ຮ່າຍຟ່ອງ ຂອງຫວຽດນາມ ກຳລັງຫອມ FDI ຫຼັ່ງໄຫຼເຂົ້າເພີ່ມຂຶ້ນ 68%

53

ເວບໄຊສໍານັກຂ່າວ BNews.vn ລາຍງານວ່າ: ໃນໄລຍະ 10 ເດືອນປີ 2023 ແຂວງ ຮ່າຍຟ່ອງ ຂອງ ສສ ຫວຽດນາມ ສາມາດດຶງດູດການລົງທຶນຈາກຕ່າງປະເທດ (FDI) ມີມູນຄ່າເກີືອບ 3,1 ຕື້ໂດລາ ເພີ່ມຂຶ້ນ 68% ຈາກໄລຍະດຽວກັນຂອງປີ 2022 ແລະ ບັນລຸແຜນການປີນີ້ສູງກວ່າ 153% ຂອງແຜນປີ.

ແຫຼ່ງຂ່າວລະບຸວ່າ: ທ່ານ ຫງວຽນ ຫງອກ ຕູ໋ ຫົວໜ້າຫ້ອງການ ຄະນະກຳມະການປະຊາຊົນ ນະຄອນ ຮ່າຍຟ່ອງ ໄດ້ໃຫ້ຮູ້ວ່າ ດ້ວຍຕົວແລກທີ່ໜ້າປະທັບໃຈນີ້ ຮ່າຍຟ່ອງ ຍັງສືບຕໍ່ຢູ່ຕໍາແໜ່ງສູງສຸດຂອງປະເທດ ໃນການດຶງດູດ FDI ໂດຍກົງຈາກຕ່າງປະເທດ. ຂະນະທີ່, ເດືອນກັນຍາ ຜ່ານມາ ພຽງ 1 ເດືອນນີ້ ຄະນະກຳມະການຄຸ້ມຄອງເຂດເສດຖະກິດ ຮ່າຍຟ່ອງ ໄດ້ມອບໃບຮັບຮອງການຈົດທະບຽນການລົງທຶນກັບໂຄງການຕ່າງໆ ໂດຍມີເງິນລົງທຶນເກືອບ 1,4 ຕື້ໂດລາ.

ທ່ານ ເລ ຈຸງ ກຽນ ຫົວໜ້າຄະນະກຳມະການຄຸ້ມຄອງເຂດເສດຖະກິດ ຮ່າຍຟ່ອງ ກໍໄດ້ມີຄວາມຄາດຫວັງຫຼາຍ ຈາກລັດຖະບານ ໃນການພັດທະນາ ຮ່າຍຟ່ອງ ໃຫ້ກາຍເປັນອຸດສາຫະກຳທີ່ທັນສະໄໝ, ອັດສະລິຍະ ແລະ ຍືນຍົງ ໃນອັນດັບສູງ ຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້.

ຂະນະດຽວກັນ, ຮ່າຍຟ່ອງ ກໍໄດ້ເພີ່ມການລົງທຶນດ້ານໂຄງລ່າງພື້ນຖານ ໃສ່ຄົມມະນາຄົມ ແລະ ທ່າເຮືອ ພ້ອມລະບົບໂຮງງານ ແລະ ໂກດັງທີ່ໄດ້ມາດຕະຖານ ແລະ ທັນສະໄໝ ພ້ອມຕອບສະໜອງຄວາມຕ້ອງການຂອງນັກລົງທຶນ.

ພ້ອມນີ້, ກໍໄດ້ປັບປຸງໂຄງສ້າງເຄື່ອຂ່າຍໄຟຟ້າ ເພື່ອຈັດຫາແຫຼ່ງພະລັງງານທີ່ໝັ້ນຄົງ ສຳລັບເຂດອຸດສາຫະກຳ ແລະ ນັກລົງທຶນ ທີ່ຈັດຕັ້ງໂຄງສ້າງພື້ນຖານທີ່ຢູ່ອາໄສເພື່ອສັງຄົມຢ່າງເລັ່ງດ່ວນ ເພື່ອໃຫ້ແນ່ໃຈວ່າມີທີ່ພັກທີ່ໝັ້ນຄົງສຳລັບຄົນງານ ເພື່ອເລັ່ງການຫັນປ່ຽນໄປສູ່ດິຈິຕອນ ຮອງຮັບທຸລະກິດ ແລະ ຜູ້ຄົນ.

ມາຮອດປັດຈຸບັນ, ການດຶງດູດ FDI ໂດຍລວມຂອງ ຮ່າຍຟອງ ຫຼາຍກວ່າ 1.000 ໂຄງການ ດ້ວຍເງິນລົງທຶນລວມເກືອບ 28 ຕື້ໂດລາ ໃນນີ້ສະເພາະເຂດອຸດສາຫະກຳ ແລະ ເຂດເສດຖະກິດ ດຶງດູດ 708 ໂຄງການ.