ຍໍາໂຕ່ງ ເມນູລົດແຊບ

65

ຍໍາໂຕ່ງ ເປັນເມນູລົດຈັດ ເຊັ່ນ: ສົ້ມ, ເຜັດ, ເຄັມ, ນົວ, ຫວານ ຄືກັບປະເພດຕຳສົ້ມທົ່ວໄປ ຫຼື ປະເພດຍຳ ແຕ່ຈະເນັ້ນກະປິຫຼາຍກວ່າ ແລະ ທີ່ສຳຄັນແມ່ນຈະເຮັດດ້ວຍຊີ້ນງົວ ຈະແຊບ ແລະ ຫອມ ສາມາດກິນຫຼີ້ນ ຫຼື ເປັນກັບແກ້ມກໍໄດ້. ແຕ່ຈະເອົາຊີ້ນສ່ວນໃດຂອງງົວນັ້ນແມ່ນແລ້ວແຕ່ຄົນມັກອາດຈະເອົາຊີ້ນກ້ອນກໍໄດ້ຈຶ່ງຈະບໍ່ຫຍາບ. ແຕ່ມື້ນີ້ຄໍລຳອາຫານຈະພາທ່ານເອົາຊີ້ນຂາລາຍມາເຮັດ.

ไม่มีคำอธิบายรูปภาพ

ວັດຖຸດິບ:

– ຊີ້ນງົວຂາລາຍ

– ໝາກຖົ່ວຍາວ

– ໝາກເຂືອຂາວ ຫຼື ຂຽວ

– ໝາກແຄ້ງ

– ຜັກບົວລະພາ

– ໝາກເຜັດ

– ຫົວຜັກທຽມ

– ໝາກນາວ

– ກະປິ

– ນ້ຳປາ

– ນ້ຳຕານ

– ແປ້ງນົວ

– ນ້ຳດື່ມ

ไม่มีคำอธิบายรูปภาพ

ຂັ້ນຕອນເຮັດ: ລ້າງຊີ້ນຊອຍເປັນຕ່ອນ ຫຼື ປ່ຽງພໍດີຄຳ ແລ້ວຄ້າງໝໍ້ລວກຊີ້ນໄວ້, ຈາກນັ້ນຕຳໝາກເຜັດ, ຫົວກະທຽມ, ແປ້ງນົວ, ນ້ຳຕານ, ກະປິ ຕຳໃຫ້ລະອຽດ ແລ້ວໃສ່ນ້ຳດື່ມ ປຸງລົດຊາດດ້ວຍໝາກນາວ, ນ້ຳປາ (ຊິມ ແລະ ປຸງລົດຊາດຕາມໃຈເຮົາມັກ) ແລ້ວນ້ຳມາຄົນໃສ່ກັບ ຊີ້ນງົວຂາລາຍລວກ, ໝາກຖົ່ວຍາວຕັດເປັນຂໍ້ນ້ອຍໆ, ໝາກເຂືອຊອຍ ແລະ ໝາກແຄ້ງ ຕາມດ້ວຍ ໃບບົວລະພາ ແລ້ວຄົນໃຫ້ເຂົ້າກັນດີ ຕັກໃສ່ຈານ ພ້ອມເສີບໄດ້.
ຈາກ: ນົກຈິບ