ວິທີເຮັດອົ່ວດອກແຄ ແບບແຊບໆ

89

ອົ່ວດອກແຄ ເປັນເມນູໜຶ່ງທີ່ຄົນລາວເຮົາມັກກິນ ແລະ ດອກແຄ ກໍມີຫຼາຍໃນໄລຍະລະດູໜາວເທົ່ານັ້ນ ເຊິ່ງການເຮັດອົ່ວດອກແຄ ສາມາດເອົາຊີ້ນໝູບົດ ຫຼື ຊີ້ນປາບົດມາເຮັດກໍໄດ້ ແລະ ມື້ນີ້ພວກເຮົາຈະມາແນະນຳວິທີເຮັດອົ່ວດອກແຄແຊບໆໄວ້ກິນເອງ.

อาจเป็นรูปภาพของ ไข่สก็อต และ ไข่แดง

▶ ວັດຖຸດິບປະກອບມີ: ຊີ້ນໝູບົດ, ເຂົ້າເບືອ, ເສັ້ນລ້ອນ, ໄຂ່ເປັດ ຫຼື ໄຂ່ໄກ່, ເກືອ, ແປ້ງນົວ, ຄະນໍ, ຊັອດຫອຍນາງໂລມ, ຜິກໄທດຳບົດ, ຫົວຜັກບົ່ວ, ຫົວຜັກທຽມ, ໝາກເຜັດ, ຜັກຫອມບົ່ວ, ຜັກຫອມຊີ, ຜັກອີຕູ່, ຮາກຫອມປ້ອມ, ດອກແຄ ( ລ້າງຜັກທຸກຢ່າງໃຫ້ສະອາດ ).

อาจเป็นรูปภาพของ อาหาร

▶ຂັ້ນຕອນເຮັດ: ແຊ່ລ້ອນໃຫ້ອ່ອນແລ້ວຕັດເປັນຕ່ອນສັ້ນໆ, ຕຳເຂົ້າເບືອ, ຕຳຫົວ ຜັກບົ່ວ, ຫົວຜັກທຽມ, ໝາກເຜັດ, ຜິກໄທດຳ, ຮາກຫອມປ້ອມໃຫ້ລະອຽດ, ຈາກນັ້ນຕັກໃສ່ຊາມໄວ້ ຫຼັງຈາກນັ້ນເອົາຊີ້ນໝູບົດ, ເສັ້ນລ້ອນທີ່ຕັດໄວ້ ແລະ ຕອກໄຂ່ລົງໄປ 2 ໜ່ວຍລົງໄປແລ້ວຄັ້ນ ຫຼື ຄົນໃຫ້ເຂົ້າກັນ ແລ້ວປຸງລົດດ້ວຍເກືອ, ແປ້ງນົວ, ຄະນໍ, ຊັອດຫອຍນາງໂລມ, ຈາກນັ້ນກໍຊີມລົດຊາດແລ້ວຊອຍຜັກຫອມໃສ່.

อาจเป็นรูปภาพของ หัวหอม

ເອົາດອກແຄ ມາແກະເອົາງວງດອກທາງດ້ານໃນອອກ ຈາກນັ້ນກໍເອົາເຄື່ອງທີ່ກຽມໄວ້ຢັດເຂົ້າໄປເຕັມດອກ ແລ້ວພັບກີບດອກອັດປາກດອກແຄໄວ້ ແລ້ວປິ່ນປາກມັນລົງດ້ານໝໍ້ຊຶງ ແລ້ວກໍນຳໄປໜຶ້ງປະມານ 40 – 50 ນາທີ ກໍຈະສຸກແລ້ວ.

ເທົ່ານີ້ກໍຖືວ່າເປັນອັນສຳເລັດ ສາມາດຕັກໃສ່ຈານພ້ອມເສີບໄດ້ ພຽງເທົ່ານີ້ທ່ານກໍໄດ້ອົ່ວດອກແຄແຊບໆກິນ.