ຍຸດທະວິທີ 19 ປະການ ສໍາລັບພາວະຜູ້ນໍາທີ່ປະສົບຄວາມສໍາເລັດ

46

ໃນການບໍລິຫານວຽກ, ຄົນ ແລະ ອົງກອນໃຫ້ກ້າວໄປຕາມເປົ້າໝາຍທີ່ວາງໄວ້ ຜູ້ບໍລິຫານ ຫຼື ຜູ້ນຳ ຈະຕ້ອງໄດ້ເອົາໃຈໃສ່ປະຕິບັດ ແລະ ປະພຶດຕົນຄືກັບຜູ້ນຳທີ່ສາມາດບໍລິຫານງານ ແລະ ນຳພາອົງກອນໄປສູ່ ຄວາມສຳເລັດຫຼາຍໆທ່ານຜ່ານມາ ເຊິ່ງຈະມີຄືແນວໃດນັ້ນມື້ນີ້ພວກເຮົາຈະມານຳສະເໜີຍຸດທະວິທີ 19 ປະການ ສຳລັບພາວະຜູ້ນຳທີ່ປະສົບຜົນສຳເລັດ.

อาจเป็นรูปภาพของ ข้อความพูดว่า "SUCCESS SUCCESS"

1. ຮັກສາສໍາພັນມິດຕະພາບທີ່ດີກັບຫົວໜ້າຂອງທ່ານ: ສໍາພັນທີ່ດີມີຜົນໂດຍກົງກັບຄວາມສາມາດຂອງທ່ານທີ່ຈະສ້າງ ຄວາມພໍໃຈ ແລະ ຜູ້ໃຕ້ບັນຊາ ຜູ້ນໍາທີ່ມີຄວາມສາມາດໄດ້ຮັບອໍານາດຈາກຫົວໜ້າຂອງພວກເຮົາ.

2. ເປັນຕົວຢ່າງທີ່ດີ: ໃນສິ່ງທີ່ທ່ານຢາກໃຫ້ຜູ້ຮ່ວມງານປະຕິບັດ ເຊັ່ນ: ມີຄວາມຈິງໃຈ, ສັດຊື່, ຄວບຄຸມອາລົມໃຊ້ປັນຍາ, ກ້າຕັດສິນໃຈ, ມີເຫດມີຜົນ, ກຳນົດວັດຖຸປະສົງ, ລິເລີ່ມ ແລະ ກະຕືລືລົ້ນ ເຊິ່ງຕ້ອງມີຄຸນສົມບັດເຫຼົ່ານີ້, ທ່ານຕ້ອງເປັນແບບຢ່າງ ເພາະການເປັນແບບຢ່າງເປັນຍຸດທະວິທີທີ່ດີຫຼາຍ ສໍາລັບຜູ້ນໍາທີ່ມີຄວາມສາມາດ.

3. ບອກຄວາມຄາດຫວັງທ່ານຊັດເຈນ: ທ່ານຄາດຫວັງແນວໃດກັບຜູ້ຮ່ວມງານທີ່ລາວຈະເຮັດໃຫ້ເກີດຄວາມເພິ່ງພໍໃຈກັບທ່ານ ຢ່າຄິດເອົາເອງວ່າລາວຈະຮັບຮູ້ ບໍ່ຕ້ອງຢ້ານທີ່ຈະບອກລາວວ່າທ່ານຕ້ອງການຫຍັງ, ບອກລາວກ່ອນທີ່ລາວຈະເຮັດວຽກງານ ແລະ ເຕືອນລາວເລື້ອຍໆເທົ່າທີ່ຈະເຮັດໄດ້.

4. ນັດປະຊຸມ: ເພື່ອສ້າງທີມໃຫ້ເຂັ້ມແຂງ, ສົ່ງເສີມການມີສ່ວນຮ່ວມແລກປ່ຽນຄວາມຄິດໃຫ້ກຸ່ມໃຫ້ເນັ້ນທີ່ເປົ້າໝາຍ.

5. ໃຫ້ລາງວັນຜູ້ໃຫ້ຄວາມຮ່ວມມື ແລະ ເຮັດວຽກໜັກ: ຖ້າໃຫ້ລາງວັນພວກເຂົາແລ້ວ ພວກເຂົາຈະເຮັດວຽກດີຂຶ້ນ.

6. ຍອມຮັບຄວາມແຕກຕ່າງ ລະຫວ່າງ ບຸກຄົນ ແລະ ຫາປະໂຫຍດຈາກຄວາມແຕກຕ່າງເຫຼົ່ານັ້ນ.

7. ໃຫ້ຄໍາຊົມບາງຄົນທີ່ໃຫ້ ຄວາມຮ່ວມມືກັບທີມ: ເບິ່ງວັດຖຸປະສົງ, ຄວາມຈິງໃຈ ແລະ ຄວາມຖີ່ ເຊິ່ງທ່ານແນ່ໃຈວ່າລາວເຮັດຕາມຄວາມຄາດຫວັງຂອງທ່ານ ແລະ ສາມາດປັບປຸງການເຮັດວຽກໃຫ້ດີຂຶ້ນ.

8. ຮັບຟັງຜູ້ໃຕ້ບັງຄັບບັນຊາ: ຜູ້ຮ່ວມງານຈະຮູ້ສຶກວ່າ ສິ່ງທີ່ພວກເຂົາເວົ້ານັ້ນເປັນສິ່ງທີ່ມີຄວາມສໍາຄັນ, ທ່ານຈະໄດ້ຮັບ ຄວາມນັບຖື ແລະ ໄດ້ຮັບຄວາມຈິງໃຈຫຼາຍຂຶ້ນ.

9. ເລືອກບຸກຄົນທີ່ສາມາດເຮັດວຽກກັນເປັນທີມ: ບໍ່ມີການຝຶກອົບຮົມຊະນິດໃດທີ່ປ່ຽນແປງບຸກຄະລາກອນທີ່ຕ່າງ ຈາກທີມຂອງທ່ານໄດ້ຫຼາຍ, ໃຫ້ພິຖີພິຖັນໃນການເລືອກຄົນ, ບໍ່ຕ້ອງມາຈ່າຍເງິນເພື່ອປ່ຽນແປງແກ້ໄຂສິ່ງຜິດໆ ຖິ້ມໄວ້ໃຫ້ຄູ່ແຂ່ງຂອງທ່ານຈະດີກວ່າ.

10. ຮ່ວມກັນກໍານົດເປົ້າໝາຍ: ສ້າງແຮງຈູງໃຈ ແລະ ເຫດຜົນຕ່າງໆ, ບໍ່ຕ້ອງບອກວ່າ ພວກເຂົາຕ້ອງເຮັດຫຍັງໃນສະຖານະການຕ່າງໆ ແລະ ໃຫ້ ລາວຊ່ວຍຕັດສິນໃຈໃນວິທີການທີ່ດີທີ່ສຸດ ໃນການທີ່ຈະເຮັດໃຫ້ບັນລຸຜົນຕາມຄວາມຕ້ອງການຕ່າງໆເຫຼົ່ານັ້ນ.

11. ຍອມຮັບຄວາມຜິດພາດ: ການຍອມຮັບຄວາມຜິດພາດສະແດງເຖິງຄວາມເຂັ້ມແຂງຫຼາຍກວ່າການສະແດງ ຄວາມອ່ອນແອ.

12. ຢ່າໃຫ້ຄໍາໝັ້ນສັນຍາອັນໃດງ່າຍໆ: ມີສອງສິ່ງທີ່ຈະເກີດຂຶ້ນ ເວລາໃຫ້ສັນຍາບໍ່ເປັນສິ່ງທີ່ດີ ນັ້ນກໍຄືມີຄວາມຄາດຫວັງໃຫ້ເປັນໄປຕາມສັນຍາ ແລະ ຖ້າບໍ່ສາມາດເປັນໄປຕາມສັນຍາ ມິດຕະພາບກໍຈະສະຫຼາຍໄປ.

13. ບໍລິຫານເວລາໃຫ້ດີ ແລະ ຄວນມີເວລາໃຫ້ເພື່ອນຮ່ວມງານຂອງທ່ານແດ່.

14. ມອບໝາຍງານໃຫ້ເໝາະສົມສອດຄ່ອງກັບຄວາມຕ້ອງການຂອງອົງກອນ: ສິ່ງນີ້ເປັນຄໍາຕອບທີ່ດີສໍາລັບຄໍາຖາມທີ່ວ່າ “ ຂ້າພະເຈົ້າຈະຈູງໃຈລູກນ້ອງໄດ້ແນວໃດ ”.

15. ທ່ານຕ້ອງຍອມຮັບຄ່າຂອງຄົນ: ຕາມຄວາມແຕກຕ່າງຂອງບຸກຄະລາກອນ, ທ່ານກໍຕ້ອງຮູ້ວ່າສິ່ງໃດທີ່ຈະເຮັດໃຫ້ທ່ານຮູ້ສຶກດີຂຶ້ນ, ຄົນອື່ນກໍເຊັ່ນດຽວກັບທ່ານ, ທຸກຄົນຕ້ອງການມີຄວາມຮູ້ສຶກວ່າຕົວເອງສໍາຄັນ ຖ້າທ່ານຍົກຍ້ອງລາວ ແລ້ວລາວກໍຍົກຍ້ອງທ່ານ.

16. ແກ້ໄຂບັນຫາຄວາມຂັດແຍ່ງຢ່າງຊື່ກົງ ແລະ ຍຸຕິທໍາ: ຈະສົ່ງຜົນຕໍ່ຮູບແບບການແກ້ໄຂບັນຫາຄວາມຂັດແຍ່ງຂອງທ່ານ ແລະ ຮຽນຮູ້ທີ່ຈະແກ້ໄຂບັນຫາຄວາມຂັດແຍ່ງຢ່າງສ້າງສັນ.

17. ໃຫ້ຂໍ້ມູນໃນການເຮັດວຽກ ກ່ອນທີ່ລາວຈະເຮັດວຽກ: ເພື່ອນຮ່ວມງານຕ້ອງການຂໍ້ມູນທີ່ຈໍາເປັນໃນການເຮັດວຽກ ເມື່ອທ່ານມອບໝາຍງານທ່ານຕ້ອງໃຫ້ຂໍ້ມູນເຂົາ.

18. ເຮັດເປັນບໍ່ຮູ້ບໍ່ເຫັນຈາກແຮງກົດດັນຂອງແຕ່ລະວັນ: ທ່ານຕ້ອງມີເວລາຄິດວ່າ ຈະເຮັດແນວໃດດີ ໃຫ້ເປົ້າໝາຍ ບັນລຸຜົນ ຄວນວາງແຜນຢ່າງໃດ ບໍ່ດັ່ງນັ້ນທ່ານກໍຈະຕ້ອງສູ້ກັບບັນຫາຕ່າງໆ ແລະ ໂອກາດທີ່ທ່ານຈະປະສົບຄວາມສໍາເລັດຍາກ ທ່ານຕ້ອງປ່ອຍວາງແດ່.

19. ຢ່າເປັນຄົນທີ່ເຄັ່ງຄຽດຈົນເກີນໄປ: ທ່ານຕ້ອງມີຄວາມລ່າເລີງ ແລະ ເປັນກັນເອງກັບລູກນ້ອງ.
ຮຽບຮຽງຈາກ: www.gotoknow.org