ແກງໝາກບວບໃສ່ດູກໝູ ເມນູພື້ນບ້ານ ກິນຍາມໃດກໍແຊບ

34

ໝາກບວບ ເປັນພືດຊະນິດໜຶ່ງທີ່ນຳມາປະກອບ ຫຼື ປຸງແຕ່ງໃນເມນູຕ່າງໆຂອງອາຫານພື້ນເມືອງລາວເຮົາ ເຊິ່ງຄົນລາວເຮົາກໍນິຍົມເອົາມາແກງ, ໜຶ້ງ… ຕາມຄວາມມັກ ແຕ່ມື້ນີ້ເຮົາຈະມາແນະນຳເມນູ ແກງໝາກບວບໃສ່ດູກໝູ ເພື່ອສຸຂະພາບ ໃຫ້ແກ່ທ່ານເພື່ອນຳໄປເຮັດກິນຢູ່ພາຍໃນຄອບຄົວ.

อาจเป็นรูปภาพของ อาหาร

▶ ວັດຖຸດິບ: ດູກໝູຕັດຕ່ອນແກງ, ຂີງ 1 ຂໍ້, ຫົວສີໃຄ 1 ຫົວ, ເກືອ, ແປ້ງນົວ, ນໍ້າປາ ຫຼື ປາແດກກໍໄດ້, ຫົວຜັກບົ່ວ 1 ຫົວ, ຫົວຜັກທຽມ 2 ກີບ, ນໍ້າສະອາດ, ໝາກບວບລ້າງສະອາດ ( ຈະຂູດເປືອກກໍໄດ້ ບໍ່ຂູດກໍ ໄດ້ ), ໝາກເຜັດ 1 – 2 ໜ່ວຍ, ຜັກຫອມບົ່ວ, ຜັກອີ່ຕູ່ ຫຼື ຜັກບົວລະພາກໍໄດ້ ເຊິ່ງທັງສອງແມ່ນມີກິ່ນຫອມທີ່ແຕກຕ່າງກັນໃສ່ໂຕໃດກໍໄດ້ ( ທຸກຢ່າງລ້າງໃຫ້ສະອາດ ).

ไม่มีคำอธิบายรูปภาพ

▶ ຂັ້ນຕອນເຮັດ: ທຸບຂີງ, ຫົວສີໃຄ, ຫົວຜັກບົ່ວ, ຫົວຜັກທຽມ ແລ້ວຄ້າງໝໍ້ຂຶ້ນ, ຈາກນັ້ນເອົາດູກໝູລົງໄປຂົ້ວໃສ່ຂີງ, ຫົວສີໃຄ, ຫົວຜັກບົ່ວ, ຫົວຜັກທຽມທີ່ທຸບກຽມໄວ້, ຂົ້ວຈົນດູກໝາດໃສ່ເກືອລົງໄປ ແລ້ວຕື່ມນໍ້າລົງປະມານ 2 ຖ້ວຍແກງ ຈາກນັ້ນກໍນຳແປ້ງນົວລົງ ( ຫາກຢາກໃສ່ໝາກເຜັດກໍໄດ້ ຫຼື ບໍ່ໃສ່ກໍໄດ້ ໃຫ້ຫັກໃສ່ ) ຕົ້ມຈົນກວ່າກະດູກຈະສຸກ. ຈາກນັ້ນກໍມາຕັດຕ່ອນໝາກບວບເປັນຕ່ອນພໍດີຄຳ ແລະ ຊອຍຫອມໄວ້ ຈາກນັ້ນກະວ່າກະດູກສຸກດີແລ້ວ ປະລິມານນໍ້າແກງໄດ້ປະມານ 1 ຖ້ວຍເຄິ່ງ ກໍໃຫ້ເອົາໝາກບວບທີ່ກຽມໄວ້ລົງໄປ ຕົ້ມສຸກແລ້ວຊີມລົດຊາດ ແລະ ປຸງດ້ວຍນໍ້າປາ ຫຼື ປາແດກກໍໄດ້ ແລ້ວແຕ່ຄວາມມັກ, ຖ້າລົດຊາດພໍດີແລ້ວໃຫ້ເອົາຜັກຫອມທີ່ກຽມໄວ້ລົງໄປແລ້ວປົງທັນທີ ເທົ່ານີ້ກໍຖືວ່າເປັນອັນສຳເລັດ ແລະ ສາມາດຕັກໃສ່ຈານພ້ອມເສີບຂຶ້ນພາເຂົ້າໄດ້.