ຕຳແຈ່ວແມງດາ ບ່າຍເຂົ້າໜຽວຮ້ອນໆ ອາຫານພື້ນເມືອງລາວ

44

ແຈ່ວແມງດາ ບ່າຍກິນກັບເຂົ້າໜຽວຮ້ອນໆ ກັບ ລວກຜັກ ກິນແຊບໆ ອາຫານພື້ນເມືອງລາວເຮົາອີກປະເພດໜຶ່ງ, ເຊິ່ງຄົນລາວເຮົາສ່ວນຫຼາຍຈະມັກກິ່ນຂອງແມງດາ ເຊິ່ງມັນຈະອອກຂິວມີເອກະລັກ ເຊິ່ງດົມແນວໃດກໍຮູ້ວ່າເປັນກິ່ນແມງດາ ແລະ ຄົນລາວເຮົານິຍົມເອົາມາຕຳແຈ່ວ.

ไม่มีคำอธิบายรูปภาพ

▶ວັດຖຸດິບ: ແມງດາ ລ້າງສະອາດ, ໝາກເຜັດນ້ອຍ (ໝາກເຜັດຢວກໃສ່ຕື່ມກໍໄດ້) ຫົວຫອມບົ່ວ, ຫົວຜັກທຽມ, ເກືອ, ແປ້ງນົວ, ຫອມປ້ອມ, ຫອມບົ່ວ, ໝາກເຂືອ (ຖ້າບໍ່ມັກບໍ່ໃສ່ກໍໄດ້).

ไม่มีคำอธิบายรูปภาพ

▶ຂັ້ນຕອນເຮັດ: ນຳແມງດາມາສຽບໄມ່ຈີ່ໃຫ້ສຸກ ພ້ອມແກະເປືອກໃຫ້ຮຽບຮ້ອຍ, ລ້າງຫອມປ້ອມ, ຫອມບົ່ວຊອຍໄວ້, ຈີ່ຫົວຫອມບົ່ວ, ຫົວຜັກທຽມ, ໝາກເຂືອ, ໝາກເຜັດໃຫ້ສຸກ, ຈາກນັ້ນກໍນຳໝາກເຜັດ, ຫົວຫອມບົ່ວ, ຫົວຜັກທຽມ, ເກືອ, ແປ້ງນົວ ລົງຄົກຕຳໃຫ້ ລະອຽດ ຈາກນັ້ນກໍນຳແມງດາທີ່ຈີ່ສຸກລົງໄປຕຳໃຫ້ລະອຽດ ຊີມລົດຊາດຕາມໃຈມັກພໍດີແລ້ວ ຈາກນັ້ນກໍນຳຫອມທີ່ຊອຍລົງໄປຕຳໃຫ້ເຂົ້າກັນ ຖືວ່າເປັນອັນສຳເລັດ ຕັກໃສ່ຖ້ວຍພ້ອມເສີບ.

ไม่มีคำอธิบายรูปภาพ