ເຮັດແຈ່ວໝາກເຜັດແຫ້ງ ໃສ່ໜັງເຄັມ ໄວ້ກິນເປັນເດືອນໆ

36

ແຈ່ວ ເປັນເມນູທີ່ຄົນລາວເຮົາມັກເຮັດກິນ ເຊິ່ງເປັນສິ່ງໜຶ່ງທີ່ຕິດພັນກັບພາເຂົ້າຄົນລາວມາແຕ່ບູຮານ ເຖິງວ່າອາຫານຢູ່ພາເຂົ້າຈະມີບໍ່ຫຼາຍ ຢ່າງໜ້ອຍຖ້າມີແຈ່ວ ປີ້ງປາ ກັບ ເຂົ້າໜຽວກໍອີ່ມແລ້ວ ຫຼື ຕຳແຈ່ວ ລວກຜັກ ຕົ້ມໄຂ່ ກໍແລ້ວຄາບເຂົ້າ. ດັ່ງນັ້ນມື້ນີ້ເຮົາຈະພາທ່ານມາເຮັດແຈ່ວໝາກເຜັດແຫ້ງໃສ່ໜັງ ສາມາດເອົາໄວ້ກິນດົນໄດ້.

ไม่มีคำอธิบายรูปภาพ

▶ ວັດຖຸດິ: ໝາກເຜັດແຫ້ງ, ຫົວຫອມບົ່ວ, ຫົວຜັກທຽມ, ໜັງ ( ອາດຈະເອົາໜັງໝູ ຊອຍແຊ່ແຂງມາຕົ້ມເອົາ ຫຼື ໜັງງົວແຫ້ງ ທີ່ເຜົາແລ້ວຕັດ ເປັນຕ່ອນແຫ້ງ ມາຕົ້ມ ເຊິ່ງມີຂາຍຕາມຕະຫຼາດ. ພິເສດຖ້າທ່ານໃດມັກເອົາໜັງເຄັມໃສ່ ກໍເອົາມາເຜົາທຸບແຊ່ນໍ້າ ແລ້ວຕັດຕ່ອນຕົ້ມກໍໄດ້ ), ເກືອ, ແປ້ງນົວ, ນໍ້າຕານ, ນໍ້າປາ ( ນໍ້າປາແດກເອາະສຸກດີ ) ຖ້າທ່ານໃດບໍ່ກິນປາແດກສາມາດໃສ່ແຕ່ນໍ້າປາໄດ້.

ไม่มีคำอธิบายรูปภาพ

▶ ວິທີເຮັດ: ຖ້າໜັງຕົ້ມສຸກແລ້ວ ກໍເອົາໝາກເຜັດແຫ້ງມາຂົ້ວ ( ຖົງລະ 10 ພັນຕາມທ້ອງຕະຫຼາດ ) ແລ້ວມາຕຳ ຫຼື ບົດໃຫ້ລະອຽດໄວ້, ຈາກນັ້ນມາຈີ່ຫົວຫອມບົ່ວ ປະມານເຄິ່ງໂລ, ຫົວຜັກທຽມເຄິ່ງໂລ ເມື່ອສຸກແລ້ວປອກຕຳເຂົ້າກັນໃຫ້ລະອຽດໂດຍໃສ່ເກືອເລັກໜ້ອຍ.

ไม่มีคำอธิบายรูปภาพ

▶ຂັ້ນຕອນປຸງ: ເອົາເກືອ, ແປ້ງນົວ ແລະ ນໍ້າຕານ (ນໍ້າຕານທ່ານໃດບໍ່ມັກ ບໍ່ໃສ່ກໍໄດ້) ຕຳໃຫ້ລະອຽດ ແລ້ວເອົາຫົວຫອມບົ່ວ ແລະ ຫົວຜັກທຽມທີ່ຕຳລະອຽດໄວ້ນັ້ນລົງຕຳກັບໝາກເຜັດແຫ້ງທີ່ຕຳໄວ້ນັ້ນມາຕຳໃສ່ກັນຈົນກວ່າຈະເຂົ້າກັນດີ ແລ້ວເອົາໜັງລົງ ແລ້ວຕຳໃຫ້ເຂົ້າກັນອີກຄັ້ງ ຈາກນັ້ນກໍປຸງລົດຊາດດ້ວຍນໍ້າປາ, ເກືອ, ແປ້ງນົວ ( ຈະໃສ່ນໍ້າປາແດກຕົ້ມສຸກລົງ ຖ້າທ່ານໃດມັກ ) ແລ້ວຕຳໃຫ້ເຂົ້າກັນອີກຄັ້ງ ຊີມ ແລະ ປຸງລົດຊາດໃຫ້ໄດ້ຕາມໃຈມັກ ເທົ່ານີ້ທ່ານກໍຈະໄດ້ແຈ່ວໝາກເຜັດແຫ້ງໃສ່ໜັງໄວ້ກິນແລ້ວ ( ວິທີເກັບຮັກສາແຈ່ວໄວ້ກິນດົນ ແມ່ນຕັກໃສ່ກະປຸກຢາງ ຫຼື ແກ້ວໄວ້ ເວລາຈະຕັກກິນໃຫ້ໃຊ້ບ່ວງໃໝ່ທີ່ສະອາດຕັກ ແຈ່ວຈຶ່ງບໍ່ຂຶ້ນເຊື້ອຣາ ).