ເອາະຊີ້ນໝູ ໃສ່ໜໍ່ສານ ອາຫານພື້ນເມືອງລາວ ທີ່ກິນຍາມໃດແຊບຍາມນັ້ນ

46

ເອາະ ເປັນອາຫານປະເພດໜຶ່ງທີ່ຄົນລາວເຮົາມັກກິນ ແລະ ຕິດພັນກັນມາແຕ່ບູຮານນະການ ເຊິ່ງ ເອາະ ແມ່ນມີຫຼາຍຊະນິດແລ້ວແຕ່ລະທ້ອງຖິ່ນຈະເຮັດຕາມເອກະລັກຂອງໃຜລາວ ແລະ ມື້ນີ້ພວກເຮົາຈະມາແນະນໍາການເຮັດເອາະຊີ້ນໝູໃສ່ໜໍ່ສານ.

อาจเป็นรูปภาพของ เห็ดหอม และ ราเมน

▶ວັດຖຸດິບ: ຊີ້ນສົດ ຕັດເປັນຕ່ອນຕາມໃຈມັກ, ໜໍ່ສານທີ່ລວກແລ້ວ, ຫົວສີໃຄ, ຫົວຜັກທຽມ, ຫົວຜັກບົ່ວ, ໝາກເຜັດດິບ, ເຂົ້າເບືອຕຳລະອຽດ, ຜັກຊີ, ຜັກອີ່ຕູ່, ຜັກບົ່ວ, ເກືອ, ແປ້ງນົວ, ຄະນໍ, ນໍ້າປາ ຫຼື ໃສ່ປາແດກກໍໄດ້, ໝາກເຂືອ, ນໍ້າ ແລະ ນໍ້າມັນພືດ ( ປະເພດຜັກລ້າງສະອາດໝົດ ).

ไม่มีคำอธิบายรูปภาพ

▶ຂັ້ນຕອນເຮັດ: ຖ້າເປັນຊີ້ນໝູດິບ ໃຫ້ຕຳຫົວຜັກບົ່ວ, ຫົວຜັກທຽມ, ຫົວສີໃຄຊອຍ, ໝາກເຜັດ ມາຕຳໃສ່ເກືອເລັກໜ້ອຍ ຕຳລະອຽດດີແລ້ວໃຫ້ຕັ້ງໝໍ້ໃສ່ນໍ້າມັນພືດເລັກໜ້ອຍ ເພື່ອຈະຂົ້ວຊີ້ນໝູກ່ອນ ເມື່ອນໍ້າມັນຮ້ອນແລ້ວໃຫ້ນຳເຄື່ອງທີ່ຕຳລົງໄປຂົ້ວໃຫ້ຫອມແລ້ວກໍນໍາຊີ້ນໝູທີ່ກຽມໄວ້ລົງໄປຂົ້ວໃຫ້ສຸກປະມານ 60 -9 0% ແລ້ວກໍຕື່ມນໍ້າລົງໄປກະປະມານ 1 ຖ້ວຍແກງ, ຈາກນັ້ນກໍຕົ້ມຊີ້ນໃຫ້ສຸກ.

อาจเป็นรูปภาพของ ราเมน และ โจ๊ก

ຂັ້ນຕອນການປຸງ: ຫຼັງຊີ້ນໝູສຸກແລ້ວໃຫ້ນຳໝາກເຂືອທີ່ຕັດເປັນປ່ຽງ ຫຼື ຕ່ອນ ແລະ ໝາກເຜັດເຮັດລູກໂດດໃສ່ໝໍ້, ນຳໜໍ່ສານ ແລະ ເຂົ້າເບືອລົງ ຕົ້ມໃຫ້ສຸກເຮັດນໍ້າຂຸ້ນຈຶ່ງແຊບ, ຈາກນັ້ນກໍນໍານໍ້າປາແດກ, ແປ້ງນົວ ແລະ ຄະນໍລົງໄປ, ປຸງຕາມໃຈມັກລົດຊາດ ກະວ່າສຸກໝົດແລ້ວ ຈາກນັ້ນກໍນຳຜັກຫອມ ຊີ, ໃບອີ່ຕູ່ ແລະ ຫອມບົ່ວຊອຍ ລົງໄປຄົນແລ້ວປິດໄຟໄດ້ ຖືວ່າເປັນອັນສຳເລັດ ຕັກໃສ່ຖ້ວຍພ້ອມເສີບ.