ການໃຊ້ຊີວິດໃນຮົ້ວມະຫາໄລຂອງ ກີມສາຣິດ ປາດ ນັກສຶກສາກຳປູເຈຍ ຄະນະ ຄສປ

49

ກີມສາຣິດ ປາດ ເປັນນັກສຶກສາຕ່າງປະເທດຄົນໜຶ່ງທີ່ໄດ້ຮັບທຶນການສຶກສາມາຮຽນຢູ່ປະເທດລາວ ເຖິງຈະພົບກັບອຸປະສັກໃນການຮຽນ ແລະ ການໃຊ້ຊີວິດປານໃດກໍຕາມ ແຕ່ກໍສູ້ຊົນ ແລະ ຕັ້ງໃຈຮຽນສາຂາທີ່ຕົນເອງມັກ ພ້ອມທັງສ້າງຜົນງານໃນການຮ່ວມກິດຈະກຳແຂ່ງຂັນຕ່າງໆຢູ່ໃນມະຫາໄລ. ຫຼ້າສຸດ ກີມສາຣິດ ໄດ້ເຂົ້າຮ່ວມການແຂ່ງຂັນອອກແບບສະຖາປັດຕະຍະກໍາ ເພື່ອຄັດເລືອກເອົານັກສຶກສາດີເດັ່ນໄປແຂ່ງຂັນລະດັບອາຊີທີ່ໄທເປປະເທດຈີນ ແລະ ສາມາດຍາດໄດ້ອັນດັບທີ 5 ຈາກມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 12 ຄົນ.

อาจเป็นรูปภาพของ 6 คน, ผู้คนกำลังอ่านหนังสือ และ ข้อความ

ທ້າວ ກີມສາຣິດ ປາດ ໃຫ້ສໍາພາດວ່າ: ບ້ານເກີດນ້ອງຢູ່ແຂວງກຳປຸງຈາມ ປະເທດກຳປູເຈຍ ( Cambodia ) ປັດຈຸບັນພັກຢູ່ຫໍພັກຊີເກມ ບ້ານດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຮຽນຢູ່ມະຫາວິທະຍາໄລແຫ່ງຊາດ ຄະນະສະຖາປັດຕະຍະກຳສາດ ສາຂາສະຖາປັດຕະຍະກຳປີທີ 4.

ສາເຫດທີ່ມັກສາຂານີ້ ເພາະວ່າເປັນສາຂາທີ່ຕິດພັນກັບນິດໄສຂອງຕົນເອງຫຼາຍ ຮູ້ສຶກວ່າຕົວເອງເປັນຄົນມັກໃນການແຕ້ມຮູບ, ການອອກແບບ, ງານສິລະປະ, ວັດທະນະທຳ ລວມທັງເລື່ອງປະຫວັດສາດຕ່າງໆທີ່ກ່ຽວຂ້ອງກັບສະຖາປັດຕະຍະກຳ ເມື່ອໄດ້ມາຮຽນຕົວຈິງເຫັນວ່າສາຂາສະຖາປັດຕະຍະກຳມີສິ່ງທີ່ຕົນເອງຢາກສຶກສາຮຽນຮູ້ໃຫ້ເລິກເຊິ່ງ.

อาจเป็นรูปภาพของ 10 คน, ผู้คนกำลังอ่านหนังสือ และ ข้อความ

ໄລຍະຜ່ານມາ ໄດ້ມີຜົນງານຫຼາຍຢ່າງ ແລະ ໄດ້ພັດທະນາມາເລື້ອຍໆ ພ້ອມທັງເອົາໃຈໃສ່ທຸກໜ້າວຽກທີ່ມີໃນຫ້ອງຮຽນ ແລະ ຜົນການຮຽນດີພໍສົມຄວນ ເຊັ່ນ: ໄດ້ເຂົ້າຮ່ວມ workshop ແລະ ການແຂ່ງຂັນຕ່າງໆໃນປີ2023 ເຊັ່ນ:

1. Award of Excellence the 3rd Prize of the Design Competition for social well-being in Laos PDR 2023;
2. 2 nd Prize Has successfully participated in the Workshop and Design Competition “Blooming CHAMPA at the Old Kaysone Phomvihan City: Reinventing Urban Heritage for tourism Development ”.

3. For awarded fifth of the domestic ACARA2023 Under topic “Naturally Circular ”.

อาจเป็นรูปภาพของ 4 คน

ຫຼ້າສຸດໄດ້ເຂົ້າຮ່ວມງານແຂ່ງຂັນອອກແບບສະຖາປັດຕະຍະກໍາ ຄັ້ງວັນທີ 14 ພະຈິກ 2023 ທີ່ມະຫາວິທະຍາໄລແຫ່ງຊາດ ມີນັກສຶກສາເຂົ້າຮ່ວມແຂ່ງຂັນຈາກ 3 ວິທະຍາໄລ ຜົນງານຂອງນ້ອງໄດ້ອອກແບບກ່ຽວກັບສູນພັດທະນາຊຸມຊົນຢາງພາລາ ຢາກເຜີຍແຜ່ຄວາມຮູ້ຕ່າງໆກ່ຽວກັບບັນຫາທີ່ເຮົາພົບໃນປັດຈຸບັນ ເຊັ່ນ: ຜົນກະທົບຕ່າງໆຂອງຢາງພາລາ ທີ່ເຮັດໃຫ້ດິນຟ້າອາກາດມີການປ່ຽນແປ່ງ ແລະ ຜົນກະທົບທາງດ້ານສັງຄົມທີ່ມີໃນ ສປປ ລາວ ຢາກສະເໜີວິທີ ທີ່ເຮັດໃຫ້ການກິນຢູ່ຂອງປະຊາຊົນໄດ້ຢູ່ດີ ກິນດີ. ທັງດ້ານເສດຖະກິດ ການສຶກສາ ການນໍາເອົາວັດສະດຸໃນທ້ອງຖິ່ນ ສິ່ງເສດເຫຼືອຕ່າງໆເພື່ອສ້າງອາຄານທີ່ເປັນມິດກັບສິ່ງແວດລ້ອມ ແລະ ສິ່ງສຳຄັນອີກອັນໜຶ່ງພະຍາຍາມສະແດງທຸກສິ່ງທຸກຢ່າງທີ່ເປັນເອກະລັກຂອງປະເທດລາວເຂົ້າໄປໃນງານສະຖາປັດຕະຍະກຳໃຫ້ໄດ້ຫຼາຍທີ່ສຸດ. ໃນການແຂ່ງຂັນຄັ້ງນີ້ ມີນັກສຶກສາທັງໝົດ 12 ຄົນ ນ້ອງເອງໄດ້ອັນດັບທີ5.

อาจเป็นรูปภาพของ 7 คน และ ข้อความ

ຜ່ານມາເຄີຍພົບບັນຫາການຮຽນ ເຊັ່ນ: ການຈັດເວລາໃນການເຮັດວຽກ, ບັນຫາທາງພາສາ ( ຍ້ອນນ້ອງນັກສຶກສາຕ່າງປະເທດ ) ມີແນວເຂົ້າໃຈແດ່ ບໍ່ເຂົ້າໃຈແດ່. ວິທີແກ້ໄຂ ກໍຄືພະຍາຍາມເຮັດວຽກເທື່ອລະໜ້ອຍ ແລະ ພະຍາຍາມເຮັດຕາມຄວາມສາມາດຂອງຕົນເອງທີ່ເຮັດໄດ້, ຫາໝູ່ຄົນລາວມາຊ່ວຍປຶກສາ ແລກປ່ຽນຄວາມຄິດເຫັນ ອະທິບາຍບາງຄຳສັບທີ່ບໍ່ເຂົ້າໃຈ ພິເສດນັ້ນຄູ່ອາຈານຈະເປັນຜູ້ຊ່ວຍສອນຢ່າງໃກ້ຊິດ.ເວລາວ່າງນ້ອງ ມັກຫາໝູ່ໂອ້ລົມເລື່ອງທີ່ເຄີຍຜ່ານມາ, ແບ່ງປັນປະສົບການຕ່າງໆທີ່ເຄີຍພົບ, ເອົາເວລາໄປທ່ຽວເຂດນອກເມືອງເບິ່ງທໍາມະຊາດ, ຟັງແພງ, ແຕ້ມຮູບ, ເປັນຕົ້ນ.

ຮູ້ສຶກພາກພູມໃຈໃນຕົນເອງ ທີ່ສາມາດຜ່ານພົ້ນທຸກບັນຫາມາໄດ້ໃນໄລຍະການຮຽນທີ່ຜ່ານມາ ດ້ວຍຄວາມຕັ້ງໃຈຮຽນ ທັງຕອນຮຽນຢູ່ກຳປູເຈຍ ແລະ ປັດຈຸບັນກໍໄດ້ທຶນມາຮຽນຢູ່ ສປປ ລາວ ຄິດວ່າໄດ້ຊ່ວຍຄອບຄົວຫຼາຍ ແລະ ໃຫ້ຄອບຄົວເບິ່ງເຫັນວ່າເຮົາເປັນຜູ້ໃຫຍ່ດູແລຕົນເອງໄດ້ ແລະ ບໍ່ເຮັດໃຫ້ເພິ່ນເປັນຫ່ວງຫຼາຍ. ມາຢູ່ຕ່າງປະເທດແບບນີ້ ນ້ອງພະຍາຍາມ ຢູ່ຢ່າງມີສະຕິ ແກ້ໄຂບັນຫາທີ່ພົບໄປເທື່ອລະກ້າວ ແລະ ເຊື່ອວ່າທຸກໆຢ່າງຈະດີຂຶ້ນ ແລະ ຕ້ອງເຊື່ອໝັ້ນກັບຕົນເອງວ່າເຮົາຈະຜ່ານມັນໄປ ໄດ້.

อาจเป็นรูปภาพของ 1 คน และ ข้อความ

ຢາກຝາກເຖິງນ້ອງໆຜູ້ທີ່ສົນໃຈຢາກຮຽນຄະນະ ຄສປ ວ່າ: ຖ້ານ້ອງໆມັກໃນດ້ານທີ່ກ່ຽວຂ້ອງກັບສະຖາປັດ ເຊັ່ນ: ການແຕ້ມຮູບ, ອອກແບບ, ງານສິລະປະ… ໃຫ້ມາສະໝັກເຂົ້າຮຽນສາຂານີ້ເລີຍ ເຖິງຈະບໍ່ເກັ່ງແຕ່ໃຈມັກກໍສາມາດເຂົ້າມາຮຽນໄດ້ ເພາະທຸກໆສາຂາຈະມີຄວາມຍາກ ແລະ ງ່າຍແຕກຕ່າງກັນ ໃຫ້ເຮົາຄ່ອຍໆຮຽນຮູ້ໄປ ຖ້າໃຈເຮົາມັກ ເວລາຮຽນຈະມີຄວາມສຸກ ແລະ ມ່ວນໄປກັບມັນ; ນ້ອງມີຄະຕິປະຈໍາໃຈຢູ່ສະເໜີຄື “ ຫາຈຸດທີ່ສະບາຍໃຈແລ້ວພາຕົວເອງໄປທີ່ນັ້ນ ”.