ໂລຈິສຕິກຂອງຈີນ ຂະຫຍາຍຕົວເພີ່ມຂຶ້ນໃນເດືອນພະຈິກ

28

ເວບໄຊສຳນັກຂ່າວ globaltimes.cn ລາຍງານວ່າ: ໂລຈິສຕິກຂອງຈີນເຕີບໂຕຢ່າງວ່ອງໄວ ໃນເດືອນພະຈິກ 2023 ເນື່ອງຈາກເສດຖະກິດ ຍັງຢູ່ໃນວິຖີຂອງການຟື້ນຕົວ ແລະ ພັດທະນາຄຸນນະພາບສູງ ທີ່ໄດ້ຮັບແຮງຍູ້ໜຸນຫຼາຍຂຶ້ນ.

ດັດຊະນີຕະຫຼາດໂລຈິສຕິກ ທີ່ມາເປັນ 53,3 ໃນເດືອນພະຈິກ ເພີ່ມຂຶ້ນ 0,4 ຈາກເດືອນຕຸລາ. ຂະນະທີ່, ດັດຊະນີການຈັດເກັບຄັງສິນຄ້າຢູ່ທີ່ 52,2 ເພີ່ມຂຶ້ນ 1,3 ຈຸດ ເມື່ອທຽບເປັນລາຍເດືອນ ເຊິ່ງນີ້ແມ່ນຂໍ້ມູນທີ່ເຜີຍແຜ່ໂດຍສະມາພັນໂລຈິສຕິກ ແລະ ການຈັດຊື້ຂອງຈີນ ເມື່ອວັນທີ 4 ທັນວາຜ່ານມາ.

ລາຍງານລະບຸວ່າ: ຄ່າທີ່ອ່ານໄດ້ສູງກວ່າ 50 ແມ່ນບົ່ງຊີ້ເຖິງການຂະຫຍາຍຕົວ ແລະ ໃນຂະນະທີ່ຄ່າອ່ານຕ່ຳກວ່າກໍສະແດງໃຫ້ເຫັນເຖິງການຫົດຕົວ.

ທ່ານ He Hui ຜູ້ຊ່ວຍປະສານງານສະຫະພັນໂລຈິສຕິກ ແລະ ການຈັດຊື້ຂອງຈີນ ກ່າວວ່າ: ເນື່ອງຈາກເທດສະການຊ໊ອບປິ້ງ Double II, ພາກໂລ ຈິສຕິກຂອງຈີນ ໄດ້ລາຍງານການຟື້ນຕົວທີ່ເພີ່ມຂຶ້ນໃນເດືອນພະຈິກ ໂດຍມີທຸລະກຳທັງໝົດ ແລະ ຄໍາສັ່ງຊື້ໃໝ່.

ຂະນະທີ່ລາຍຮັບຂອງ Pinduoduo ຍັກໃຫຍ່ດ້ານການຄ້າເອເລັກໂຕຣນິກ ( E-commerce) ກໍເພີ່ມຂຶ້ນ 93,9% ເມື່ອທຽບເປັນລາຍປີ ມາເປັນ 68,84 ຕື້ຢວນ ( 9,66 ຕື້ໂດລາ ). ສ່ວນບໍລິສັດຈັດສົ່ງອາຫານ ທີ່ເປັນຍັກໃຫຍ່ຂອງປະເທດນີ້ ກໍເປີດເຜີຍວ່າ ລາຍຮັບໃນໄຕມາດ 3 ເພີ່ມຂຶ້ນ 22,1% ເມື່ອທຽບເປັນລາຍປີ ມາເປັນ 76,47 ຕື້ຢວນ.

ສຳນັກງານສະຖິຕິແຫ່ງຊາດຂອງຈີນ ເປີດເຜີຍວ່າ: ຍອດຄ້າຂາຍຍ່ອຍຢູ່ທີ່ 4,33 ລ້ານໆຢວນ ໃນເດືອນຕຸລາ ເພີ່ມຂຶ້ນ 7,6% ເມື່ອທຽບເປັນລາຍປີ ເຊິ່ງຂຶ້ນມາຈາກການເຕີບໂຕໃນຕົວເລກ 5,5% ເມື່ອເດືອນກັນຍາ.

ຫຼັງຈາກການເຕີບໂຕທາງເສດຖະກິດທີ່ດີເກີນຄາດ ທີ່ 4,9% ເມື່ອທຽບເປັນລາຍປີໃນໄຕມາດທີ່ 3, ສະຖາບັນການເງິນທົ່ວໂລກ ລວມເຖິງ JP Morgan, Citigroup ແລະ UBS ໄດ້ປັບເພີ່ມຄາດການຂອງການເຕີບໂຕເສດຖະກິດຂອງຈີນ ໃນປີ 2023.