ຢູ 10 W.I.G ລຸຍລາຍການ TAR ຮອບຄັດເລືອກທີ່ປະເທດໄທ ລຸ້ນໄປຮອບສຸດທ້າຍທີ່ແອັດສະປາຍ

60

W.I.G NAGA ໃນຮຸ່ນອາຍຸບໍ່ເກີນ 10 ປີ ສະໂມສອນບານເຕະເຍົາວະຊົນລາວ 1 ດຽວ ພ້ອມເຂົ້າຮ່ວມລາຍການ TAR Asia Qualifiers ທີ່ປະເທດໄທ ເພື່ອຄັດເລືອກໄປຮອບສຸດທ້າຍທີ່ປະເທດສະເປນ ໂດຍຮອບຄັດເລືອກຈະແຂ່ງຂັນລະຫວ່າງວັນທີ 15-17 ທັນວາ 2023 ທີ່ນະຄອນຫຼວງບາງກອກ ປະເທດໄທ ເຊິ່ງກໍານົດອອກເດີນທາງໄປໃນວັນທີ 12 ທັນວາ 2023 ເພື່ອໄປເກັບຕົວຢູ່ທີ່ປະເທດໄທ ກ່ອນແຂ່ງຂັນ.

ເມື່ອຕອນແລງວັນທີ 11 ທັນວາ 2023 ທີ່ສະໜາມ ລ້ານຊ້າງ ສະເຕດ້ຽມ ບ້ານໜອງໄຮ ເມືອງຊາຍຟອງນະຄອນຫຼວງວຽງຈັນ ທ່ານ ຄອນສະຫວັນ ສິດທິໄທ ຮອງປະທານສະຫະພັນບານເຕະນະຄອນຫຼວງວຽງຈັນ ແລະ ຫົວຫນ້າຄະນະນຳພາຄະນະ ແລະ ທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນ W.I.G NAGA ໄດ້ລົງພົບປະຢ້ງມຢາມໃຫ້ກຳລັງໃຈ ຄູຝຶກ ແລະ ນັກກີລາ ກ່ອນເດີ່ນທາງໄປຮ່ວມແຂ່ງຂັນ.

ທ່ານ ຕົ້ນຈັກກິດ ນ້ອຍສົມສີ ຄູຝຶກຂອງ W.I.G NAGA ໃຫ້ສໍາພາດກ່ອນອອກເດີນທາງໄປປະເທດໄທວ່າ: W.I.G NAGA ປະສົບຄວາມສໍາເລັດຫຼາຍໃນປີ 2023 ໂດຍສະເພາະໃນຮຸ່ນອາຍຸບໍ່ເກີນ 10 ແລະ 12 ປີ ສາມາດຄວ້າແຊັມລາຍການ Mazda Challenge Cup 2023 ແລະ Mazda Youth League 2023 ໄດ້ທັງ 2 ຮຸ່ນ ແລະ 2 ລາຍການໃນ ສປປ ລາວ, ສ່ວນລາຍການທີ່ຕ່າງ ຢູ 12 ສາມາດຄວ້າອັນດັບ 5 ລາຍການທີ່ ເກົາຫຼີ ແລະ ຢູ 10 ສາມາດຍາດໄດ້ອັນດັບ 2 ລາຍການທີ່ ສປ ຈີນ.

“ ແນ່ນອນໃນທ້າຍອາທິດນີ້ພວກເຮົາມີນັດສໍາຄັນຈະໄປແຂ່ງຂັນລາຍການ TAR Asia Qualifiers ທີ່ປະເທດໄຊ ເຊິ່ງເປັນລາຍການໃຫຍ່ທີ່ສຸດລະດັບເຍົາວະຊົນ ເພື່ອຄັດເອົາທີມແຊັມໄປແຂ່ງຂັນໃນຮອບສຸດທ້າຍທີ່ປະເທດແອັດສະປາຍ ເຊິ່ງຮອບຄັດເລືອກມີເຖິງ 56 ທີມເຂົ້າຮ່ວມ ແລະ ມີທີມແຂງແກ່ນທັງໃນໄທ, ຍີ່ປຸ່ນ, ສປ ຈີນ, ມາເລເຊຍ, ອິນໂດເນເຊຍ, ໄຕຫວັນ ແລະ ສິງກະໂປ ເຂົ້າຮ່ວມ ແນ່ນອນວ່າເປັນງານໜັກ. ຢ່າງໃດກໍຕາມ ພວກເຮົາກໍມີຄວາມພ້ອມ ເພາະໄດ້ເກັບຕົວມາດົນ ແລະ ຕໍ່ເນື່ອງ ເພື່ອໃຫ້ຜົນງານອອກມາດີທີ່ສຸດ ” ທ່ານ ຕົ້ນຈັກກິດ ນ້ອຍສົມສີ ກ່າວ.

ປີ 2022 ສະໂມສອນ WIG NAGA ໄດ້ເຄີຍສົ່ງ ເອກະລາດ ວິໄລກຸນ ( ໄທເກີ ) ກອງໜ້າຂອງສະໂມສອນໃຫ້ກັບ ຟຸດບອຍ ສະໂມສອນໃນໄທ ຢືມຕົວແລະ ສາມາດຄວ້າແຊັມໃນຮອບຄັດເລືອກທີ່ປະເທດໄທໃນທ້າຍປີ 20222 ກ່ອນໄດ້ສິດໄປແຂ່ງຂັນທີ່ປະເທດສະເປນ ໃນຮອບສຸດທ້າຍໃນຕົ້ນປີ 2023 ກ່ອນຈະຕົກຮອບໄປ.

ສ່ວນໃນທ້າຍປີ 2023 ຈະເປັນຮອບຄັດເລືອກ ເພື່ອຄັດເອົາທີມແຊັມເປັນຕົວແທນອາຊີ ໄປແຂ່ງຂັນຮອບສຸດທ້າຍທີ່ປະເທດສະເປນ ເຊິ່ງຮອບຄັດເລືອກປີນີ້ມີເຖິງ 56 ທີມເຂົ້າຮ່ວມຊີງໄຊໃນຮຸ່ນອາຍຸບໍ່ເກີນ 10 ປີ, ແບ່ງອອກເປັນ 8 ກຸ່ມໆລະ 7 ທີມ ໂດຍມີທີມຈາກ ໄທ ເຈົ້າພາບຮອບຄັດເລືອກ, ສປ ຈີນ, ຍີ່ປຸ່ນ, ມາເລເຊຍ, ອິນໂດເນເຊຍ, ສິງກະໂປ, ລາວ ແລະ ໄຕຫວັນ, ສໍາລັບ WIG NAGA ຢູ່ກຸ່ມ C ຮ່ວມກັບ ທີມຈາກໄທ 5 ທີມ ແລະ ທີມຈາກ ສປ ຈີນ 1 ທີມ.
#ຜົນງານທີ່ພົ້ນເດັ່ນຂອງ W.I.G NAGA ທີ່ຜ່ານມາມີດັ່ງນີ້:
-ໄປແຂ່ງຂັນລາຍການທີ 4 ເສົ້າທີ່ ແຂວງສະຫວັນນະເຂດ ໃນເດືອນຕຸລາ 2022 ສາມາດຍາດໄດ້ແຊ້ມຮຸ່ນອາຍຸບໍ່ເກີນ 10 ປີ
-ຄວ້າອັນດັບ 3 ລາຍການລາຍການໃຫຍ່ລາຍການ ແຊ້ມຊົນແຊັມ ທີ່ຊຽງຣາຍປະເທດໄທ ເມື່ອປີ 2022 ໃນຮຸ່ນອາຍຸບໍໍ່ເກີນ 10 ປີທີ່ເຂົ້າຮ່ວມລາຍການໃນຕ່າງປະເທດເປັນຄັ້ງທໍາອິດ
-ຄວ້າແຊັມ ຢູ 8 ແລະ ຢູ 11 ໃນລາຍການລະດັບນາໆຊາດ ທີ່ພັດທະຍາ ປະເທດໄທ ໃນທ້າຍປີ 2022

-ປີ 2023 ຄວ້າແຊັມບານເຕະ 7 ຄົນຊີງແຊັມພາກອີສານ ຢູ 10 ປີ ທີ່ຈັງຫວັດໜອງຄາຍ ປະເທດໄທ ເມື່ອວັນທີ 21 ມັງກອນ 202, ສ່ວນຢູ 11 ແມ່ນເຂົ້າຮອບ 8 ທີມສຸດທ້າຍ.
-ສາມາດກວາດແຊັມໃນຮຸ່ນອາຍຸບໍ່ເກີນ 9 ປີ ແລະ 10 ປີ ໃນການແຂ່ງຂັນບານເຕະ 7 ຄົນລາຍການ ໂຂງ-ຊີ-ມູລ ຈູເນ່ຍ ຄັບ 2023 ທີ່ມຸກດາຫານ ປະເທດໄທ ລະຫວ່າງວັນທີ 1-2 ເມສາ 2023, ສ່ວນຮຸ່ນອາຍຸບໍ່ເກີນ 11 ແລະ 12 ປີແມ່ນສາມາດຄວ້າຮອງແຊັມໄດ້ອີກດ້ວຍ.
-ຍາດໄດ້ແຊັມຊີງຂັນ ປະສານໃຈ ທີ່ ສປປ ລາວ ໃນປີ 2023
-ຍາດໄດ້ແຊັມ mazda challenge cup 2023 ໃນຮຸ່ນອາຍຸບໍ່ເກີນ 10 ປີ ແລະ 12 ປີ ຈາກທີມເຂົ້າຮ່ວມທັງໝົດ 40 ກວ່າທີມ ຈັດທີິ່ສະໜາມກີລາແຫ່ງຊາດ ຫຼັກ 16 ( ສະໜາມນອກ ) ສປປ ລາວ

-ຍາດໄດ້ແຊັມ ບານເຕະມາສດ້າ ຢຸດລີກ 2023 ທີ່ສປປ ລາວ ໄດ້ທັງ ຢູ 10 ກັບ ຢູ 12
-ຍາດໄດ້ອັນດັບ 5 ລາຍການ JS CUP 2023 ທີ່ເກົາຫຼີ ຈາກ 32 ທີມ 8 ປະເທດເຂົ້າຮ່ວມຊີງໄຊ
-ຍາດໄດ້ອັນດັບ 2 ລາຍການທີ່ ສປ ຈີນ ຈາກທີມເຂົ້າຮ່ວມ 32 ທີມຈາກ 11 ປະເທດເຂົ້າຮ່ວມຊີງໄຊ
ຂ່າວ-ຮູບ: Larh Creators