ກຳປູເຈຍ ມີລາຍໄດ້ຈາກການເກັບອາກອນ ມູນຄ່າເພີ່ມ E-Commerce 62,8 ລ້ານໂດລາ

31

ເວບໄຊ khmertimeskh.com ລາຍງານວ່າ: ກົມສ່ວຍສາອາກອນທົ່ວໄປ (GDT) ຂອງກຳປູເຈຍ ມີລາຍໄດ້ຈາກການເກັບອາກອນມູນຄ່າເພີ່ມ (VAT) ຈໍານວນ 62,8 ລ້ານໂດລາ ຈາກການຄ້າອີເລັກໂຕນິກ (E-Commerce) ໃນໄລຍະ 10 ເດືອນຂອງປີນີ້. ມູນຄ່າທີ່ເກັບໄດ້ນັ້ນ, ແມ່ນຖືກຮວບຮວມຈາກຜູ້ເສຍພາສີ-ອາກອນ ທີ່ບໍ່ຂຶ້ນກັບລັດວິສາຫະກິດ, ຜູ້ຈັດຫາສິນຄ້າ ແລະ ບໍລິການອີເລັກໂຕຣນິກ ຈາກຕ່າງປະເທດ 82 ລາຍ.

ລັດຖະບານກຳປູເຈຍ ໄດ້ເລີ່ມເກັບອາກອນມູນຄ່າເພີ່ມຈາກການຄ້າອີເລັກໂຕຣນິກ ໃນເດືອນເມສາປີນີ້ ແລະ ເກັບຈາກບໍລິສັດຕ່າງໆ ເຊັ່ນ: Google, Facebook, YouTube, Alibaba, Microsoft ແລະ TikTok.

ທ່ານ Kong Vibol ຜູ້ອໍານວຍການ GDT ກ່າວວ່າ: ອາກອນມູນຄ່າເພີ່ມຈາກການຄ້າອີເລັກໂຕຣ ນິກ ເປັນແຫຼ່ງລາຍໄດ້ທີ່ມີສັກກະຍະພາບຂອງປະເທດ. ກຳປູເຈຍ ມິສັກກະຍະພາບທີ່ຈະເພີ່ມລາຍໄດ້ງົບປະມານຂອງປະເທດຕໍ່ໄປ ເຊິ່ງການເກັບອາກອນມູນຄ່າເພີ່ມຈາກການຄ້າອີເລັກໂຕຣນິກ ຕ່າງປະເທດ ຍັງເຮັດໃຫ້ຜູ້ປະກອບການ E-Commerce ໃນທ້ອງຖິ່ນ ມີຄວາມເທົ່າທຽມກັນ.

ແພລັດຟອມການຊື້-ຂາຍທາງອອນລາຍ ກຳລັງກາຍເປັນກະແສ ວິຖີຊີວິດ (lifestyle) ທີ່ສຳຄັນໃນກຳປູເຈຍ ນັບມື້ຫຼາຍຂຶ້ນເລື້ອຍໆ ໂດຍສ້າງໂອກາດຢ່າງຫຼວງຫຼາຍໃຫ້ແກ່ທຸລະກິດຂະໜາດນ້ອຍ ຍ້ອນລັດຖະບານມີ ຄວາມຮູ້ດ້ານດິຈິຕອນ ແລະ ວາງນະໂຍບາຍທີ່ເປັນການສະໜັບສະໜູນ.

ຂະນະດຽວກັນ, GDT ກໍເກັບພາສີໄດ້ 3 ຕື້ໂດລາ ໃນໄລຍະ 10 ເດືອນ 2023 ຄິດເປັນ 85,8% ຂອງແຜນການປີ. ການປັບປຸງການດຳເນີນງານ GDT ໃຫ້ທັນສະໄໝ ສົ່ງຜົນໃຫ້ອັດຕາການຈົດທະບຽນດີຂຶ້ນ ນອກຈາກການຂະຫຍາຍສິ່ງອຳນວຍຄວາມສະດວກໃນການຈັດເກັບຂໍ້ມູນແລ້ວ ກໍຍັງໄດ້ປັບປຸງບໍລິການຜູ້ເສຍພາສີ-ອາກອນ ແລະ ການຍື່ນແບບສະແດງລາຍການພາສີ-ອາກອນ.

ທ່ານ ຮຸນ ມາເນັດ ນາຍົກລັດຖະມົນຕີ ກຳປູເຈຍກ່າວວ່າ: ດ້ວຍການເຕີບທາງເສດຖະກິດທີ່ແຂງແກ່ນ ລາຍໄດ້ຈາກພາສີ-ອາກອນໃນກໍາປູເຈຍ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ສົ່ງຜົນໃຫ້ລັດຖະບານສາມາດສ້າງໂຄງລ່າງພື້ນຖານທີ່ສຳຄັນ ເຊັ່ນ: ຖະໜົນຫົນທາງ, ຂົວ, ອາຄານ, ໂຮງຮຽນ ແລະ ໂຮງຫມໍທົ່ວປະເທດ. ໃນກອງປະຊຸມ ລະ ຫວ່າງ ພາກລັດ – ເອກະຊົນ ຄັ້ງທີ 19 ຈັດຂຶ້ນເມື່ອບໍ່ດົນມານີ້, ນາຍົກລັດຖະມົນຕີ ກຳປູເຈຍ ກໍໄດ້ກ່າວວ່າ: ລັດຖະບານຈະບໍ່ສ້າງພາສີໃໝ່ ຫຼື ເພີ່ມອັດຕາພາສີ ເພື່ອເພີ່ມພາລະໃຫ້ກັບປະຊາຊົນ.ກຳປູເຈຍ ມີສະ

ຖາບັນຈັດເກັບພາສີ-ອາກອນ 2 ປະເພດ ຄື: ກົມພາສີ ແລະ ອາກອນທົ່ວໄປ (GDCE) ທີ່ເກັບພາສີສິນຄ້ານໍາເຂົ້າ ແລະ ສົ່ງອອກ; ອີກປະເພດໜຶ່ງ ແມ່ນ GDT ທີ່ມຸ່ງເນັ້ນໄປທີ່ພາຍໃນ ເຊັ່ນ: ອາກອນລາຍໄດ້, ອາກອນເງິນເດືອນ, ອາກອນມູນຄ່າເພີ່ມ ແລະ ອາກອນຊັບສິນ.

ໃນປີ 2023, ລັດຖະບານກຳປູເຈຍ ຕັ້ງເປົ້າໄວ້ທີ່ 5,5 ຕື້ໂດລາ ເປັນລາຍໄດ້ຈາກພາສີ-ອາກອນ ເຊິ່ງເພິີ່ມຂຶ້ນເກືອບ 16% ເມື່ອທຽບກັບປີ 2022.