ຂັ້ນຕອນການວາງແຜນກະສຽນ ( ເຄື່ອງມືທີ່ໃຊ້ໃນການລົງທຶນກ່ອນການກະສຽນ ( IV) )

26

ການອຸດໜູນບໍານານ ຫຼື ການອຸດໜູນບຳນານພາກລັດຖະກອນ ແມ່ນການອຸດໜູນບຳນານໃຫ້ແກ່ພະນັກງານລັດຖະກອນ ພາຍຫຼັງການກະສຽນອາຍຸແລ້ວ ເຊິ່ງການອຸດໜູນທີ່ຈະໄດ້ຮັບແມ່ນປະກອບມີຄື: ເງິນອຸດໜູນບຳນານເປັນລາຍເດືອນ, ການປິ່ນປົວສຸຂະພາບ ພ້ອມທັງຄອບຄົວ, ການອຸດໜູນເສຍຊີວິດ ຖ້າວ່າຜູ້ຮັບບຳນານເສຍຊີວິດ, ການອຸດໜູນສະມາຊິກຄອບຄົວ.

อาจเป็นรูปภาพของ 4 คน

ສຳລັບການທີ່ຈະໄດ້ຮັບການອຸດໜູນບຳນານນັ້ນແມ່ນຕ້ອງມີເງື່ອນການເກີດສິດ ຄື: ກະສຽນອາຍຸ ສຳລັບເພດຍິງແຕ່ 55 ປີຂຶ້ນໄປ ແລະ ເພດຊາຍ 60 ປີ; ມີປີການ 25 ປີຂຶ້ນໄປ; ປີການ 20 ປີ ແລະ ກະສຽນອາຍຸ: ເພດຍິງ 50 ປີ ແລະ ເພດຊາຍ 55 ປີ ( ສຳລັບຜູ້ເຮັດວຽກກັບທາດເບື່ອລຽນຕິດແຕ່ 5 ປີຂຶ້ນໄປ, ເສຍອົງຄະປະເພດ 1 – 4 ຫຼື ເຮັດການກ່ອນປີ 1975 ).

ການຄິດໄລ່ເງິນອຸດໜູນບຳນານ ແມ່ນສາມາດຄິດໄລ່ໄດ້ຕາມສູດຄື: ເງິນອຸດໜູນບຳນານ = ອັດຕາສ່ວນຮ້ອຍອຸດໜູນບຳນານ x ເງິນເດືອນປະກັນຕົນເດືອນສຸດທ້າຍຂອງຜູ້ກ່ຽວ ໂດຍມີຕົວຢ່າງການຄິດໄລ່ເງິນອຸດໜູນບຳນານ ຄື:

อาจเป็นรูปภาพของ เงิน และ ข้อความ

ຕົວຢ່າງ 1: ທ່ານ (ກ) ເຂົ້າການເດືອນ 12/1973 ອອກການເດືອນ 12/1993 ລວມອາຍຸການໄດ້ 20 ປີ, ເງິນເດືອນຕາມຊັ້ນເວລາອອກການ 500.000 ກີບ. ກໍຈະສາມາດຄິດໄລ່ໄດ້ ຄື: ເງິນເດືອນ 1 ເດືອນຕາມຊັ້ນ = 500.000 ກີບ = 500.000 ກີບ x 0,75 = 375.000 ກີບ. ດັ່ງນັ້ນ, ທ່ານ (ກ) ຈະໄດ້ຮັບເງິນເດືອນລະ 375.000 ກີບ.

ສຳລັບຜູ້ປະກັນຕົນທີ່ເຂົ້າປະກັນສັງຄົມກ່ອນກົດໝາຍວ່າດ້ວຍການປະກັນສັງຄົມ, ຖ້າມີປີການປະກັນຕົນແຕ່ 5 ປີຂຶ້ນໄປແລ້ວກໍມີສິດໄດ້ຮັບການອຸດໜູນບຳນານ ເຊິ່ງເງິນອຸດໜູນບຳນານແມ່ນໃຫ້ຄິດໄລ່ຕາມສູດຄິດໄລ່ເງິນອຸດໜູນບຳນານຂ້າງເທິງ. ແຕ່ຖ້າຜູ້ປະກັນຕົນຫາກຈ່າຍເງິນສົມທົບບໍ່ຄົບເງື່ອນໄຂບຳນານກໍຈະໄດ້ຮັບເງິນອຸດໜູນເທື່ອດຽວ ໂດຍໃຫ້ຄິດໄລ່ເທົ່າກັບຈຳນວນປີການປະກັນຕົນ ຄູນກັບ ໜຶ່ງເດືອນເຄິ່ງຂອງເງິນເດືອນປະກັນຕົນ ສະເລ່ຍໃນໄລຍະ 6 ເດືອນສຸດທ້າຍຂອງຜູ້ກ່ຽວ.

อาจเป็นรูปภาพของ เงิน และ ข้อความ

ຕົວຢ່າງ 2: ທ່ານ ນາງ (ຂ) ເຂົ້າປະກັນສັງຄົມເດືອນ 1/2012 ອອກການເດືອນ 12/2015 ລວມອາຍຸການໄດ້ 4 ປີ, ອາຍຸໄດ້ 55 ປີ ແລະ ເງິນເດືອນປະກັນຕົນສະເລ່ຍ 2.000.000 ກີບ ຄິດໄລ່ເງິນອຸດໜູນເທື່ອດຽວ. ສາມາດຄິດໄລ່ໄດ້ຄື: 4 x 2.000.000 × 1,5 = 12.000.000 ກີບ.

ການອຸດໜູນບຳນານນີ້ ຕ່າງກໍມີຂໍ້ດີ ແລະ ຂໍ້ເສຍເຊັ່ນດຽວກັນ ໂດຍຂໍ້ດີຂອງການອຸດໜູນບຳນານແມ່ນປະກອບມີຄື: ໄດ້ຮັບເງິນອຸດໜູນບໍານານປະຈໍາທຸກເດືອນ, ໄດ້ຮັບການປິ່ນປົວສຸຂະພາບ ພ້ອມທັງຄອບຄົວ, ໄດ້ຮັບເງິນອຸດໜູນເສຍຊີວິດ ແລະ ໄດ້ຮັບການອຸດໜູນສະມາຊິກຄອບຄົວ.

ສຳລັບຂໍ້ເສຍຂອງການອຸດໜູນບຳນານແມ່ນມີຄື: ເງິນອຸດໜູນປະຈໍາແຕ່ລະເດືອນອາດໄດ້ຮັບຊັກຊ້າ ແລະ ຈະບໍ່ໄດ້ຮັບເງິນເປັນກ້ອນໃນກໍລະນີທີ່ທ່ານຕ້ອງການນຳເງິນໄປລົງທຶນ.
ໂດຍ: ຕລຊລ