ຂົ້ວ ຫຼື ຜັດ ໜໍ່ໄມ້ຝຣັ່ງ ກິນກັບເຂົ້າຈ້າວ

44

ໜໍ່ໄມ້ຝຣັ່ງ ເປັນພືດຜັກທີ່ມີສານອາຫານຫຼາຍຢ່າງທີ່ສົ່ງຜົນດີຕໍ່ສຸຂະພາບ ເຊິ່ງປັດຈຸບັນຢູ່ພາຍໃນປະເທດລາວເຮົາກໍມີການປູກຫຼາຍຂຶ້ນ. ໜໍ່ໄມ້ຝຣັ່ງແມ່ນສາມາດນຳມາປຸງແຕ່ງໄດ້ຫຼາຍເມນູ ເຊັ່ນ: ແກງ, ລວກ, ຂົ້ວ, ປີ້ງ ຫຼື ອົບ ພ້ອມມີຄວາມກອບ ແລະ ຫອມອີກດ້ວຍ.

ไม่มีคำอธิบายรูปภาพ

ມື້ນີ້ເຮົາຈະພາທ່ານມາເຮັດເມນູ ຂົ້ວ ຫຼື ຜັດ ໜໍ່ໄມ້ຝຣັ່ງໃສ່ນໍ້າຊັອດຫອຍ.

▶ ວັດຖຸດິບ: ໜໍ່ໄມ້ຝຣັ່ງ, ນໍ້າມັນພືດ, ຊັອດຫອຍ, ນໍ້າສະອິວ, ຄະນໍ, ເກືອ, ແປ້ງນົວ, ຫົວຜັກທຽມ, ໝາກເຜັດດິບ, ພິກໄທດຳປົ່ນ, ຫອມປ້ອມ, ຫອມບົ່ວ.

อาจเป็นรูปภาพของ อาหาร

▶ວິທີເຮັດ: ເອົາໜໍ່ໄມ້ຝຣັ່ງ ມາລ້າງແລ້ວຊອຍຕາມຂະໜາດທີ່ຕ້ອງການ, ຈາກນັ້ນກໍມາທຸບຫົວຜັກທຽມ ພ້ອມຊອຍໝາກເຜັດດິບ ແລະ ລ້າງຊອຍຫອມປ້ອມ – ຫອມບົ່ວໄວ້. ຈາກນັ້ນມາເປີດໄຟຂຶ້ນຄ້າງໝໍ້ຂາງ ເອົານໍ້າມັນພືດລົງໄປປະມານ 2 ບ່ວງແກງ ເມື່ອນໍ້າມັນຮ້ອນແລ້ວເອົາຫົວຜັກທຽມ ແລະ ໝາກເຜັດທີ່ທຸບ ຫຼື ຊອຍໄວ້ນັ້ນລົງໄປຜັດໃຫ້ຫອມ ພ້ອມເອົາໜໍ່ໄມ້ຝຣັ່ງລົງໄປຂົ້ວ ( ຖ້າໝໍ້ແຫ້ງ ອາດຈະຢອດນໍ້າລົງໄປເລັກໜ້ອຍ, ຈາກນັ້ນກໍປິດຝາໝໍ້ຈົນກວ່າໜໍ່ໄມ້ຝຣັ່ງຈະສຸກ ) ຈາກນັ້ນມາປີ້ນ ພ້ອມໃສ່ຊັອດຫອຍ, ຄະນໍ ແລະ ສະອິວລົງ ຊີມລົດຊາດປຸງໃຫ້ໄດ້ຕາມໃຈມັກ ( ຖ້າບໍ່ມັກນົວບໍ່ໃສ່ແປ້ງນົວກໍໄດ້ ເພາະຊັອດຫອຍ, ສະອິວ ກັບ ຄະນໍ ກໍນົວແລ້ວ ).

ไม่มีคำอธิบายรูปภาพ

ເມື່ອໄດ້ລົດຊາດທີ່ມັກແລ້ວໃຫ້ເອົາຫອມປ້ອມ ແລະ ຫອມບົ່ວທີ່ຊອຍໄວ້ລົງໄປ ພ້ອມໃສ່ພິກໄທດຳປົ່ນ ຈະຊ່ວຍຊູລົດຊາດໄດ້ດີ ເທົ່ານີ້ທ່ານກໍໄດ້ຂົ້ວ ຫຼື ຜັດໜໍ່ໄມ້ຝຣັ່ງແຊບໆກິນແລ້ວ.