຄວາມສະດວກອື່ນໆ ພ້ອມດໍາເນີນການຜະລິດ ແລະ ສ້າງຜົນຜະລິດ ເພື່ອຈໍາໜ່າຍ ໂດຍແມ່ນການລົງທຶນຂອງເອກະຊົນຕ່າງປະເທດ 100% ໃນມູນຄ່າການລົງທຶນທັງໝົດ 115,6 ຕື້ກວ່າກີບ, ມີໄລຍະການສຳປະທານ 30 ປີ ເຊິ່ງສາມາດຕໍ່ໄດ້ຕາມລະບຽບກົດໝາຍ ແລະ ໃນທຸກໆ 5 ປີ ທັງສອງຝ່າຍຈະຕ້ອງມີການທົບທວນສັນຍາຮ່ວມກັນ.

May be an image of collard greens and seedlings