ຂັ້ນຕອນການວາງແຜນກະສຽນ (ເຄື່ອງມືທີ່ໃຊ້ໃນການລົງທຶນກ່ອນການກະສຽນ (V) )

32

ບໍາເນັດ ໝາຍເຖິງເງິນຄ່າຕອບແທນຜົນງານຂອງພະນັກງານທີ່ໄດ້ປະກອບສ່ວນ ໃຫ້ກັບອົງກອນ ຈົນເຖິງມື້ອອກການໂດຍຈ່າຍເປັນຄັ້ງດຽວ.

ໂດຍອີງຕາມກົດໝາຍວ່າດ້ວຍພະນັກງານ – ລັດຖະກອນ ສະບັບເລກທີ 74/ພຊ ລົງວັນທີ 18 ທັນວາ 2015 ເພິ່ນໄດ້ໃຫ້ນິຍາມໄວ້ວ່າ ເງິນບໍາເນັດ ແມ່ນຄ່າຕອບແທນທີ່ລັດຈ່າຍໃຫ້ພະນັກງານ – ລັດຖະກອນ ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານ ໂດຍຜ່ານການປະເມີນຜົນ.

อาจเป็นรูปภาพของ เงิน และ ข้อความ

ການບຳເນັດນີ້ ແມ່ນຈະໄດ້ເງິນອຸນໜູນເປັນຄັ້ງດຽວ ໂດຍປະກອບມີ: ໄດ້ຮັບເງິນເດືອນຕາມຊັ້ນຜູ້ກ່ຽວເພີ່ມໜຶ່ງເດືອນ, ໄດ້ຮັບເງິນອຸດໜູນ 75% ຕາມຈຳນວນປີການ ແລະ ໄດ້ຮັບເງິນອຸດໜູນລູກຜູ້ບໍ່ທັນພົ້ນກະສຽນ ຜູ້ລະ 12 ເດືອນ ( ຕາມຈໍານວນລູກທີ່ເຄີຍຮັບຜ່ານມາ ).

ໂດຍການຄິດໄລ່ເງິນບຳເນັດຂອງ ສປປ ລາວ ( ພາກລັດ ) ແມ່ນສາມາດຄິດໄລ່ໄດ້ດັ່ງນີ້: ຍົກຕົວຢ່າງ ທ່ານ (ກ) ເຂົ້າການເດືອນ 12/1973 ອອກການເດືອນ 12/1993 ລວມອາຍຸການໄດ້ 20 ປີ, ເງິນເດືອນຕາມຊັ້ນເວລາອອກການແມ່ນ 500.000 ກີບ ແລະ ລູກບໍ່ທັນພົ້ນກະສຽນ 3 ຄົນ ຈະໄດ້ຮັບເງິນດັ່ງນີ້:

อาจเป็นรูปภาพของ เงิน

– ເງິນເດືອນ 1 ເດືອນຕາມຊັ້ນ = 500.000 ກີບ

= ອາຍຸການ 20 ປີ × 500.000 ກີບ x 75% = 7.500.000 ກີບ

– ລູກ 3 ຄົນ x 18.000 ກີບ = 680.000 ກີບ

ດັ່ງນັ້ນ, ທ່ານ (ກ) ແລະ ລູກ 3 ຄົນ ຈະໄດ້ຮັບເງິນອຸດໜູນທັງໝົດ = 500.000 ກີບ + 7.500.000 ກີບ + 680.000 ກີບ = 8.648.000 ກີບ.

ການບຳເນັດນີ້ແມ່ນມີຂໍ້ດີ ແລະ ຂໍ້ເສຍເຊັ່ນດຽວກັນ ໂດຍຂໍ້ດີຂອງການບໍາເນັດແມ່ນປະກອບມີຄື: ຈະໄດ້ຮັບເງິນທັງໝົດໃນຄັ້ງດຽວ, ຈະມີເງິນອີກກ້ອນໜຶ່ງທີ່ຮອງຮັບໄວ້ໃຊ້ຈ່າຍໃນຕອນກະສຽນຢ່າງແນ່ນອນ, ທ່ານຈະສາມາດນຳເງິນບຳເນັດໄປລົງທຶນໃນເຄື່ອງມືຕ່າງໆ ເພື່ອເພີ່ມຜົນຕອບແທນ.

ສ່ວນຂໍ້ເສຍຂອງການບຳເນັດແມ່ນປະກອບມີຄື: ຈະບໍ່ໄດ້ຮັບເງິນເດືອນປະຈຳຄືແຕ່ກ່ອນ ເຊິ່ງທ່ານຕ້ອງໄດ້ຊອກຮູ້ການລົງທຶນຮູບແບບຕ່າງໆເພື່ອເພີ່ມມູນຄ່າເງິນບໍາເນັດກ້ອນນີ້ໃຫ້ເກີດດອກອອກຜົນ ແຕ່ຖ້າວ່າບໍ່ມີການວາງແຜນການເງິນທີ່ດີຕັ້ງແຕ່ກ່ອນກະສຽນ ເງິນບຳເນັດກ້ອນນີ້ກໍຈະໝົດໄປໂດຍບໍ່ໄດ້ຮັບປະໂຫຍດຈາກການໃຊ້ຊີວິດປະຈໍາວັນ.

อาจเป็นรูปภาพของ เงิน และ ข้อความ

ສະຫຼຸບລວມແລ້ວ ຜ່ານການນຳສະເໜີໃນແຕ່ລະອາທິດຜ່ານມາ ກ່ຽວກັບບັນດາເຄື່ອງມືທີ່ນຳໃຊ້ໃນການລົງທຶນກ່ອນການກະສຽນແມ່ນເຮົາສາມາດສັງລວມໄດ້ຄື: ເຄື່ອງມືທີ່ນຳໃຊ້ໃນການລົງທຶນ ຫຼື ເຄື່ອງມືທາງການເງິນນັ້ນແມ່ນແບ່ງອອກເປັນ 2 ຮູບການລົງທຶນ ຄື: ຮູບການລົງທຶນທາງກົງ ແລະ ຮູບການລົງທຶນທາງອ້ອມ ເຊິ່ງຮູບການລົງທຶນທາງກົງແມ່ນການລົງທຶນໂດຍຜູ້ລົງທຶນເອງ ເຊິ່ງປະກອບມີ: ການຝາກເງິນໃນທະນາຄານ, ການລົງທຶນໃນອະສັງຫາລິມະຊັບ, ການລົງທຶນໃນຄຳ, ຮຸ້ນ ແລະ ພັນທະບັດ; ສ່ວນຮູບການລົງທຶນທາງອ້ອມແມ່ນໝາຍເຖິງການລົງທຶນຜ່ານຜູ້ບໍລິຫານ ຫຼື ການຈັດຕັ້ງຂອງກອງທຶນຕ່າງໆ ເຊິ່ງປະກອບມີຄື: ກອງທຶນປະກັນສັງຄົມແຫ່ງຊາດ, ການອຸດໜູນບຳນານ ແລະ ບຳເນັດ.

ໂດຍ: ຕລຊລ