ປ່ຽນວຽກງານໃໝ່ ຈະເອີ້ນເງິນເດືອນແນວໃດໃຫ້ທັງຕົວເຮົາເອງມີຄວາມສຸກ ແລະ ເຈົ້ານາຍໃໝ່ກໍພໍໃຈ ບໍ່ໃຫ້ໃຜເສຍປະໂຫຍດຈາກການຕໍ່ລອງເງິນເດືອນ

26

ໜຶ່ງໃນຫຼາຍໆເຫດຜົນທີ່ຄົນເຮັດວຽກສ່ວນໃຫຍ່ເລືອກທີ່ຈະປ່ຽນວຽກງານ ຄື: ເງິນເດືອນປັດຈຸບັນບໍ່ພໍໃຊ້ ແຕ່ການຈະລໍໃຫ້ເງິນເດືອນຂຶ້ນ ກໍບໍ່ທັນການ, ຈະຫາວຽກພິເສດເຮັດເພີ່ມອາດຈະເມື່ອຍເກີນໄປ ເພາະວຽກງານທີ່ເຮັດຢູ່ທຸກມື້ນີ້ກໍເມື່ອຍຢູ່ແລ້ວ ແລ້ວຈະເອົາເວລາໃດໄປເຮັດວຽກເພີ່ມ, ເຖິງວ່າຢາກຈະໄດ້ເງິນເພີ່ມກໍຕາມ ບາງຄົນຄິດວ່າເມື່ອປ່ຽນວຽກງານໃໝ່ແລ້ວ ຈະມີໂອກາດຕໍ່ລອງເງິນເດືອນໄດ້ງ່າຍກວ່າເກົ່າ.

ການຕໍ່ລອງເງິນເດືອນກັບ ເຈົ້ານາຍຄົນປັດຈຸບັນເປັນເລື່ອງທີ່ເຮັດໄດ້ຂ້ອນຂ້າງຍາກກວ່າ ເພາະຕ້ອງເອົາຜົນງານເຂົ້າແລກ, ຖ້າຈະໃຫ້ເງິນເດືອນຄ່ອຍໆເພີ່ມຂຶ້ນເອງກໍຕ້ອງລໍດົນ ແຕ່ຖ້າລໍບໍ່ໄດ້ ກໍປ່ຽນວຽກງານໃໝ່ໜ້າຈະເຮັດໄດ້ງ່າຍກວ່າ.

อาจเป็นรูปภาพของ 3 คน

ເຖິງວ່າການຕັດສິນໃຈປ່ຽນວຽກໃໝ່ເປັນສິ່ງທີ່ເຮັດໄດ້ງ່າຍກວ່າ ແຕ່ກໍຕ້ອງມີວິທີການທີ່ໜ້າເຊື່ອຖື, ບໍ່ແມ່ນວ່າພໍເຮົາບອກເຫດຜົນເຂົາໄປງ່າຍໆແລ້ວເຂົາເຈົ້າຈະຍອມຮັບເຮົາເຂົ້າເຮັດວຽກ ພ້ອມກັບເງິນເດືອນໃໝ່ທີ່ເພີ່ມຂຶ້ນໄດ້ງ່າຍໆ ເຮົາກໍຕ້ອງເຮັດໃຫ້ເຈົ້ານາຍຄົນໃໝ່ເກີດຄວາມເຊື່ອໝັ້ນ, ເຮັດໃຫ້ເຂົາເຈົ້າໝັ້ນໃຈວ່າເຮົາສາມາດເຮັດວຽກໄດ້ຄຸ້ມກັບເງິນເດືອນຢ່າງແນ່ນອນ.

ເມື່ອປ່ຽນວຽກງານໃໝ່ ຈະເອີ້ນເງິນເດືອນແນວໃດໃຫ້ທັງຕົວເຮົາເອງມີຄວາມສຸກ ແລະ ເຈົ້ານາຍໃໝ່ກໍພໍໃຈ ເອີ້ນວ່າ ໄດ້ປະໂຫຍດກັນທັງສອງຝ່າຍບໍ່ມີໃຜເສຍປະໂຫຍດຈາກການຕໍ່ລອງເງິນເດືອນ, ເຮົາຕ້ອງບໍ່ເສຍປຽບ ແລະ ໃນຂະນະດຽວກັນບໍລິສັດໃໝ່ກໍບໍ່ເສຍປະໂຫຍດເຊັ່ນກັນ.

+ ຕໍ່ລອງຕາມຄວາມສາມາດ: ຄວາມສາມາດໃນການເຮັດວຽກເປັນສິ່ງໜຶ່ງທີ່ເຮັດໃຫ້ເຮົາໝັ້ນໃຈວ່າເຮົາສາມາດຕໍ່ລອງເງິນເດືອນໄດ້ ແລະ ເຈົ້ານາຍຄົນໃໝ່ເອງກໍຈະດີໃຈທີ່ໄດ້ຄົນທີ່ມີຄວາມສາມາດໃນການເຮັດວຽກແທ້ໆ, ຢ່າເຮັດໃຫ້ເຈົ້ານາຍໃໝ່ຮູ້ວ່າເງິນເປັນສິ່ງສຳຄັນໃນການປ່ຽນວຽກງານ, ແຕ່ເຮັດໃຫ້ເຂົາເຈົ້າຮູ້ວ່າຫາກເຮົາກຳລັງຈະປ່ຽນວຽກງານໃໝ່ ເງິນເດືອນທີ່ເຮົາຮຽກຮ້ອງເປັນສິ່ງທີ່ເໝາະກັບເຮົາ, ແຕ່ເຮົາບໍ່ໄດ້ປ່ຽນວຽກງານໃໝ່ ເພາະຢາກໄດ້ເງິນຫຼາຍຂຶ້ນ, ເຖິງວ່າມັນຈະເປັນສິ່ງທີ່ຢູ່ໃນໃຈເຮົາກໍຕາມ ແຕ່ການທີ່ໃຫ້ຄົນອື່ນຮູ້ວ່າເຮົາປ່ຽນວຽກງານໃໝ່ ເພາະຢາກໄດ້ເງິນເດືອນເພີ່ມ ບໍ່ສາມາດສ້າງ ຄວາມປະທັບໃຈໃຫ້ກັບຜູ້ສຳພາດງານໄດ້ເລີຍ.

+ ເອີ້ນເງິນເດືອນໃນເຂດທີ່ເໝາະສົມ: ການເອີ້ນເງິນເດືອນທີ່ຫຼາຍໄປ ຫຼື ນ້ອຍເກີນໄປ ຈະເຮັດໃຫ້ຄົນສຳພາດຂ້ອງໃຈໃນຄວາມສາມາດຂອງເຮົາ “ ແນ່ໃຈວ່າຢາກໄດ້ເງິນເດືອນເທົ່ານີ້ ” ນັ້ນເປັນເພາະຄວາມສາມາດຂອງເຮົາອາດຈະເຖິງ ຫຼື ອາດຈະບໍ່ເຖິງ ການເຮັດໃຫ້ເກີດການຕັ້ງຄຳຖາມຈະສົ່ງຜົນເສຍຕໍ່ການຕໍ່ລອງເງິນເດືອນຂອງເຮົາ ເຮົາຈຶ່ງຕ້ອງເອີ້ນເງິນເດືອນໃນອັດຕາທີ່ເໝາະສົມ ບໍ່ແມ່ນເອີ້ນເພາະວ່າຢາກໄດ້ເງິນເດືອນເທົ່ານັ້ນເທົ່ານີ້ ຢ່າງໜ້ອຍທີ່ສຸດເຮົາຕ້ອງສຳຫຼວດເບິ່ງກ່ອນວ່າເງິນເດືອນຂອງຕຳແໜ່ງງານທີ່ເຮົາເຮັດຢູ່ນັ້ນ ເຂົາສາມາດຈ່າຍເງິນເດືອນໃຫ້ເຮົາໄດ້ເທົ່າໃດ.

+ ຢ່າເບິ່ງພຽງເງິນເດືອນ: ການປ່ຽນວຽກເອີ້ນເງິນເດືອນ ອາດຈະເປັນສິ່ງທີ່ເຮົາຕ້ອງການຫຼາຍທີ່ສຸດ ແຕ່ກໍຕ້ອງບໍ່ລືມວ່າ ການມີສະຫວັດດີການທີ່ດີກໍເປັນສິ່ງສຳຄັນ ເຖິງວ່າຈະໄດ້ເງິນເດືອນຫຼາຍ ແຕ່ຖ້າສະຫວັດດີການໃນການເຮັດວຽກບໍ່ດີພໍ ເງິນເດືອນທີ່ເຫັນວ່າຫຼາຍນັ້ນ ກໍອາດຈະໝົດໄປກັບການຈ່າຍຄ່າໃຊ້ຈ່າຍອື່ນໆກໍໄດ້ ເຮັດໃຫ້ທ້າຍທີ່ສຸດແລ້ວເຮົາກໍມີເງິນເຫຼືອບໍ່ພໍໃຊ້ຢູ່ດີ. ກ່ອນຈະມີການຕໍ່ລອງເງິນເດືອນ ລອງຄິດສະເລ່ຍຄ່າໃຊ້ຈ່າຍອື່ນໆເບິ່ງກ່ອນ ຈະໄດ້ຮູ້ວ່າເງິນເດືອນທີ່ເຮົາຈະໄດ້ມານັ້ນພໍດີກັບຄ່າໃຊ້ຈ່າຍຫຼືບໍ່ ບາງຄັ້ງເງິນເດືອນອາດຈະໜ້ອຍ ແຕ່ວ່າສະຫວັດດີການໃນການເຮັດວຽກດີກວ່າ ອາດຈະດີກວ່າການທີ່ເຮົາເຮັດວຽກແລ້ວໄດ້ເງິນເດືອນສູງໆ.

ການໃຫ້ຄວາມສຳຄັນກັບເງິນເດືອນສູງໆຈົນຫຼາຍເກີນໄປ ຈະເຮັດໃຫ້ເຮົາບໍ່ສາມາດເຮັດວຽກໄດ້ດີເທົ່າທີ່ຄວນ ເພາະເຮົາຈະມົວໃສ່ໃຈຢູ່ກັບການຄິດວ່າຕ້ອງເຮັດແນວໃດ ຈຶ່ງຈະໄດ້ເງິນເດືອນສູງໆ ການໄດ້ເງິນເດືອນບໍ່ຫຼາຍ ແຕ່ຢູ່ໃນສະພາບແວດລ້ອມທີ່ດີ ມີເພື່ອນຮ່ວມງານທີ່ດີ ອາດຈະເຮັດໃຫ້ເຮົາມີຄວາມສຸກໃນການເຮັດວຽກຫຼາຍກວ່າ.

ຈາກ : .jobsdb