ເຮັດປົ່ນປາກົດແບບບໍ່ຄາວ

37

ປົ່ນປາ ເປັນເມນູອາຫານພື້ນເມືອງ ທີ່ຄົນລາວນິຍົມເຮັດກິນ ແລະ ກິນຍາມໃດກໍແຊບຍາມນັ້ນ, ເຊິ່ງປົ່ນປາສາມາດເຮັດແບບເປັນຕ່ອນ, ເປັນໂຕ ແລະ ໄຈ້ເອົາແຕ່ເນື້ອປາປົ່ນກໍໄດ້. ແຕ່ມື້ນີ້ເຮົາຈະມາແນະນຳປົ່ນປາ ແບບໄຈ້ກ້າງອອກໝົດ ມານຳສະເໜີ.
ສ່ວນປະກອບ: ປະກົດຄົວລ້າງສະອາດ, ນໍ້າສະອາດ, ໝາກເຂືອ, ໝາກເຜັດດິບ, ຫົວຜັກບົ່ວ, ຫົວຜັກທຽມ, ຫອມບົ່ວ, ຫອມປ້ອມ, ຫົວສີໄຄ: ນໍ້າປາ ຫຼື ປາແດກ, ເກືອ, ແປ້ງນົວ, ຈະໃສ່ຜັກແພວ, ຫອມເປ ຫຼື ໃບຂີງອ່ອນນຳກໍໄດ້ (ລ້າງຫອມທຸກຢ່າງໃຫ້ສະອາດ).

ไม่มีคำอธิบายรูปภาพ

ຂັ້ນຕອນການເຮັດ: ກ່ອນອື່ນຄ້າງໝົດໝໍ້ ຕົ້ມນໍ້າໃຫ້ຟົດແລ້ວເອົາປາດກົດລົງໄປປະມານ 1 ນາທີ ໃຫ້ເມືອກປາເປັນສີຂາວແລ້ວນຳໄປລ້າງເອົາເມືອຂາວນັ້ນອອກ ແລ້ວລ້າງໝໍ້ແລ້ວຕົ້ມນໍ້າໃໝ່ອີກຄັ້ງ ແລ້ວທຸບຫົວສີໄຄ, ຫົວຜັກທຽມ 1-2 ງີມ, ຫົວຜັກບົ່ວ 1-2 ຫົວ, ເກືອ, ແປ້ງນົວ, ຕົ້ມລົງໄປ (ເພື່ອບໍ່ໃຫ້ຄາວ) ໃຫ້ນໍ້າຟົດແລ້ວຈຶ່ງນໍາປາໄປຕົ້ມອີກຄັ້ງ (ຕົ້ມຈົນສຸກດີ) ຖ້າຈະໃສ່ປາແດກແມ່ນໃສ່ຕອນນໍ້າຟົດປາສຸກ (ຖ້າບໍ່ກິນປາແດກກໍບໍ່ຕ້ອງໃສ່) ແລ້ວຈຶ່ງປົງໄວ້ ແລະ ໄຈ້ກ້າງເອົາແຕ່ຊີ້ນ.

ไม่มีคำอธิบายรูปภาพ

ຈາກນັ້ນກໍ ຈີ່ໝາກເຂືອ, ໝາກເຜັດ, ຫົວຜັກບົ່ວ, ຫົວຜັກທຽມ ໃຫ້ສຸກແລ້ວນໍາມາປອກເປືອກແລ້ວນໍາໄປຕຳໃຫ້ລະອຽດ ແລ້ວຈຶ່ງນຳປາລົງໄປບໍ່ຕ້ອງຕຳລະອຽດ ຫຼື ຈະເອົາຈອງຄົນເອົາກະໄດ້ ຈາກນັ້ນກໍເອົານໍ້າທີ່ຕົ້ມປາຖອກລົງໄປ ຄົນພ້ອມປຸງລົດຊາດຕາມໃຈມັກ ໂດຍໃສ່ນໍ້າປາ ຖ້າພໍດີແລ້ວ ກໍໃຫ້ຊອຍຫອມລົງໄປຄົນແລ້ວ ຕັກໃສ່ຖ້ວຍພ້ອມເສີບໄດ້.

ไม่มีคำอธิบายรูปภาพ