2023 – 2025 ສາລະວັນ ຄາດຈະສູ້ຊົນສ້າງມູນຄ່າການຄ້າກັບຕ່າງປະເທດ ໄດ້ 982,63 ຕື້ກວ່າກີບ

47

 

ຕາມການລາຍງານຂອງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງສາລະວັນ ຕໍ່ກອງປະຊຸມ ຊຸກຍູ້, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ 5 ປີ ( 2021 – 2025 ) ເມື່ອເດືອນພະຈິກ 2023 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານໃນໄລຍະກາງສະໄໝ ( 2021 – 2022 ) ດ້ານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ບັນລຸໄດ້ 684,71 ຕື້ກວ່າກີບ ເທົ່າກັບ 36,91%; ມູນຄ່າສົ່ງອອກສາມາດບັນລຸໄດ້ 286,42 ລ້ານໂດລາ ເທົ່າກັບ 36,18%; ມູນຄ່ານໍາເຂົ້າສາມາດບັນລຸໄດ້ 38,65 ລ້ານໂດລາ ເທົ່າກັບ 39,09% ຂອງແຜນການ 5 ປີ.

ປັດຈຸບັນທົ່ວແຂວງມີໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳທັງໝົດ 523 ແຫ່ງ, ລວມຍອດມູນຄ່າການລົງທຶນທັງໝົດ 1.145,71 ຕື້ກວ່າກີບ, ມີແຮງງານທັງໝົດ 3.026 ຄົນ; ໃນນັ້ນ ແຍກອອກເປັນ 4 ຂະໜາດ ຄື: 1. ໂຮງງານຂະໜາດໃຫຍ່ 20 ແຫ່ງ; 2. ໂຮງງານຂະໜາດກາງ 43 ແຫ່ງ; 3. ໂຮງງານຂະໜາດນ້ອຍ 312 ແຫ່ງ ແລະ ໂຮງຊ່າງຫັດຖະກຳຂະໜາດນ້ອຍແບບຄອບຄົວ 148 ແຫ່ງ; ທົ່ວແຂວງມີວິສາຫະກິດທີ່ຂຶ້ນທະບຽນແລ້ວ 3.830 ຫົວໜ່ວຍ.

ດ້ານການສົ່ງອອກ: ປະຕິບັດໄດ້ 286,42 ລ້ານໂດລາ, ທຽບໃສ່ແຜນການ 5 ປີ ( 2021 – 2025 ) ປະຕິບັດໄດ້ 36,18% ໝວດສິນຄ້າສົ່ງອອກຕົ້ນຕໍແມ່ນ: ປະເພດສິນຄ້າກະສິກໍາ ( ກາເຟ, ມັນຕົ້ນ, ກ້ວຍ, ຂີ້ຢາງພາລາ ) 272,29 ລ້ານໂດລາ; ໄມ້ ແລະ ຜະລິດຕະພັນໄມ້ 8,69 ລ້ານໂດລາ, ຜະລິດຕະພັນກະສິກຳ 5,06 ລ້ານໂດລາ. ນອກຈາກນັ້ນກໍຍັງມີໝວດສິນຄ້າເຄື່ອງປ່າຂອງດົງ, ສິນຄ້າອຸດສາຫະກໍາ ແລະ ສິນຄ້າຕາມຊາຍແດນຈຳນວນໜຶ່ງ.


ປະເທດທີ່ສົ່ງອອກຫຼັກແມ່ນປະເທດໄທ: ກວມ 69,52%, ຮອງລົງມາແມ່ນ ຫວຽດນາມ ກວມ 28,07% ແລະ ກຳປູເຈຍ, ຈີນ, ມາເລເຊຍ ແລະ ປະເທດອິນເດຍ ເປັນຕົ້ນ. ຂະນະທີ່ມູນຄ່າການນໍາເຂົ້າ ບັນລຸໄດ້ 38,65 ລ້ານໂດລາ ທຽບໃສ່ແຜນການ 5 ປີ ( 2021-2025 ) ປະຕິບັດໄດ້ 39,09% ໝວດສິນຄ້ານໍາເຂົ້າຕົ້ນຕໍແມ່ນໝວດສິນຄ້າຮັບໃຊ້ອຸດສາຫະກໍາ, ພາຫະນະອາໄຫຼ່, ນໍ້າມັນເຊື້ອໄຟ, ເຄື່ອງກົນຈັກ ແລະ ອື່ນໆ ເຊິ່ງມີດຸນການຄ້າເກີນດຸນ 525,43 ຕື້ກວ່າກີບ.

ສໍາລັບແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ໃນໄລຍະທ້າຍສະໄໝ ( 2023 – 2025 ) ຄາດໝາຍສູ້ຊົນເຮັດໃຫ້ມູນຄ່າການຄ້າກັບຕ່າງປະເທດ ແຕ່ນີ້ຮອດປີ 2025 ບັນລຸໄດ້ 982,63 ຕື້ ກວ່າກີບ, ໃນນັ້ນ ມູນຄ່າການສົ່ງສິນຄ້າອອກໃຫ້ບັນລຸໄດ້ 730,53 ຕື້ກວ່າກີບ; ມູນຄ່າການນຳເຂົ້າ ໃຫ້ບັນລຸໄດ້ 252,10 ຕື້ກວ່າກີບ; ສູ້ຊົນໃຫ້ດ້ານການຜະລິດອຸດສາຫະກຳ ແລະ ຫັດຖະກໍາ ບັນລຸໄດ້ 1.600,98 ຕື້ກວ່າກີບ.