ຈີນ ເປີດເວບ ໄຊສຳນັກພັດທະນາເສດຖະກິດເອກະຊົນ ເພື່ອກະຕຸ້ນເສດຖະກິດ

38

ເວບໄຊສຳນັກຂ່າວ globaltimes.cn ລາຍງານວ່າ: ຈີນໄດ້ເປີດເວບໄຊ ສຳນັກພັດທະນາເສດຖະກິດພາກເອກະຊົນ ພາຍໃຕ້ເວບໄຊຂອງຄະນະກຳມະການພັດທາ ແລະ ປະຕິຮູບແຫ່ງຊາດ (NDRC) ຖືເປັນຄວາມພະຍາຍາມຫຼ້າສຸດ ໃນການກະຕຸ້ນເສດຖະກິດພາກເອກະຊົນ. ເວບໄຊນີ້, ຈະຊ່ວຍສຳນັກງານດັ່ງກ່າວ ຍົກສູງຄວາມສາມາດໃນການດຳເນີນວຽກງານຂອງຕົນ.

ກ່ອນໜ້ານີ້, ສຳນັກງານດັ່ງກ່າວ ຖືກປະກາດສ້າງຕັ້ງພາຍໃຕ້ນັກວາງແຜນເສດຖະກິດຊັ້ນນໍາຂອງປະເທດ ເມື່ອເດືອນກັນຍາຜ່ານມາ ເຊິ່ງ ທ່ານ Cong Liang ຮອງຫົວໜ້າ NDRC ໄດ້ຖະແຫຼງວ່າ: ສຳນັກງານ ກໍ່ຕັ້ງຂຶ້ນເພື່ອເສີມສ້າງການປະສານງານດ້ານນະໂຍບາຍທີ່ກ່ຽວຂ້ອງ ແລະ ຮັບປະກັນວ່າມາດຕະການກ່ຽວຂ້ອງ ກໍຈະໄດ້ຮັບການດຳເນີນການໂດຍໄວທີ່ສຸດ ແລະ ບັນລຸຜົນທີ່ຈັບຕ້ອງໄດ້.

ຄວາມຮັບຜິດຊອບຫຼັກຂອງສໍານັກງານ ໄດ້ແກ່ການຕິດຕາມ, ສຶກສາ ແລະ ວິເຄາະການພັດທະນາເສດຖະກິດພາກເອກະຊົນ, ການປະສານງານ ແລະ ຈັດລະບຽບການກຳນົດນະໂຍບາຍ ແລະ ມາດຕະການເພື່ອສົ່ງເສີມການພັດທະນາ ແລະ ກຳນົດນະໂຍບາຍເພື່ອສົ່ງເສີມການເຕີບໂຕຂອງການລົງທຶນພາກເອກະຊົນ ຕາມທີ່ NDRC ກຳນົດ.

ສຳນັກງານ ຈະຮັບຜິດຊອບໃນການສ້າງກົນໄກໃນການສື່ສານຢ່າງສະໝໍ່າສະເໝີ ກັບອົງກອນເອກະຊົນ, ປະສານ ຄວາມພະຍາຍາມໃນການແກ້ໄຂບັນຫາສຳຄັນ ທີ່ກ່ຽວຂ້ອງກັບການພັດທະນາເສດຖະກິດພາກເອກະຊົນ ແລະ ເຮັດວຽກເພື່ອເພີ່ມຂີດຄວາມສາມາດໃນການແຂ່ງຂັນລະດັບສາກົນ.

ເສດຖະກິດພາກເອກະຊົນຂອງຈີນ ກຳລັງສະແດງສັນຍານຂອງການປັບປຸງເລັກນ້ອຍ ເປັນຜົນມາຈາກນະໂຍບາຍຫຼາຍຊຸດ ທີ່ມຸ່ງເນັ້ນສະໜັບສະໜູນການພັດທະນາຂອງຕົນ. ໃນເດືອນກໍລະກົດຜ່ານມາ, ຈີນໄດ້ອອກນະໂຍບາຍການອອກແບບລະດັບສູງ ເພື່ອກະຕຸ້ນພາກເສດຖະກິດເອກະຊົນ ໂດຍມີແນວທາງປະຕິບັດ 31 ປະເດັນ ທີ່ເປັນຂໍ້ກັງວົນຫຼັກ ສຳລັບທຸລະກິດເອກະຊົນ ຕັ້ງແຕ່ການເຂົ້າສູ່ຕະຫຼາດ, ການແຂ່ງຂັນທີ່ຍຸຕິທໍາ, ການຄຸ້ມຄອງທາງກົດໝາຍ, ການສະໜັບສະໜູນທາງການເງິນ ແລະ ການລະດົມທຶນ ໄປຈົນເຖິງການຄຸ້ມຄອງສິດ ໃນຊັບສິນທາງປັນຍາ ແລະ ນະວັດຕະກຳ.

ການພັດທະນາວິສາຫະກິດເອກະຊົນໃນຈີນ ຍັງສືບຕໍ່ຮັກສາຈຸດຈູງໃຈທີ່ເປັນທາງບວກໃນໄຕມາດທໍາອິດຂອງປີນີ້ ເຊິ່ງຂໍ້ມູນຫຼ້າສຸດທີ່ເຜີຍແຜ່ໂດຍສຳນັກງານບໍລິຫານຄຸ້ມຄອງຕະຫຼາດແຫ່ງລັດ (State Administration for Market Regulation) ກໍໄດ້ລະບຸວ່າ: ຈໍານວນວິສາຫະກິດເອກະຊົນ ທີ່ຈັດຕັ້ງຂຶ້ນໃໝ່ທົ່ວປະເທດ ມີຈໍານວນ 4,06 ລ້ານລາຍ ເພີ່ມຂຶ້ນ 15,3% ເມື່ອທຽບກັບປີຜ່ານມາ.

ໃນທ້າຍເດືອນກັນຍາຜ່ານມາ, ຈໍານວນວິສາຫະກິດເອກະຊົນ ທີ່ຈົດທະບຽນໃນຈີນ ເກີນ 52 ລ້ານແຫ່ງ ເຊິ່ງຄິດເປັນ 92,3% ຂອງຈໍານວນວິສາຫະກິດທັງໝົດ, ນີ້ໄດ້ສະແດງໃຫ້ເຖິງການສະໜັບສະໜູນທີ່ສຳຄັນສຳລັບການປັບປຸງເສດຖະກິດ.