48 ປີ ແຫ່ງການສ້າງສາພັດທະນາ ນະຄອນຫຼວງວຽງຈັນ

42

 

ຕະຫຼອດ 48 ປີ ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ນະຄອນຫຼວງວຽງຈັນ ກໍໄດ້ຮັບການພັດທະນາ ທັງດ້ານເສດຖະກິດ ແລະ ສັງຄົມຢ່າງຕໍ່ເນື່ອງ ໂດຍມາຮອດປີ 2022 ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 62.243 ຕື້ກີບ ສະເລ່ຍລາຍໄດ້ຕໍ່ຄົນ 62,91 ລ້ານກີບຕໍ່ປີ.


ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ສຳພາດຕໍ່ທີມຂ່າວເສດຖະກິດ – ການຄ້າ ເນື່ອງໃນໂອກາດວັນຊາດ ຄົບຮອບ 48 ປີ ວ່າ: ເມື່ອຫວນຄືນພາຍໃຕ້ການນຳຂອງພັກປະຊາຊົນ ປະຕິວັດລາວ ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ນັບແຕ່ປີ 1976 ເປັນຕົ້ນມາ ກຳແພງນະຄອນວຽງຈັນ ໃນເມື່ອກ່ອນ, ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກປະຊາຊົນ ປະຕິວັດລາວ ໄດ້ກຳນົດທິດທາງ, ແຜນການ ແລະ ໜ້າທີ່ລວມຂອງປະເທດຊາດ ລວມທັງຮັບຮອງເອົາທິດທາງ, ໜ້າທີ່ແຜນການພັດທະນາເສດຖະກິດ – ສັງຄົມ 5 ປີ ເທື່ອທີ I ( 1981 – 1985 ), ຄະນະພັກ, ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ຫັນມະຕິຂອງກອງປະຊຸມໃຫຍ່ດັ່ງກ່າວ ເປັນແຜນຍຸດທະສາດ, ເປັນແຜນການອັນລະອຽດ.

ປັດຈຸບັນ ພາຍໃຕ້ການຜັນຂະຫຍາຍມະຕິ XI ຂອງສູນການພັກ, ແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ IX, ອົງຄະນະພັກ – ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ສຸມທຸກສະຕິປັນຍາ, ເຫື່ອແຮງ ແລະ ຄວາມຮັບຜິດຊອບສູງ ໃນການນຳພາ – ຊີ້ນຳ ປະຕິບັດແຜນພັດທະນາເສດຖະກິດສັງຄົມ. ແຕ່ປີ 2021 – 2022 ຂອງນະຄອນຫຼວງວຽງຈັນ ໄດ້ສຸມໃສ່ປະຕິບັດຕາມ 4 ທິດທາງ, 4 ຄາດໝາຍ, 6 ໜ້າທີ່ຢ່າງຕັ້ງໜ້າ ໂດຍວາງຄາດໝາຍຕົ້ນຕໍໃນການພັດທະນາ ແຕ່ນີ້ຮອດປີ 2025 ( 19 ຄາດໝາຍໃຫຍ່, 8 ແຜນງານ ໂຄງການບຸກທະລຸ ) ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ( ກ່ຽວກັບການແກ້ໄຂສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ – ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ) ເຂົ້າໃນການພັດທະນາ ແລະ ປົກປັກຮັກສານະຄອນຫຼວງວຽງຈັນ ເພື່ອສ້າງນະຄອນຫຼວງ ໜ້າຢູ່ຍືນຍົງ.


ທ່ານກ່າວຕື່ມວ່າ: ສຳລັບອັນພົ້ນເດັ່ນໃນການພັດທະເສດຖະກິດ – ສັງຄົມ ນະຄອນຫຼວງວຽງຈັນ ໃນປີ 2023, ນະຄອນຫຼວງວຽງຈັນ ໄດ້ຖືກຮັບຮອງການປະກາດເປັນຫົວໜ່ວຍຍຸດທະສາດ ເມື່ອວັນທີ 20 ຕຸລາ 2023 ທີ່ຜ່ານມາ.
ມາຮອດໄລຍະກາງສະໄໝຂອງແຜນພັດທະນາເສດຖະກິດ – ສັງຄົມ ຄັ້ງທີ IX ( 2021 – 2025 ) ສະພາບເສດຖະກິດຂອງນະຄອນຫຼວງວຽງຈັນ ແມ່ນມີທ່າອ່ຽງຂະຫຍາຍຕົວໃນລະດັບ 4,48%, ລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ 62.243 ຕື້ກີບ ( ໃນປີ 2022 ) ສະເລ່ຍລາຍໄດ້ຕໍ່ຄົນ ແມ່ນ 62,91 ລ້ານກີບຕໍ່ປີ.

▶ດ້ານງົບປະມານ: ໄດ້ເອົາໃຈໃສ່ຍົກສູງປະສິດທິພາບ ການຄຸ້ມຄອງລາຍຮັບ ແລະ ລາຍຈ່າຍ; ສ້າງລະບົບ, ກົນໄກ, ລະບຽບການ ແລະ ນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການເກັບລາຍຮັບ ແລະ ເບີກຈ່າຍງົບປະມານຜ່ານລະບົບທະນາຄານ; ປັບປຸງ ແລະ ຂະຫຍາຍຖານລາຍຮັບພາຍໃນດ້ວຍການຊຸກຍູ້ການເສຍພາສີ – ອາກອນໃຫ້ຄົບຖ້ວນ ເຊິ່ງສະແດງອອກ ຄື: ການຈັດເກັບລາຍຮັບໄດ້ທັງໝົດ 16.933,82 ຕື້ກີບ ເທົ່າກັບ 58,16% ຂອງມະຕິສະພາ.
▶ການລົງທຶນທົ່ວສັງຄົມ: ປະຕິບັດໄດ້ 78.471 ຕື້ກວ່າກີບ ເທົ່າກັບ 95,98% ຂອງມະຕິສະພາ; ໃນນັ້ນການລົງທຶນຈາກງົບປະມານພາຍໃນໄດ້ 316,85 ຕື້ກີບ ເທົ່າກັບ 24,37% ຂອງມະຕິສະພາ, ການຊ່ວຍເຫຼືອທາງການພັດທະນາ ( ODA ) ໄດ້ 1.866,15 ຕື້ກີບ ເທົ່າກັບ 57,07% ຂອງມະຕິສະພາ, ການລົງທຶນຂອງພາກເອກະຊົນ ໄດ້ 38.840,55 ຕື້ກີບ ເທົ່າກັບ 59,39% ຂອງມະຕິສະພາ ແລະ ການລົງທຶນຈາກສິນເຊື່ອທະນາຄານໄດ້ 37.448,33 ຕື້ກີບ ປະຕິບັດໄດ້ລື່ນ 2 ເທົ່າຕົວຂອງມະຕິສະພາ ( 11.785 ຕື້ກີບ ).
▶ການບໍລິການ: ດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມນະຄອນຫຼວງວຽງຈັນ ໄດ້ 1.093.973 ເທື່ອຄົນ, ຄາດຄະເນລາຍຮັບຈາກການທ່ອງທ່ຽວ ປະມານ 239,83 ລ້ານໂດລາສະຫະລັດ ເທົ່າກັບ 40,42% ຂອງມະຕິສະພາ ( 593,26 ລ້ານໂດລາສະຫະລັດ ).


▶ດ້ານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ: ປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ ໄດ້ 481 ບ້ານ 153.738 ຄອບຄົວ; ໃນນີ້ ສາມາດບັນລຸມາດຕະຖານບ້ານພົ້ນທຸກໄດ້ທຸກບ້ານ, ບັນລຸບ້ານພັດທະນາ 315 ບ້ານ; ແກ້ໄຂຄອບຄົວທີ່ມີເງື່ອນໄຂບໍ່ຄົບຖ້ວນຕາມມາດຕະຖານພົ້ນທຸກໃໝ່ ໃຫ້ເປັນຄອບຄົວພົ້ນທຸກ ໄດ້ 2.388 ຄອບຄົວ ເທົ່າກັບ 53,30% ຂອງມະຕິສະພາ ( 4.480 ຄອບຄົວ ).
▶ດ້ານພື້ນຖານໂຄງລ່າງ: ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ປັບປຸງຍົກລະດັບ ແລະ ກໍ່ສ້າງເສັ້ນທາງສາຍຕ່າງໆ ເຮັດໃຫ້ການຄົມມະນາຄົມຂົນສົ່ງສັນຈອນໄປ – ມາສະດວກສະບາຍດີຂຶ້ນກວ່າເກົ່າ, ປັບປຸງບູລະນະສວນປະຕູໄຊ ແລະ ສວນສາທາລະນະພາກຂະຫຍາຍ, ໄດ້ສຳເລັດການວາງແຜນຍຸດທະສາດຄຸ້ມຄອງນໍ້າເປື້ອນຢູ່ໃນຕົວເມືອງ ເຊິ່ງໄດ້ກຳນົດເອົາເຂດພື້ນທີ່ຮອງຮັບນໍ້າເປື້ອນຈາກ ຮ່ອງແກ, ຮ່ອງແຊງ ໄປບຳບັດຢູ່ໂຮງງານບຳບັດນໍ້າເປື້ອນເຂດບ້ານນາສ້າງໄພ ເມືອງໄຊເສດຖາ ແລະ ໄດ້ເລີ່ມກໍ່ສ້າງໃນປີ 2021 ເປັນຕົ້ນມາ.

▶ດ້ານການສຶກສາ: ໃນປີ 2005 ທົ່ວນະຄອນຫຼວງວຽງຈັນ ມີໂຮງຮຽນແຕ່ຂັ້ນອະນຸບານ ເຖິງມັດທະຍົມປາຍ ທັງພາກລັດ ແລະ ເອກະຊົນ ທັງໝົດ 739 ແຫ່ງ, ມາເຖິງປັດຈຸບັນມີໂຮງຮຽນທັງພາກລັດ ແລະ ເອກະຊົນ 1.126 ແຫ່ງ.
▶ດ້ານສາທາລະນະສຸກ: ໃນປີ 2005 ອັດຕາການ ຊົມໃຊ້ນໍ້າສະອາດກວມ 88,77%, ອັດຕາການ ຊົມໃຊ້ສ້ວມຖ່າຍ ກວມ 80,46%, ຮອດປັດຈຸບັນ ອັດຕາການ ຊົມໃຊ້ນໍາສະອາດ ແລະ ຊົມໃຊ້ສ້ວມຖ່າຍ ແມ່ນກວມເອົາ 100%.
ໃນໂອກາດສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 48 ປີ ຕິດພັນກັບວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 103 ປີ. ການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ວັນຄ້າຍວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ. ນະຄອນຫຼວງວຽງຈັນກໍມີແຜນຈັດກິດຈະກໍາ ເພື່ອເປັນການສະເຫຼີມສະຫຼອງ ເປັນຕົ້ນແມ່ນຈັດປາຖະກະຖາເລົ່າມູນເຊື້ອຂອງວັນຊາດ, ຂອງບັນພະບຸລຸດ, ພ້ອມຈັດກິດຈະກຳຊຸກຍູ້ສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ ເພື່ອປູກຈິດສຳນຶກໃຫ້ຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມກິດຈະກຳດັ່ງກ່າວ, ພ້ອມປະກວດນັກຮ້ອງສຽງດີບົດເພງນະຄອນຫຼວງວຽງຈັນ ໂດຍກິດຈະກຳແມ່ນຈະຈັດຢູ່ປະຕູໄຊ ພ້ອມມີຫຼາຍກິດຈະກຳ.


ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 48 ປີ ໃນນາມຕາງໜ້າໃຫ້ ອົງຄະນະພັກ, ອົງການປົກຄອງນະຄອນຫຼວງວຽງຈັນ ຂໍສະແດງຄວາມຂອບໃຈຢ່າງສູງມາຍັງບັນດາການນຳພັກ – ລັດ, ພະນັກງານ, ທະຫານ, ຕຳຫຼວດ, ພໍ່ແມ່ປະຊາຊົນທີ່ໄດ້ເສຍສະຫຼະ ແລະ ພະຍາຍາມຢ່າງບໍ່ຢຸດຢັ້ງ ໃນການປະກອບສ່ວນອັນໃຫຍ່ ຫຼວງ ຕໍ່ການພັດທະນານະຄອນຫຼວງວຽງຈັນ. ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ – ນໍາພາຂອງພັກ -ລັດ, ນະຄອນຫຼວງວຽງຈັນ ຈະສືບຕໍ່ມີຄວາມຈະເລີນຮຸ່ງເຮືອງ ຂຶ້ນໄປເລື້ອຍໆ.
ທ້າຍສຸດນີ້ ຂໍອວຍພອນໄຊອັນປະເສີດ ແດ່ການນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດ, ພໍ່ຄ້າຊາວຂາຍ ແລະ ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ກໍຄືປະຊາຊົນລາວທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມມ່ວນຊື່ນໃນການສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 48 ປີ ແລະ ປະສົບຜົນສຳເລັດຕະຫຼອດໄປ.