ຕຳແຈ່ວໝາກເຜັດດິບໃສ່ໝາກແຄ່ນ

49

ແຈ່ວ ເປັນເມນູໜຶ່ງທີ່ຄົນລາວເຮັດກິນ ເພາະເກືອບທຸກພາເຂົ້າທຸກຄາບ ຕ້ອງມີແຈ່ວໃນພາເຂົ້າ ເນື່ອງຈາກເປັນເມນູທີ່ເຂົ້າກັນກັບເຂົ້າໜຽວ ທີ່ຄົນລາວເຮົາກິນ. ມື້ນີ້ຈະພາທ່ານມາເຮັດແຈ່ວໝາກແຄ່ນ ເຊິ່ງສາມາດເຮັດກິນພາຍໃນເຮືອນ ຫຼື ງານເພື່ອຮັບແຂກຮັບຄົນກໍໄດ້.

ไม่มีคำอธิบายรูปภาพ

ວັດຖຸດິບ: ໝາກເພັດດິບ, ຫົວຜັກທຽມ, ຫົວຜັກບົ່ວແດງ, ໝາກແຄ່ນ ແຫ້ງ ຫຼື ດິບກໍໄດ້, ໃບຜັກບົ່ວ, ຫອມປ້ອມ, ເກືອ, ແປ້ງນົວ, ນໍ້າປາ ຫຼື ນໍ້າປາແດກ.

อาจเป็นรูปภาพของ อาหาร

ວິທີເຮັດ: ນໍາໝາກແຄ່ນມາຂົ້ວໃຫ້ຫອມ ຫຼື ເອົາເປັນຫງ່າໄປຂາງໄຟກ່ອນກໍຈະຍິ່ງຫອມ ມາຕຳໃຫ້ມຸ່ນເທໄວ້ໃນຖ້ວຍ, ຈາກນັ້ນກໍຈີ່ໝາກເພັດດິບ, ຫົວຜັກທຽມ, ຫົວຜັກບົ່ວແດງ, ສ່ວນຜັກບົ່ວໃບແມ່ນສາມາດເອົາມາປີ້ງໃຫ້ສຸກ ຫຼື ຈະໃສ່ດິບກໍໄດ້ ແລ້ວນຳມາປອກຕຳໃສ່ຄົກເອົາເກືອ, ແປ້ງນົວລົງໄປຕຳໃຫ້ເຂົ້າກັນມຸ່ນລະອຽດ ຈາກນັ້ນຈຶ່ງເອົາໝາກແຄ່ນທີ່ຕຳໄວ້ມາລົງຕຳໃສ່ໃຫ້ເຂົ້າກັນ ແລ້ວປຸງລົດຊາດໃຫ້ໄດ້ຕາມໃຈມັກ ສ່່ວນນໍ້າປາແດກນັ້ນ ຖ້າບໍ່ກິນປາແດກ ກໍໃສ່ນໍ້າປາແທນ ເມື່ອໄດ້ລົດຊາດຕາມໃຈມັກແລ້ວ ໃຫ້ຊອຍຜັກບົ່ວ ແລະ ຫອມປ້ອມລົງຕຳເຂົ້າກັນລະອຽດອີກຄັ້ງ. ເທົ່ານີ້ທ່ານກໍຈະໄດ້ແຈ່ວໝາກແຄ່ນຫອມໆ ໄວ້ບ່າຍເຂົ້າແລ້ວ.