ຈີນ ເດີນໜ້າສະໜັບສະໜູນນະໂຍບາຍ ປັບປຸງບໍລິການພາກເອກະຊົນ

29

ເວບໄຊສຳນັກຂ່າວ globaltimes.cn ລາຍງານວ່າ: ຈີນຈະເພີ່ມການສະໜັບສະໜູນນະໂຍບາຍ ແລະ ໃຫ້ບໍລິການທີ່ດີຂຶ້ນແກ່ພາກເອກະຊົນ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການສົ່ງເສີມເສດຖະກິດຂອງປະເທດ ເປັນແຮງຊຸກດັນທີ່ສຳຄັນ ສຳລັບເສດຖະກິດທີ່ໃຫຍ່ເປັນອັນດັບ 2 ຂອງໂລກ ຢ່າງ ສປ ຈີນ.

ທ່ານ ເຫວີຍ ຕົງ (Wei Dong) ຫົວໜ້າຫ້ອງການພັດທະນາເສດຖະກິດເອກະຊົນ ພາຍໃຕ້ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດ (NDRC) ກ່າວໃນກອງປະຊຸມໂຕະມົນ ເສດຖະກິດ ຈີນ ຈັດຂຶ້ນເມື່ອບໍ່ດົນມານີ້ວ່າ: ຈີນ ໄດ້ພັດທະນາ 6 ແພລັດຟອມ ເພື່ອໃຫ້ບໍລິການທີ່ມີຄຸນນະພາບ ແກ່ບໍລິສັດເອກະຊົນ. ບັນດາແພລັດຟອມເຫຼົ່ານັ້ນ, ບໍລິສັດເອກະຊົນ ຈະໄດ້ຮັບປະໂຫຍດຫຼາຍຂຶ້ນ ຊຶ່ງຫ້ອງການພັດທະນາເສດຖະກິດເອກະຊົນ ກຳລັງສ້າງລະບົບຕົວຊີ້ບອກການຕິດຕາມ ແລະ ຈະໃຫ້ຄວາມສົນໃຈຢ່າງໃກ້ຊິດ, ການສົ່ງເສີມການແກ້ໄຂບັນຫາສຳຄັນອື່ນໆ ທີ່ເກີດຂຶ້ນໃນພາກເອກະຊົນໂດຍທັນທີ.

ກ່ອນໜ້ານີ້, ທາງການຈີນ ໄດ້ອອກທິດທາງປະຕິບັດ 31 ຂໍ້ ໃນເດືອນກໍລະກົດຜ່ານມາ ເພື່ອກະຕຸ້ນເສດຖະກິດພາກເອກະຊົນ ໂດຍຈະປັບປຸງສະພາບແວດລ້ອມທາງທຸລະກິດ ສົ່ງເສີມການສະໜັບສະໜູນນະໂຍບາຍ ແລະ ເສີມສ້າງຫຼັກປະກັນທາງກົດໝາຍ ສຳລັບການພັດທະນາ. ໃນນີ້, ເຫັນວ່າມີການປັບປຸງ ໂດຍເນັ້ນການຟື້ນຕົວຢ່າງຕໍ່ເນື່ອງຂອງການລົງທຶນພາກເອກະຊົນ.

ຂະນະທີ່, ສຳນັກຂ່າວ ຫຼັກຊັບ ຊຽງໄຮ້ ລາຍງານວ່າ: ຕັ້ງແຕ່ເດືອນກໍລະກົດມານີ້, ບໍລິສັດເອກະຊົນ ໄດ້ຈົດທະບຽນ 124 ແຫ່ງ ໄດ້ປະກາດການລົງທຶນ ໃນຈໍານວນນີ້ ມີ 42 ລາຍ ທີ່ໄດ້ລົງທຶນຫຼາຍກວ່າ 1 ຕື້ຢວນ (137 ລ້ານໂດລາ) ໂດຍມີການລົງທຶນທີ່ ໃຫຍ່ທີ່ສຸດ ມູນຄ່າ 18 ຕື້ຢວນ.