ໂກແມນແຊັກ ຄາດປີໜ້າ ເສດຖະກິດໂລກ ຈະຂະຫຍາຍຕົວດີກວ່າທີ່ຄາດການໄວ້

33

ໂກແມນແຊັກ (Goldman Sachs) ສະຖາບັນການເງິນຍັກໃຫຍ່ຂອງສະຫະລັດອາເມຣິກາ ຄາດການວ່າ: ໃນປີ 2024 ເສດຖະກິດໂລກອາດຈະເຕີບໂຕດີກວ່າທີ່ຄາດການໄວ້ ໂດຍໄດ້ແຮງຍູ້ຈາກການເຕີບຂອງຄ່າຈ້າງທີ່ແຂງແກ່ນ ແລະ ເຊື່ອຫມັ້ນວ່າ ທະນາຄານກາງຂອງຫຼາຍປະເທດຈະຢຸດຕິການປັບຂຶ້ນອັດຕາດອກເບ້ຍພື້ນຖານ ແລະ ຄ່ອຍໆປັບຫຼຸດລົງ.

Goldman Sachs ຄາດການວ່າ ເສດຖະກິດໂລກຈະຂະຫຍາຍຕົວປະມານ 2,6% ໃນປີຫນ້າ ເຊິ່ງຫຼາຍກວ່າທີ່ນັກເສດຖະສາດຄາດການໄວ້ທີ່ 2,1%, ສ່ວນເສດຖະກິດສະຫະລັດອາເມຣິກາຄາດວ່າຈະຂະຫຍາຍຕົວ 2,1%, ໃນຂະນະທີ່ການໃຊ້ນະໂຍບາຍການເງິນທີ່ເຂັ້ມງວດຈະຫມົດໄປ.

Goldman Sachs ລະບຸວ່າ: ຜູ້ກໍານົດນະໂຍບາຍຂອງປະເທດທີ່ພັດທະນາແລ້ວ ມີທ່າອ່ຽງປັບອັດຕາດອກເບ້ຍນະໂຍບາຍລົງ ກ່ອນຮອດ 6 ເດືອນທ້າຍປີ 2024 ແລະ ຄາດວ່າອັດຕາເງິນເຟີ້ຈະຄ່ອນໆຫຼຸດລົງຢ່າງຕໍ່ເນື່ອງໃນກຸ່ມປະເທດ G10, ໃນຂະນະທີ່ເຂດເສດຖະກິດຕະຫຼາດເກີດໃຫມ່ກໍຄ່ອຍໆບັນເທົາລົງອີກ.