ຕົ້ມແຊບຕີນຈ໋ອກໝູ ແບບແຊບໆ

30

ຕົ້ມວັດຖຸດິບແມ່ນຫຍັງກໍແຊບ ເພາະລົດຊາດແບບ “ ແຊບ ” ດັ່ງຊື່ ເຊິ່ງລວມມີຫຼາຍລົດຊາດໃນຖ້ວຍດຽວ ເຊັ່ນ: ເຜັດ, ສົ້ມ, ຫວານ, ເຄັມ, ນົວ. ຫຼາຍຄົນຈະນຳວັດຖຸດິບຫຼາຍຫຼາຍຢ່າງມາຕົ້ມ ເຊັ່ນ: ເປັດ, ເຫັດນາງໂລມ, ໄກ່, ຕີນໄກ່ – ຕີນເປັດ, ໜັງຕີນງົວ, ຄວາຍ, ປາ ແລະ ຈ໋ອກໝູ ເປັນຕົ້ນ. ແຕ່ມື້ນີ້ເຮົາຈະມາແນະນຳຕົ້ມແຊບຕີນຈ໋ອກໝູກິນກັນ.

อาจเป็นรูปภาพของ ราเมน

▶ວັດຖຸດິບ: ຕີນຈ໋ອກໝູ ຕັດຕ່ອນ, ໝາກເຜັດດິບແດງ- ໝ າກເຜັດແຫ້ງ, ຫົວຂີງ, ຂ່າ, ຫົວສີໃຄ, ໃບຂີ້ຫູດ, ນໍ້າສະອາດ, ເກືອ, ຄະນໍຕົ້ມຍຳ 1 ກັບ ( 2 ກ້ອນ ), ແປ້ງນົວ, ນໍ້າໝາກນາວ, ຫົວຫອມບົ່ວ, ຫົວຜັກທຽມ, ຫອມບົ່ວ, ໝາກຂາມປຽກ, ຫອມເປ ຫຼື ຫອມແປ້ນ, ນໍ້າປາ ( ເອົາສິ່ງທີ່ເປັນຕາລ້າງໆໄວ້ ).

▶ຂັ້ນຕອນເຮັດ: ທຸບຫົວ ຂີງ, ຫົວສີໃຄ, ຫົວຜັກບົ່ວ, ຫົວຜັກທຽມ, ໃສ່ໝໍ້ແລ້ວຂົ້ວຕີນຈ໋ອກໝູໃຫ້ໝາດ ແລ້ວຕື່ມເກືອລົງໄປ, ຈາກນັ້ນກໍໃຫ້ຕື່ມນໍ້າສະອາດລົງໄປໃຫ້ຖ້ວມຕີນຈ໋ອກຈັກ 2 ຂໍ້ມື ຈາກນັ້ນກໍຕົ້ມຈົນໃຫ້ຕີນຈ໋ອກອ່ອນເປື່ອຍ ( ພໍດີນໍ້າແຫ້ງລົງ ) ຈາກນັ້ນກໍຊອຍຫົວຂ່າ, ໝາກຂາມປຽກເລັກໜ້ອຍ, ໝາກເຜັດດິບຕຳ, ໝາກເຜັດແຫ້ງປ່ອຍລອຍ ເຮັດລູກໂດດ, ຄະນໍຕົ້ມຍຳ 2 ກ້ອນ, ເຫັດນາງໂລມ, ແປ້ງນົວ ລົງໄປຕົ້ມອີກປະມານ 3 – 5 ນາທີ ກໍປຸງລົດຊາດຕາມໃຈມັກ ຖ້າບໍ່ສົ້ມໃຫ້ຕື່ມນໍ້າໝາກນາວລົງໄປຕື່ມ ກະວ່າພໍດີແລ້ວ ລົດຊາດຕາມໃຈທີ່ມັກແລ້ວໃຫ້ຊອຍຫອມເປ ແລະ ຫອມບົ່ວລົງໄປ ເທົ່ານີ້ຕົ້ມແຊບທີ່ມີລົດຊາດເຂັ້ມຂຸ້ນກໍພ້ອມເສີບແລ້ວ.