ເດືອນເມສາ ຫາ ເດືອນຕຸລາ ການຄ້າຊາຍແດນ ມຽນມາ – ໄທ ຫຼຸດລົງຢ່າງຫຼວງຫຼາຍ

41

ເວບໄຊສຳນັກຂ່າວ gnlm.com.mm ລາຍງານວ່າ: ການຄ້າຊາຍແດນຂອງມຽນມາ ກັບປະເທດເພື່ອນບ້ານ ຢ່າງໄທ ມີມູນຄ່າ 3,03 ຕື້ໂດລາ ໃນໄລຍະ 7 ເດືອນຜ່ານມາ ( ຕັ້ງແຕ່ເດືອນເມສາ – ຕຸລາ ) ຂອງປີງົບປະມານປັດຈຸບັນ ( 2023 – 2024 ) ເຊິ່ງຕົວເລກນີ້ຫຼຸດລົງຈາກ 3,16 ຕື້ໂດລາ ທີ່ບັນທຶກໄວ້ໃນໄລຍະດຽວກັນຂອງປີງົບປະມານຜ່ານມາ ອັນເປັນການບົ່ງຊີ້ວ່າ ການຄ້າຊາຍແດນຂອງສອງປະເທດ ໄດ້ຫຼຸດລົງຢ່າງຫຼວງຫຼາຍ ນັ້ນຄືປະມານ 125,55 ລ້ານໂດລາ.

ມຽນມາ ດຳເນີນການຄ້າຂ້າມຊາຍແດນກັບໄທ ຜ່ານທາງຊາຍແດນທ່າຂີ້ເຫຼັກ ( Tachilek ), ມຽວວະດີ ( Myawady ), ຄາວທູງ ( Kawthoung ), ມະຣິດ ( Myeik ), ເຕກີ ( Hteekhee ) ແລະ ມໍຕອງ ( Mawtaung ). ໃນຈໍານວນນີ້, ຊາຍແດນ ເຕກີ ມີການເຮັດການຄ້າທີ່ໃຫຍ່ທີ່ສຸດ ມູນຄ່າ 1,88 ຕື້ໂດລາ ໃນ 7 ເດືອນຜ່ານມາ. ຕາມມາດ້ວຍ ມຽວວະດີ 882,30 ລ້ານໂດລາ; 94,39 ລ້ານໂດລາ ທີ່ທ່າຂີ້ເຫຼັກ; 89,22 ລ້ານໂດລາ ທີ່ຄາວອງ; 68,5 ລ້ານໂດລາ ທີ່ມະຣິດ ແລະ ທີ່ມໍຕອງ ມີ 10,39 ລ້ານໂດລາ.

ນອກຈາກໄທແລ້ວ, ມຽນມາ ຍັງດຳເນີນການຄ້າຊາຍແດນກັບ ຈີນ, ບັງກລາເທດ ແລະ ອິນເດຍ ໂດຍສົ່ງອອກຜະລິດຕະພັນພືດ, ຜະລິດຕະພັນຈາກສັດ, ການປະມົງ, ແຮ່ທາດ, ຜະລິດຕະພັນປ່າໄມ້, ສິນຄ້າອຸດສາຫະກຳສຳເລັດຮູບ ແລະ ສິນຄ້າອື່ນໆ.