ເອດີບີ ປ່ອຍເງິນກູ້ 400 ລ້ານໂດລາ ໃຫ້ຟີລິບປິນ

34

ເວບໄຊ adb.org ລາຍງານວ່າ: ທະນາຄານພັດທະນາອາຊີ (ADB) ໄດ້ອະນຸມັດເງິນກູ້ຈໍານວນ 400 ລ້ານໂດລາ ເພື່ອຊ່ວຍໃຫ້ຟີລິບປິນ ບັນລຸກົນລະຍຸດທາງການເງິນ ໄລຍະກາງ ແລະ ໃຊ້ເປັນເງິນທຶນໃນການຟື້ນຕົວຂອງເສດຖະກິດ ຜ່ານການມຸ່ງເນັ້ນໄປທີ່ການລະດົມທຶນທີ່ແຂງແກ່ນຍິ່ງຂຶ້ນ ເຊິ່ງລວມເຖິງ ການປັບປຸງການບໍລິຫານດ້ານພາສີ, ລະບົບ ແລະ ຂະບວນການຕ່າງໆ ໃຫ້ທັນສະໄໝ.

ການອະນຸມັດຄັ້ງນີ້ ເປັນໜຶ່ງໃນເງິນກູ້ ຕາມນະໂຍບາຍໂຄງການທໍາອິດຂອງ ADB ທີ່ຊ່ວຍ ໂຄງການລະດົມຊັບພະຍາກອນພາຍໃນປະເທດ ( DRM ) ຂອງຟີລິບປິນ ໂດຍຕອບສະໜອງຄວາມຕ້ອງການຂອງປະເທດໃນການຈັດການກັບຄວາມຄາດເຄື່ອນໃນກອບນະໂຍບາຍພາສີ ເພື່ອສົ່ງເສີມການປະຕິບັດຕາມພາສີ, ຫຼຸດຜ່ອນການຫຼີກລ່ຽງພາສີ ແລະ ເພີ່ມລາຍໄດ້ຈາກກິດຈະກຳ ແລະ ຜະລິດຕະພັນ ທີ່ມີຜົນກະທົບສຳຄັນ ຕໍ່ສິ່ງແວດລ້ອມ ຫຼື ມີສ່ວນເຮັດໃຫ້ເກີດການປ່ຽນແປງດິນຟ້າອາກາດ.

ຂະນະທີ່, ໂຄງການນີ້, ຈະການປະຕິຮູບ DRM ເຊິ່ງບໍ່ພຽງແຕ່ຈໍາເປັນໃນການສ້າງລາຍໄດ້ເທົ່ານັ້ນ, ແຕ່ຍັງຕ້ອງອອກແບບລະບົບລາຍໄດ້ ທີ່ສົ່ງເສີມການຄວບຄຸມ, ສົ່ງເສີ່ມດ້ານທໍາມາພິບານ, ການລົງທຶນ ແລະ ການສ້າງງານ, ຫຼຸດ ຄວາມບໍ່ເທົ່າທຽມ ແລະ ຈັດການການປ່ຽນແປງດິນຟ້າອາກາດ. ການສະໜັບສະໜູນຂອງ ADB ຄັ້ງນີ້ ຈະສົ່ງຜົນໃຫ້ອັດຕາສ່ວນພາສີຕໍ່ ລວມຍອດຜະລິດຕະພັນລວມພາຍໃນ ( GDP ) ຂອງຟີລິບປິນ ສູງຂຶ້ນ ແລະ ຮັບປະກັນການຈັດຫາເງິນທຶນທີ່ຍືນຍົງສຳລັບປະເທດ ເພື່ອໃຫ້ບັນລຸເປົ້າໝາຍໃນແຜນພັດທະນາຟີລິບປິນ ( PDP ) ປີ 2023 – 2028.

ຟີລິບປິນ ຕ້ອງການເພີ່ມອັດຕາສ່ວນພາສີຕໍ່ GDP ຈາກ 15,0% ຂອງ GDP ໃນປີ 2020 ເປັນຢ່າງໜ້ອຍ 15,9% ຂອງ GDP ພາຍໃນປີ 2026 ( ຕາມການລະບຸໄວ້ໃນ PDP 2023-2028 ) ເພື່ອຄ່ອຍໆ ຫຼຸດຊ່ອງວ່າງໃຫ້ແຄບລົງ ດ້ວຍອັດຕາສ່ວນສະເລ່ຍ 17,6% ຂອງປະເທດເພື່ອນບ້ານໃນອາຊີ ແລະ ປາຊີຟຣິກ.