ເສັ້ນທາງເລກທີ 16B ສຳເລັດແລ້ວ ຫຼັງດຳເນີນການກໍ່ສ້າງມາ 10 ກວ່າປີ

165

ໃນວັນທີ 20 ພະຈິກ 2023 ນີ້ ພະແນກໂຍທາທິການ ແລະຂົນສົ່ງ (ຍທຂ) ແຂວງເຊກອງ (ເຈົ້າຂອງໂຄງການ) ໄດ້ຈັດພິທີ ມອບ-ຮັບ ໂຄງການກໍ່ສ້າງເສັ້ນທາງລກທີ 16B ເຊກອງ-ດາກຈຶງ ໃຫ້ແກ່ກະຊວງໂຍທາທິການ ແລະຂົນສົ່ງ, ໂດຍການເຂົ້າຮ່ວມຂອງທ່ານ ບຸນທະວີ ນະຄອນສິດ ຫົວໜ້າພະແນກ ຍທຂ ແລະທ່ານ ພິດສະພົນ ພີລາວົງ ຮອງຫົວໜ້າກົມຂົວ-ທາງ ກະຊວງ ຍທຂ, ມີຕາງໜ້າຈາກທະນາຄານກາງ, ປະທານບໍລິສັດຜູ້ຮັບເໝົາ ພ້ອມດ້ວຍພາກສ່ວນທີ່ຂ້ອງເຂົ້າຮ່ວມ.

May be an image of 14 people, dais and text
ໃນພິທີ ທ່ານ ບຸນກອງ ສົມບັດພົມ ຮອງຫົວໜ້າໂຄງການ ໄດ້ລາຍງານກ່ຽວກັບຜົນສໍາເລັດຂອງໂຄງການໃຫ້ຮູ້ວ່າ ໂຄງການກໍ່ສ້າງເສັ້ນທາງເລກທີ 16B ເຊກອງ-ດາກຈຶງ ຍາວ 94,6 ກິໂລແມັດ, ໄດ້ເລີ່ມລົງມືກໍ່ສ້າງປີ 2009 ແລະສິ້ນສຸດໂຄງການປີ 2022, ມູນຄ່າການກໍ່ສ້າງທັງໝົດ 634 ຕື້ກວ່າກີບ ( ທຶນພາຍໃນ 100%) ປະຕິບັດໄດ້ 99,35%, ບໍລິສັດ ທີເອັຊບີ (THB) ກຣຸບຈໍາກັດ ຜູ້ດຽວ ເປັນຜູ້ຮັບເມົາກໍ່ສ້າງ ໂດຍມີ ບໍລິສັດ ລັດວິສາຫະກິດ ສໍາຫຼວດ ອອກແບບ ແລະວິໄຈວັດສະດຸກໍ່ສ້າງ ເປັນທີ່ປຶກສາ.

May be an image of 6 people, tree and road

ເນື່ອງຈາກວ່າ ອຳນາດການປົກຄອງ ພາຍໃນແຂວງ ໄດ້ມີແຜນຂະຫຍາຍເສັ້ນທາງເວັ້ນຕົວເມືອງ, ເຫັນດີໃຫ້ຍົກຍ້າຍ ຈຸດເລີ້ມຕົ້ນຂອງໂຄງການ ແລະ ຂະຫຍາຍຄວາມກວ້າງ ຂອງໜ້າທາງລົດແລ່ນ ອອກໄປຕື່ມອີກ ຈິ່ງເຮັດໃຫ້ຄວາມຍາວຂອງເສັ້ນທາງ ຍາວທັງໝົດ 95 ກິໂລແມັດຈາກເບື້ອງຕົ້ນ 94,6 ກິໂລແມັດ, ຄວາມກວ້າງໜ້າທາງລົດແລ່ນ 13 ແມັດ, 9 ແມັດ, 7ແມັດ ແລະ 6 ແມັດ ຕາມລໍາດັບ, ເປັນທາງປະເພດ 4, ປູຢາງ 2 ຊັ້ນ, ປະກອບມີ ຂົວເບຕົງ 4 ແຫ່ງ ຍາວ 174 ແມັດ, ທໍ່ລ່ຽມ 46 ແຫ່ງ ແລະ ທໍ່ກົມ 206 ແຫ່ງ. ໄດ້ກໍ່ສ້າງລະບົບໄຟເຍືອງທາງ, ກໍ່ສ້າງທາງຄົນຍ່າງ ສອງຝາກຂ້າງ, ກໍ່ສ້າງຂຸມພັກນໍ້າ, ທໍ່ລະບາຍນໍ້າຂ້າງທາງ ສອງເບື້ອງ ແລະ ແຕ້ມເສັ້ນຂອບທາງ ຕາມລວງຍາວຂອງເສັ້ນທາງ ຊ້ວງ 3.500 ແມັດ.

May be an image of 14 people
ໃນໂອກາດນີ້ ທ່ານ ບຸນທະວີ ນະຄອນສິດ ກ່າວວ່າ: ຈຸດເລີ່ມຕົ້ນຂອງໂຄງການ ແມ່ນຕັ້ງຢູ່ເທສະບານເມືອງລະມາມ ແຂວງເຊກອງ ແລະ ສິ້ນສຸດ ຢູ່ຂອບເຂດເມືອງດາກຈຶງ, ເຊິ່ງເປັນໂຄງການໜຶ່ງ ທີ່ມີຄວາມໝາຍ, ຄວາມສໍາຄັນດ້ານການຄົມມະນາຄົມຂົນສົ່ງ ທີ່ຕິດພັນກັບການພັດທະນາ ເສດຖະກິດ-ສັງຄົມ. ເປັນເສັ້ນທາງເຊື່ອມຕໍ່, ເຊື່ອມຈອດ ລະຫວ່າງຈັງຫວັດ ອຸບົນລາດສະທານິ (ປະເທດໄທ) ຜ່ານດ່ານ ຊ່ອງເມັກ-ວັງເຕົ່າ (ແຂວງຈຳປາສັກ), ຜ່ານເທສະບານເມືອງລະມາມ ຂອງແຂວງເຊ ກອງ ອອກສູ່ ເມືອງດາກຈຶງ ເຂົ້າຫາ ສາຍແດນລາວ-ຫວຽດນາມ (ແຂວງດາໜັງ).

May be an image of 2 people, newsroom, dais and text

ທາງເລກທີ 16B  ເມື່ອສ້າງສຳເລັດຈະຊ່ວຍປັບປຸງເສດຖະກິດ, ລະບົບພື້ນຖານໂຄງລ່າງ ຂອງແຂວງເຊກອງ ໃຫ້ເຂັ້ມແຂງດີຂຶ້ນເທື່ອລະກ້າວ ເວົ້າສະເພາະ ແມ່ນປະຊາຊົນບັນດາເຜົ່າ ທີ່ດຳລົງຊີວິດ, ຕັ້ງຖິ່ນຖານພູມລໍາເນົາ ຢູ່ລຽບຕາມສາຍທາງຈະໄດ້ຊົມໃຊ້, ໄປ-ມາ ຫາສູ່, ຄ້າຂາຍ ແລະ ການບໍລິການອື່ນໆ ສະດວກສະບາຍວ່ອງໄວຂຶ້ນກວ່າເກົ່າ. ພ້ອມດຽວກັນນີ້້ ທ່ານກໍໄດ້ກ່າວມອບໂຄງການກໍ່ສ້າງທາງຫຼວງແຫ່ງຊາດ ທາງເລກທີ 16B ທີ່ໄດ້ສໍາເລັດການກໍ່ສ້າງສົມບູນແລ້ວ ໃຫ້ກະຊວງ ຍທຂ ເພື່ອສືບຕໍ່ຄຸ້ມຄອງ ນໍາໃຊ້ຕາມລະບຽບການກົດໝາຍທາງຫຼວງຢ່າງເຂັ້ມງວດ.

 

ທັ້ງນີ້ເສັ້ນທາງດັ່ງກ່າວ ສາເຫດທີ່ໃຊ້ເວລາ 10 ກວ່າປີໃນການກໍ່ສ້າງ ເນື່ອງຈາກມາຮອດໄລຍະໜຶ່ງຜູ້ຮັບເໝົາໄດ້ໂຈະການກໍ່ສ້າງເພາະບໍ່ມີທຶນ ຈາກນັ້ນມາຮອດປີ 2015-2016 ເພື່ອເຮັດໃຫ້ການກໍ່ສ້າງມີຄວາມຄືບໜ້າ ແຂວງ ເຊກອງຈຶ່ງໄດ້ຮ່ວມທຶນກັບ ບໍລິສັດຮັບເໝົາກໍ່ສ້າງຈຳນວນ 15 ລ້ານໂດລາສະຫະລັດ ຈຶ່ງໄດ້ສືບຕໍ່ກໍ່ສ້າງຈົນສຳເລັດຜົນໃນມື້ນີ້.
ຂ່າວ: ແຂວງເຊກອງ