ເຮັດຂົ້ວກະເພົາໝູ ລົດຊາດຈັດຈ້ານ ແຊບໆກິນເອງ

44

ພັດກະເພົາໝູ ເປັນເມນູທີ່ຫຼາຍຄົນມັກສັ່ງກິນ ເພາະນອກຈາກຈະແຊບແລ້ວ ຍັງກິນໄດ້ຫຼາຍຄາບ ລົດຊາດກໍສາມາດປຸງແບບໃຈມັກໄດ້, ເປັນເມນູທີ່ກິນຍາມໃດກໍແຊບ ເຊິ່ງບາງຄົນກໍມັກກະເພົາ ກິນກັບໄຂ່ດາວກໍໄດ້ ແລະ ມື້ນີ້ຄໍລໍາອາຫານຈະພາທ່ານມາເຮັດຂົ້ວກະເພົາໄວ້ກິນເອງ.

อาจเป็นรูปภาพของ ข้าวผัด

▶ວັດຖະດິບ: ຊີ້ນໝູບົດ ຫຼື ຊີ້ນໝູ ເອົາມາຊອຍປ່ຽງນ້ອຍໆ ຫຼື ຟັກເອົາກໍໄດ້ແລ້ວແຕ່ຄວາມມັກໃຜລາວ, ຜັກກະເພົາ, ຫົວຜັກທຽມ, ໝາກເຜັດດິບ, ຫົວຫອມບົ່ວໃຫຍ່, ຊັອດຫອຍນາງໂລມ, ນໍ້າປາ, ນໍ້າຕານ, ນໍ້າມັນພືດ, ແປ້ງນົວ, ສະອິວຂາວ ( ບໍ່ໃສ່ກໍໄດ້) ຄະນໍ ຫຼື ຈະໃສ່ຜົງຂົ້ວກະເພົາໂຕສຳເລັດຮູບກໍໄດ້.

อาจเป็นรูปภาพของ อาหาร

▶ຂັ້ນຕອນເຮັດ: ຊອຍຊີ້ນ ຫຼື ຖ້າມີຊີ້ນບົດກໍໄດ້, ທຸບຫົວຜັກທຽມ, ຊອຍໝາກເຜັດ ( ມັກເຜັດຫຼາຍໃສ່ຫຼາຍ ), ລ້າງຜັກກະເພົາມາເດັດ, ຈາກນັ້ນກໍໃຫ້ຄ້າງໝໍ້ຂາງ ເຮັດໄຟປານກາງ ຈາກນັ້ນກໍໃສ່ນໍ້າມັນພືດເລັກໜ້ອຍລົງໄປ ຈາກນັ້ນກໍນຳຫົວຜັກທຽມທຸບລົງໄປຂົ້ວ ຕາມດ້ວຍໝາກເຜັດ ເມື່ອຜັກທຽມເລີ່ມຫອມ ແມ່ນໃຫ້ນຳຊີ້ນໝູລົງໄປຂົ້ວ ເມື່ອຊີ້ນໝູໃກ້ຈະສຸກໃຫ້ປຸງລົດຊາດໂດຍຄະນໍ, ສະອິວຂາວເລັກໜ້ອຍ ຫຼື ຈະໃສ່ຊັອດຫອຍນາງໂລມແທນກໍໄດ້, ຕາມດ້ວຍແປ້ງນົວ ຫົວຫອມບົ່ວຊອຍ, ຕັດດ້ວຍນໍ້າຕານເລັກໜ້ອຍ ເພື່ອຊູລົດຊາດ ຈາກນັ້ນກໍຂົ້ວໃຫ້ເຂົ້າກັນ ຊີມລົດຊາດຕາມໃຈມັກ ຖ້າຈາງໃຫ້ຕື່ມນໍ້າປາໄດ້ ເມື່ອລົດຊາດພໍດີແລ້ວໃຫ້ໃສ່ໃບກະເພົາທີ່ກຽມໄວ້ລົງຂົ້ວໃຫ້ເຂົ້າກັນ ປິດໄຟໄດ້, ເທົ່ານີ້ກໍຖືວ່າສຳເລັດ ສາມາດຕັກໃສ່ຈານ ແຕ່ງຈານດ້ວຍຜັກຕ່າງໆພ້ອມເສີບໄດ້.
ຖ້າຈະໃຫ້ດີລ້າງໝໍ້ ຄ້າງໃໝ່ໃຫ້ໝໍ້ຮ້ອນໆ ຕື່ມນໍ້າມັນພືດລົງໄປ ຕອກໄຂ່ລົງໄປເຮັດເປັນໄຂ່ດາວຈັກ 1 – 2 ໜ່ວຍຍິ່ງຈະເຂົ້າຊຸດ ກະເພົາໝູ – ໄຂ່ດາວ.