ຂັ້ນຕອນການວາງແຜນກະສຽນ ( ເຄື່ອງມືທີ່ໃຊ້ໃນການລົງທຶນກ່ອນການກະສຽນ ( II ))

35

3. ຄຳ: ການລົງທຶນໃນຄໍາ ແມ່ນປະເພດໜຶ່ງຂອງການລົງທຶນ ເຊິ່ງຜູ້ລົງທຶນສ່ວນ ໃຫຍ່ຈະນິຍົມຊື້ຄຳມາເກັບໄວ້ ໂດຍຊື້ໃນເວລາທີ່ລາຄາປັບຕົວລົງ ແລະ ຂາຍໃນລາຄາທີ່ປັບຕົວສູງຂຶ້ນ ເພື່ອຫວັງຜົນກໍາໄລ. ການທີ່ຜູ້ລົງທຶນຕັດສິນໃຈຊື້ – ຂາຍນັ້ນແມ່ນຄວນຈະຄຳນຶງເຖິງບັນດາປັດໄຈທີ່ເປັນຜົນກະທົບຕໍ່ລາຄາຄໍາ, ສາເຫດທີ່ລາຄາປັບຕົວຂຶ້ນລົງ ແລະ ເຮົາຄວນທີ່ຈະສຶກສາອຸປະສົງ ( Demand ) ແລະ ອຸປະທານ ( Supply ) ເພື່ອສະທ້ອນໃຫ້ເຫັນມູນຄ່າ ແລະ ລາຄາທີ່ແທ້ຈິງຂອງຄຳ ຫຼື ບໍ່ ຫຼືວ່າມັນເກີດຈາກການເກງກໍາໄລຂອງບາງຜູ້ລົງທຶນ. ນອກຈາກນັ້ນ, ການຂຶ້ນລົງຂອງລາຄາຍັງເກີດຈາກພາວະເງິນ ເຟີ້, ລາຄາສິນຄ້າ ແລະ ບໍລິການ, ລາຄານໍ້າມັນ, ອັດຕາແລກປ່ຽນ ແລະ ອື່ນໆ.

อาจเป็นรูปภาพของ ข้อความ

ດັ່ງນັ້ນ, ການລົງທຶນໃນຄໍາ ຄວນສຶກສາຄວາມຮູ້ພື້ນຖານ ແລະ ປັດໄຈທີ່ເປັນຜົນກະທົບຕໍ່ລາຄາຄຳກ່ອນທີ່ຈະຊື້ – ຂາຍ ເປັນຕົ້ນແມ່ນການປະຕິບັດນະໂຍບາຍເງິນຕາຂອງທະນາຄານກາງ, ການຜັນຜວນຂອງຕະຫຼາດນໍ້າມັນ, ວິກິດການເສດຖະກິດ – ການເມືອງສາກົນ, ວົງຈອນຂອງທຸລະກິດ ແລະ ອື່ນໆ.

4. ຮຸ້ນ: ການລົງທຶນໃນຮຸ້ນ ແມ່ນການລົງທຶນທີ່ມີສະພາບຄ່ອງສູງ ເຊິ່ງຜູ້ລົງທຶນສາມາດປ່ຽນຮຸ້ນເປັນເງິນ, ຂາຍຮຸ້ນໜຶ່ງແລ້ວຊື້ຮຸ້ນໜຶ່ງ ຫຼື ນຳເອົາເງິນເຂົ້າ – ອອກໄດ້ງ່າຍຜ່ານຕະຫຼາດຫຼັກຊັບ. ນອກຈາກນີ້, ຜູ້ລົງທຶນຍັງສາມາດນຳໃຊ້ຕະຫຼາດຮຸ້ນເປັນແຫຼ່ງທ້ອນເງິນ ໂດຍການຊື້ຮຸ້ນສະສົມໄວ້ເປັນແຕ່ລະໄລຍະ ຫຼື ທ່ານໃຊ້ຕະຫຼາດຮຸ້ນເປັນບ່ອນກະຈາຍ ຄວາມສ່ຽງຈັດສັນແບ່ງເງິນມາລົງທຶນໄລຍະສັ້ນ ຫຼື ໄລຍະຍາວໃຫ້ເງິນສ້າງເງິນຕໍ່ໄປ.

ເມື່ອຜູ້ລົງທຶນໄດ້ຖືຄອງ ແລະ ເປັນເຈົ້າຂອງຮຸ້ນທີ່ຊື້ມານັ້ນປຽບກັບເປັນເຈົ້າຂອງທຸລະກິດ ເຊິ່ງຜູ້ລົງທຶນມີສິດໄດ້ຮັບເງິນປັນຜົນຈາກການດຳເນີນທຸລະກິດຂອງບໍລິສັດ ໂດຍບໍ່ໄດ້ເຂົ້າໄປເສຍເວລາໃນການບໍລິຫານທຸລະກິດດ້ວຍຕົນເອງ. ປັດຈຸບັນຜູ້ລົງທຶນສາມາດລົງທຶນໃນຮຸ້ນໄດ້ຢ່າງສະດວກສະບາຍຢູ່ໃນ ສປປ ລາວ ແລ້ວ.

อาจเป็นรูปภาพของ เงิน

5. ພັນທະບັດ: ພັນທະບັດ ແມ່ນຫຼັກຊັບຊະນິດໜຶ່ງ ທີ່ອອກໂດຍພາກສ່ວນລັດ ຫຼື ເອກະຊົນ ເຊິ່ງຜູ້ອອກຈຳໜ່າຍຈະມີຖານະເປັນລູກໜີ້ ແລະ ຜູ້ຖືຄອງຈະມີຖານະເປັນເຈົ້າໜີ້ ໂດຍມີສັນຍາຜູກມັດທີ່ຜູ້ອອກພັນທະບັດ ( ຜູ້ກູ້ຢືມ ) ຈະຕ້ອງຈ່າຍຄືນເງິນຕົ້ນ ແລະ ດອກເບ້ຍໃຫ້ກັບຜູ້ຖືພັນທະບັດ ( ຜູ້ໃຫ້ກູ້ ) ຕາມອັດຕາ ແລະ ໄລຍະເວລາທີ່ໄດ້ກໍານົດໄວ້ໃນພັນທະບັດ. ປັດຈຸບັນຕະຫຼາດພັນທະບັດຂອງລາວຈະປະກອບມີພັນທະບັດ 2 ປະເພດທີ່ແບ່ງຕາມປະເພດຜູ້ອອກ ຄື: ພັນທະບັດລັດຖະບານ ແລະ ຮຸ້ນກູ້ວິສາຫະກິດ.

ການລົງທຶນໃນພັນທະບັດ ຖືວ່າເປັນອີກທາງເລືອກໜຶ່ງໃນການລົງທຶນ ເຊິ່ງເປັນການລົງທຶນທີ່ມີຄວາມສ່ຽງຕໍ່າ ຖ້າທຽບໃສ່ການລົງທຶນໃນຮຸ້ນ ແລະ ເໝາະສຳລັບຜູ້ລົງທຶນທີ່ສາມາດຍອມຮັບຄວາມສ່ຽງໃນລະດັບທີ່ບໍ່ສູງຫຼາຍ. ການລົງທຶນໃນພັນທະບັດ ແມ່ນມີຄວາມຫຼາກຫຼາຍ ເຊິ່ງຜູ້ລົງທຶນສາມາດເລືອກພັນທະບັດປະເພດຕ່າງໆຕາມຄວາມຕ້ອງການ ແລະ ເໝາະກັບຕົວເອງໄດ້ ເຊັ່ນ: ພັນທະບັດລັດຖະບານ ( Government Bond ), ພັນທະບັດວິສາຫະກິດ ( Corporate Bond ), ຮຸ້ນກູ້ປະເພດອັດຕາດອກເບ້ຍລອຍຕົວ ( Floating Rate Bond ), ຮຸ້ນກູ້ທີ່ສາມາດໄຖ່ຖອນຄືນໄດ້ກ່ອນກໍານົດ ( Callable and Put-uble Boad ), ຮຸ້ນກູ້ປ່ຽນສະພາບ ( Convertible Bond ) ແລະ ຮຸ້ນກູ້ທີ່ແບ່ງຈ່າຍຄືນເງິນຕົ້ນ ( Amortizing Bond ).
ໃນນັ້ນ, ຜູ້ລົງທຶນຈະມີ ຄວາມສາມາດໃນການເລືອກປະເພດຂອງການລົງທຶນໃນຮຸ້ນກູ້ໄດ້ຫຼາຍຮູບແບບ ເພື່ອໃຫ້ກົງກັບວັດຖຸປະສົງຂອງການລົງທຶນທີ່ແຕກຕ່າງກັນໄປ ອີງຕາມຄວາມສ່ຽງທີ່ແຕ່ລະຄົນສາມາດຍອມຮັບໄດ້.