ຮົງກາລີ ບັນລຸເປົ້າໝາຍເຮັດໃຫ້ອັດຕາເງິນເຟີ້ ຫຼຸດລົງຢູ່ຕົວເລກດຽວ

25

ເວບໄຊສຳນັກຂ່າວ budapesttimes.hu ໄດ້ສະແດງຂໍ້ມູນວ່າ: ລັດຖະບານຮົງກາລີ ໄດ້ບັນລຸເປົ້າໝາຍ ຫຼຸດອັດຕາເງິນເຟີ້ຂອງປະເທດລົງໃຫ້ມາຢູ່ທີ່ ຕົວເລກດຽວສຳເລັດ ພາຍຫຼັງທີ່ອັດຕາເງິນເຟີ້ສືບຕໍ່ເພີ່ມຂຶ້ນຈາກເດືອນທັນວາ ປີ 2022 ຢູ່ທີ່ 24,5% ມາເປັນ 25,7% ໃນເດືອນມັງກອນຂອງປີ 2023 ເຊິ່ງເປັນເດືອນທີ່ມີອັດຕາເງິນເຟີ້ສູງສຸດເປັນປະຫວັດການ.

ພາຍຫຼັງບັນດາມາດຕະການຕ່າງໆ ທີ່ຖືກຕ້ອງຂອງລັດຖະບານ ໄດ້ດຳເນີນຢ່າງເຂັ້ມງວດ, ອັດຕາເງິນເຟີ້ຂອງປະເທດສືບຕໍ່ຫຼຸດລົງຢ່າງຕໍ່ເນື່ອງ ເຖິງວ່າເດືອນທໍາອິດຂອງປີ ມີອັດຕາເງິນເຟີ້ຢູ່ທີ່ສອງຕົວເລກ ແລະ ເປັນຕົວເລກທີ່ສູງສຸດ ພ້ອມນີ້ ລາຄາຜູ້ບໍລິໂພກ ກໍເພີ່ມຂຶ້ນຈາກ 1,93% ໃນເດືອນສຸດທ້າຍຂອງປີ 2022 ມາເປັນ 2,34% ໃນເດືອນມັງກອນ 2023.

ອັດຕາເງິນເຟີ້ຂອງ ຮົງກາລີ ເລີ່ມຫຼຸດລົງໃນເດືອນທີສອງຂອງປີ ມາຢູ່ທີ່ 25,4% ແລະ ລາຄາຜູ້ບໍລິໂພກ ກໍຫຼຸດລົງຢ່າງກ້າວກະໂດດ ມາຢູ່ທີ່ 0,79%; ຂະນະທີ່ເດືອນມີນາ ລົງມາເປັນ 25,2% ແຕ່ລາຄາຜູ້ບໍລິໂພກ ເພີ່ມຂຶ້ນມາເປັນ 0,81%. ເດືອນເມສາ, ອັດຕາເງິນເຟີ້ ສືບຕໍ່ຫລຸດລົງມາເປັນ 24% ແລະ 0,67% ແມ່ນລາຄາຜູ້ບໍລິໂພກ.

ໃນເດືອນສິງຫາ, ອັດຕາເງິນເຟີ້ຂອງຮົງກາລີ ສືບຕໍ່ຫຼຸດລົງມາຢູ່ທີ່ 16,4% ກ່ອນຈະຫຼຸດລົງແບບກ້າວກະໂດດມາທີ່ 12,2% ໃນເດືອນກັນຍາ. ສ່ວນລາຄາຜູ້ບໍລິໂພກ ແມ່ນ 0,7% ແລ້ວລົງມາເປັນ 0,37% ໃນເດືອນກັນຍາ. ຮອດເດືອນຕຸລາ ອັດຕາເງິນເຟີ້ຂອງປະເທດ ກໍຫຼຸດລົງມາເຖິງເປົ້າໝາຍໃຫ້ໄດ້ຕົວເລກດຽວ ດ້ວຍອັດຕາເງິນເຟີ້ທີ່ມີຕົວເລກທີ 9,9% ພ້ອມນີ້ລາຄາຜູ້ບໍລິໂພກ ກໍຍັບລົງມາເປັນ 0,12%.

ສະພາບອັດຕາເງິນເຟີ້ຂອງຮົງກາລີ ຍັງມີທ່າອ່ຽງຫຼຸດລົງອີກ ແລະ ຄາດວ່າໃນປີ 2024 ອັດຕາເງິນເຟີ້ຂອງປະເທດ ຈະມີຄ່າສະເລ່ຍຢູ່ທີ່ 5-6%.