ການສົ່ງອອກຂອງກຳປູເຈຍ ໃນເດືອນ 7 – 11 ເພີ່ມຂຶ້ນ 1,2%

34

ເວບໄຊ https://www.khmertimeskh.com/ ລາຍງານວ່າ: ການສົ່ງອອກຂອງກຳປູເຈຍ ສູງເຖິງ 20,49 ຕື້ໂດລາ ໃນໄລຍະເດືອນ 7-11 ປີ 2023 ເພີ່ມຂຶ້ນ 1,2% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ. ຈຸດໝາຍປາຍທາງຂອງການສົ່ງອອກ ອັນດັບທໍາອິດຂອງກຳປູເຈຍ ໃນໄລຍະດັ່ງກ່າວ ໄດ້ແກ່: ອາເມຣິກາ, ຫວຽດນາມ ແລະ ຈີນ.

ອາເມຣິກາ ຍັງສືບຕໍ່ເປັນຕະຫຼາດທີ່ໃຫຍ່ທີ່ສຸດຂອງກຳປູເຈຍ ໃນໄລຍະ 11 ເດືອນຂອງປີນີ້ ໂດຍການສົ່ງອອກມູນຄ່າ 8,14 ຕື້ໂດລາ ຫຼຸດລົງ 0,9% ເມື່ອທຽບໃສ່ໃນໄລຍະດຽວກັນຂອງປີ 2022. ຂະນະທີ່ການສົ່ງອອກໄປຫວຽດນາມ ເພີ່ມຂຶ້ນ 37,8% ມາເປັນ 2,61 ຕື້ໂດລາ ຈາກ 1,89 ຕື້ໂດລາ. ສ່ວນການສົ່ງອອກໄປຈີນ ເພີ່ມຂຶ້ນ 18,5% ມາເປັນ 1,31 ຕື້ໂດລາ.
ການສົ່ງອອກຫຼັກຂອງປະເທດນີ້ ໄດ້ແກ່ ເຄື່ອງແຕ່ງກາຍ, ເກີບ, ສິນຄ້າທ່ອງທ່ຽວ, ລົດຖີບ ແລະ ສິນຄ້າກະສິກຳ ເຊັ່ນ: ເຂົ້າ, ຢາງພາລາ, ມັນຕົ້ນ, ໝາກກ້ວຍ ແລະ ໝາກມ່ວງ.

ອຸດສາຫະກຳຕັດຫຍິບເສື້ອຜ້າ, ເກີບ ແລະ ສິນຄ້າການເດີນທາງ ເປັນແຫຼ່ງນໍາເຂົ້າເງິນຕາຕ່າງປະເທດທີ່ໃຫຍ່ທີ່ສຸດຂອງກຳປູເຈຍ ເຊິ່ງຂົງເຂດນີ້ປະກອບດ້ວຍໂຮງງານ ແລະ ສາຂາປະມານ 1.133 ແຫ່ງ ມີພະນັກງານປະມານ 840.000 ຄົນ ແລະ ສ່ວນໃຫຍ່ເປັນຜູ້ຍິງ.

ຂະນະທີ່ການນຳເຂົ້າຂອງກຳປູເຈຍ ຫຼຸດລົງ 5,4% ຫຼື ປະມານ 22 ຕື້ໂດລາ ໂດຍນໍາເຂົ້າວັດຖຸດິບ ແລະ ວັດສະດຸກໍ່ສ້າງ, ລົດຍົນ, ຢາ, ອຸປະກອນເອເລັກໂຕຣນິກ, ປຸ໋ຍ ແລະ ຢາຂ້າແມງໄມ້ ເປັນຫຼັກ.
ສະເພາະການຄ້າທະວິພາຄີ ກັບຈີນ, ກຳປູເຈຍ ກໍຕິດອັນດັບສູງສຸດ ດ້ວຍມູນຄ່າລວມ 11,7 ຕື້ໂດລາ ຫຼື ຄິດເປັນ 26% ຂອງມູນຄ່າການຄ້າລະຫວ່າງປະເທດທັງໝົດຂອງກຳປູເຈຍ ທີ່ 42 ຕື້ໂດລາ.