ອັດຕາເງິນເຟີ້ໃນອາເມຣິກາ ມີທ່າອ່ຽງຊະລໍຕົວລົງ

30

ເວບໄຊສຳນັກຂ່າວ BNews.vn ລາຍງານວ່າ: ຈາກຂໍ້ມູນຫຼ້າສຸດທີ່ເຜີຍແຜ່ໂດຍກະຊວງແຮງງານຂອງອາເມຣິກາ ໃຫ້ຮູ້ວ່າດັດຊະນີລາຄາຜູ້ບໍລິໂພກ ( CPI ) ຂອງປະເທດຍັງຄົງບໍ່ປ່ຽນແປງໃນເດືອນຕຸລາ ແລະ ອັດຕາເງິນເຟີ້ພື້ນຖານທີ່ເພີ່ມຂຶ້ນ ປະຈໍາປີ ຢູ່ທີ່ລະດັບຕໍ່າສຸດໃນໄລຍະ 2 ເດືອນຜ່ານມາ.

ຂໍ້ມູນດັ່ງກ່າວໄດ້ສົ່ງສັນຍານວ່າ: ທະນາຄານກາງຂອງອາເມຣິກາ ( Fed ) ສາມາດຜ່ານວົງຈອນການປັບຂຶ້ນອັດຕາດອກເບ້ຍໄດ້ ເຊິ່ງ CPI ຂອງປະເທດ ບໍ່ປ່ຽນແປງໃນເດືອນຕຸລາ ຫຼັງຈາກເພີ່ມຂຶ້ນ 0,4% ໃນເດືອນກັນຍາ ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ. ໃນເດືອນຕຸລາຜ່ານມາ, CPI ຂອງອາເມຣິກາ ເພີ່ມຂຶ້ນ 3,2% ຕໍ່າກວ່າທີ່ເພີ່ມຂຶ້ນ 3,7% ໃນເດືອນກັນຍາ.

ຂະນະທີ່ລາຄານໍ້າມັນແອັດຊັງ ຫຼຸດລົງ 5% ໂດຍຊົດເຊີຍການເພີ່ມຂຶ້ນຂອງຕົ້ນທຶນທີ່ຢູ່ອາໄສຢ່າງຕໍ່ເນື່ອງ, ລາຄາອາຫານເພີ່ມຂຶ້ນ 0,3% ຫຼັງຈາກເພີ່ມຂຶ້ນ 0,2% ໃນໄລຍະ 3 ເດືອນທີ່ຜ່ານມາ ເນື່ອງຈາກລາຄາຊີ້ນສັດ, ປາ ແລະ ໄຂ່ ທີ່ສູງຂຶ້ນ, ຜະລິດຕະພັນທັນຍາພືດ ແລະ ເຂົ້າໜົມປັງ ກໍຂຶ້ນລາຄາເຊັ່ນກັນ ແຕ່ລາຄາພືດຜັກ ແລະ ໝາກໄມ້ບໍ່ປ່ຽນແປງ.

ຫາກບໍ່ລວມລາຄາອາຫານ ແລະ ສ່ວນປະກອບພະລັງງານທີ່ຜັນຜວນ CPI ຫຼັກ ເພີ່ມຂຶ້ນ 0,2% ໃນເດືອນຕຸລາຜ່ານມາ ເນື່ອງຈາກຄ່າເຊົ່າຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ໃນເດືອນຕຸລາ CPI ຫຼັກຂອງອາເມຣິກາ ເພີ່ມຂຶ້ນ 4,0% ເຊິ່ງເປັນການເພີ່ມຂຶ້ນຕໍ່າສຸດ ນັບຕັ້ງແຕ່ເດືອນກັນຍາ 2021 ແລະ ຕໍ່າກວ່າ 4,1% ໃນເດືອນກັນຍາ 2023.

ຄ່າເຊົ່າເພີ່ມຂຶ້ນ 0,4% ໃນເດືອນຕຸລາ ຫຼັງຈາກເພີ່ມຂຶ້ນ 0,6% ໃນເດືອນກ່ອນໜ້ານີ້. ຢ່າງໃດກໍຕາມ, ລາຄາຫ້ອງພັກໂຮງແຮມ ແລະ ຫ້ອງເຊົ່າຫຼຸດລົງ 2,5% ຄ່າໃຊ້ຈ່າຍດ້ານ ຄວາມບັນເທີງ, ການເບິ່ງແຍງສຸຂະພາບສ່ວນຕົວ ແລະ ເສື້ອຜ້າເພີ່ມຂຶ້ນ. ໃນຂະນະທີ່ລາຄາລົດຍົນ ແລະ ລົດບັນທຸກມືສອງ ຫຼຸດລົງເປັນເດືອນທີ່ 5 ຕິດຕໍ່ກັນ, ຄ່າໃຊ້ຈ່າຍໃນການເບິ່ງແຍງສຸຂະພາບ ເພີ່ມຂຶ້ນ 0,3% ເນື່ອງຈາກລາຄາບໍລິການຂອງໂຮງໝໍ ແລະ ຢາ ທີ່ຕ້ອງສັ່ງໂດຍແພດເພີ່ມຂຶ້ນ.

ເຖິງແມ່ນວ່າ CPI ລາຍປີຂອງອາເມຣິກາ ຈະຫຼຸດລົງຢ່າງວ່ອງໄວ ຈາກຈຸດສູງສຸດທີ່ 9,1% ໃນເດືອນມິຖຸນາ 2022 ແຕ່ອັດຕາເງິນເຟີ້ຍັງສູງກວ່າເປົ້າໝາຍຂອງ Fed ທີ່ຕັ້ງໄວ້ 2%, ທ່າອ່ຽງຂອງພາວະເງິນເຟີ້ ກໍຫຼຸດລົງເຊັ່ນກັນ ໃນໄລຍະບໍ່ເທົ່າໃດເດືອນທີ່ຜ່ານມາ ເນື່ອງຈາກເສດຖະກິດຍັງເຕີບໂຕຢ່າງຕໍ່ເນື່ອງ ຍ້ອນຕະຫຼາດແຮງງານທີ່ແຂງແກ່ນຂຶ້ນ.