ລາບເທົາ ໃສ່ຫົວຫອຍ ແລະ ປາ

40

ປົ່ນປາ ໃສ່ລາບ ເປັນອາຫານທີ່ຄົນລາວເຮົາບໍ່ຄ່ອຍເຮັດກິນ ເພາະຊອກຫາເທົາຍາກ ແຕ່ຫາກມີເຮັດກິນກໍຈະແຊບ. ດັ່ງນັ້ນມື້ນີ້ຈະມາແນະນຳວິທີເຮັດລາບເທົາມານຳສະເໜີ.

▶ສ່ວນປະກອບ: ປາດຸກຄົວລ້າງສະອາດ, ນໍ້າສະອາດ, ໝາກເຂືອ, ໝາກເຜັດດິບ, ຫົວຜັກບົ່ວ, ຫົວຜັກທຽມ, ຫອມບົ່ວ, ຫອມປ້ອມ, ຫົວຫອຍ, ໝາກລີ້ນໄມ້ເຜົາຂູດແລ້ວ, ໝາກແຄ້ງຟ້າ ຫຼື ໝາກແຄ້ງຂົມ, ໝາກຖົ່ວ, ຫົວສີໃຄ, ເທົາທີ່ລ້າງສະອາດ, ນໍ້າປາ ຫຼື ປາແດກ, ເກືອ, ແປ້ງນົວ, ຈະໃສ່ຜັກແພວ, ຫອມລາບ, ຫົວ ຫອຍ, ຫອມເປ ( ລ້າງທຸກຢ່າງໃຫ້ສະອາດ ).

อาจเป็นรูปภาพของ เห็ดหอม และ เห็ดมอเรล

▶ຂັ້ນຕອນການເຮັດ: ກ່ອນອື່ນຄ້າງໝົດໝໍ້ ຕົ້ມນໍ້າໃຫ້ຟົດແລ້ວເອົາປາດຸກລົງໄປ ປະມານ 1 ນາທີ ໃຫ້ເມືອກປາເປັນສີຂາວແລ້ວນຳໄປລ້າງເອົາເມືອກຂາວນັ້ນອອກ ແລ້ວລ້າງໝໍ້ຕົ້ມນໍ້າໃໝ່ອີກຄັ້ງ ແລ້ວທຸບຫົວສີໃຄ, ຫົວຜັກທຽມ 1 – 2 ກີບ, ຫົວຜັກບົ່ວ 1 – 2 ຫົວ, ເກືອ, ແປ້ງນົວ, ຕົ້ມລົງໄປ ( ເພື່ອບໍ່ໃຫ້ຄາວ ) ໃຫ້ນໍ້າຟົດແລ້ວຈຶ່ງນໍາປາໄປຕົ້ມອີກຄັ້ງ ( ຕົ້ມຈົນສຸກດີ ) ຖ້າຈະໃສ່ປາແດກແມ່ນໃສ່ຕອນນໍ້າຟົດປາສຸກ ( ຖ້າບໍ່ກິນປາແດກກໍບໍ່ຕ້ອງໃສ່ ) ແລ້ວຈຶ່ງປົງໄວ້ ແລະ ໄຈ້ກ້າງເອົາແຕ່ຊີ້ນ, ຕັດເທົາໃຫ້ມຸ່ນ, ຕົ້ມເທົາໃຫ້ສຸກ ຫຼື ບາງຄົນກໍກິນດິບກໍໄດ້.

อาจเป็นรูปภาพของ อาหาร

ຈາກນັ້ນກໍຊອຍໝາກເຂືອ, ໝາກເຜັດ, ໝາກລີ້ນໄມ້, ໝາກຖົ່ວ, ເດັດໝາກແຄ້ງ, ຕົ້ມຫົວຫອຍໃຫ້ສຸກ, ໝາກເຜັດດິບ, ນໍ້າປາ ຫຼື ປາແດກ, ເກືອ, ແປ້ງນົວ ແລ້ວຈຶ່ງນຳປາລົງໄປຄົນໃຫ້ລະອຽດຈາກນັ້ນ, ກໍເອົານໍ້າທີ່ຕົ້ມປາຖອກລົງໄປ ເລັກໜ້ອຍ ( ເພາະນໍ້າທີ່ຢູ່ນຳເທົາກໍມີ ) ຄົນພ້ອມປຸງລົດຊາດຕາມໃຈມັກ ແລ້ວເອົາເທົາທີ່ກຽມໄວ້ລົງໄປ ປຸງລົດຊາດດ້ວຍນໍ້າປາ ຖ້າພໍດີແລ້ວ ກໍໃຫ້ຊອຍຫອມລົງໄປຄົນແລ້ວຕັກໃສ່ຖ້ວຍພ້ອມເສີບໄດ້.